ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຕີ ອາຍຸແກ່ ທີ່ສຸດໃນໂລກ ເສຍຊີວິດແລ້ວ ຮວມອາຍຸໄດ້ 116 ປີ


ແມ່ຕູ້ Besse Cooper ອາຍຸແກ່ທີ່ສຸດໃນໂລກ 116 ປີ ໄດ້ເສຍຊີວິດ ແລ້ວ ໃນວັນອັງຄານ ທີ 4 ເດືອນພະຈິກ.
ແມ່ຕູ້ Besse Cooper ອາຍຸແກ່ທີ່ສຸດໃນໂລກ 116 ປີ ໄດ້ເສຍຊີວິດ ແລ້ວ ໃນວັນອັງຄານ ທີ 4 ເດືອນພະຈິກ.
ສະຕີ ທີ່ຖືກ​ຈັດ​ວ່າ​ ເປັນ​ຄົນ​ທີ່​ມີ​ອາຍຸ​ແກ່​ທີ່​ສຸດ​ໃນ​ໂລກ ​ໄດ້​ເສຍ​ຊີ
ວິດແລ້ວ ຮວມອາຍຸ​ໄດ້ 116 ປີ.

ແມ່ຕູ້ Besse Cooper ​ແມ່ນຜູ້​ນຶ່ງໃນ​ຈຳນວນ​ບໍ່​ເທົ່າ​ໃດຄົນ ທີ່​
ຖືກ​ຮັບ​ຮູ້​ຈາກ Guiness World Record ທີ່​ມີ​ອາຍຸ​ຍືນ​ທີ່​ສຸດ. ​
ແມ່ຕູ້​ໄດ້​ເສຍ​ຊີ ວິດ​ໃນ​ວັນ​ອັງຄານ​ວານ​ນີ້ ປະມານ 70 ກິ​ໂລ​ແມັດ
ຫ່າງ​ຈາກ Atlanta ​ໃນ​ລັດ Georgia.

ລູກ​ຊາຍ​ຂອງ​ແມ່ຕູ້ ທ່ານ Sidney Cooper ກ່າວວ່າ ລາວ​ໄດ້​
ເອົາ​ບັ້ງ oxygene ​ເຂົ້າ​ໄປ​ໄວ້​ໃນ​ຫ້ອງ​ຂອງ​ແມ່ຕູ້ ຫລັງ​ຈາກທີ່​
ແມ່ຕູ້​ເລີ້ມ​ມີ​ບັນຫາ​ຫາຍ​ໃຈ. ທ່ານກ່າວ​ວ່າ ​ແມ່ຕູ້​ໄດ້​ເສຍ​ຊີວິດ​
ໄປ “ຢ່າງສ​ະງົບ” ​ໃນ​ຕອນ​ ສວຍ​ຂອງວັນ​ອັງຄານ.

​ແມ່ຕູ້ Cooper ​ໄດ້ຖືກ​ປະກາດ​ວ່າ​ ເປັນ​ຄົນ​ທີ່​ມີ​ອາຍຸ​ຍືນທີ່​ສຸດ​ໃນ​ໂລກ ​ໃນ​ເດືອນ​ມັງກອນ ​ແຕ່ໄດ້​ຖືກ​ປົດ​ຈາກຕໍາ​ແໜ່​ງ​ໃນ​ເດືອນ​ພຶດ​ສະພາ​ ເມື່ອຊາບ​ວ່າມີ​ແມ່ຕູ້​ ຄົນບຣາຊີ​ລຄົນ​ນຶ່ງມີ​ອາຍຸແກ່ກວ່າ 48 ມື້. ບັນທຶກ​ຂອງ Guiness World Records ​ໄດ້​ມອບ​ຕໍາ​ແໜ່​ງ ຄືນ​ໃຫ້​ແກ່​ແມ່ຕູ້ Cooper ອີກ ໃນ​ເວລາ​ແມ່ຕູ້ຄົນບຣາຊີ​ລ ​ໄດ້​ເສຍ​ຊີວິດ​ ໃນ​ວັນ​ທີ 21
ເ​ດືອນມິຖຸ​ນາ.

​ແມ່ຕູ້ Cooper ​ເປັນອ​ະ​ດີດ​ນາຍຄູ ຜູ້​ມີ​ຊີວິດ​ຢູ່​ຂ້າມສາມ​ສັດຕະວັດ. ​ແມ່ຕູ້ມີ​ລູກ​ທີ່​ຍັງ​ມີ​ຊີວິດ​ຢູ່​ສີ່​ຄົນ.
XS
SM
MD
LG