ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການສະເຫຼີມສະຫຼອງວັນສຸຂະພາບຈິດໂລກ ຄົບຮອບ 25 ປີ


ຜູ້ຊາຍຄົນໜຶ່ງ ທີ່ໄດ້ຮັບຄວາມທໍລະມານຍ້ອນໂຣກຈິດ ຖືກມັດໃສ່ໂສ້ນັ່ງຢູ່ຕຽງໃນຫ້ອງຂອງລາວ ທີ່ບ້ານ Curug
Sulanjana, ເມືອງ Serang, ແຂວງ Banten, ອິນໂດ
ເນເຊຍ. 23 ມີນາ, 2016.
ຜູ້ຊາຍຄົນໜຶ່ງ ທີ່ໄດ້ຮັບຄວາມທໍລະມານຍ້ອນໂຣກຈິດ ຖືກມັດໃສ່ໂສ້ນັ່ງຢູ່ຕຽງໃນຫ້ອງຂອງລາວ ທີ່ບ້ານ Curug Sulanjana, ເມືອງ Serang, ແຂວງ Banten, ອິນໂດ ເນເຊຍ. 23 ມີນາ, 2016.

ບັນດາຜູ້ຊ່ຽວຊານ ດ້ານການຮັກສາສຸຂະພາບ ແລະ ບັນດາຜູ້ສະໜັບສະໜູນດ້ານສາທາ ລະນະສຸກທົ່ວໂລກ ກຳລັງສະເຫຼີມສະຫຼອງວັນສຸຂະພາບຈິດໂລກ ໃນວັນຈັນມື້ອື່ນນີ້ ດ້ວຍ ຄວາມພະຍາຍາມທີ່ຈະສະໜັບສະໜູນການຮູ້ ກ່ຽວກັບ ບັນຫາສຸຂະພາບຈິດວ່າເປັນປັດ ໃຈໜຶ່ງ ໃນບັນດາແຜນການປິ່ນປົວປະຖົມພະຍາບານ.

ຄວາມເຈັບປ່ວຍທາງຈິດບໍ່ໄດ້ຈຳແນກເຜົ່າພັນ, ວັດທະນະທຳ ຫຼື ກຸ່ມສາສະໜາ, ກ່າວ ໂດຍປະທານຂອງສະມາຄົມ ຈິດຕະແພດໂລກ ດຣ. Dinesh Bhugra, ແຕ່ການເມືອງ ແລະ ພວກວິກິດການທາງສັງຄົມ ໃນທົ່ວໂລກ ສາມາດຊ້ຳເຕີມຄວາມເປັນຫ່ວງ ແລະ ຄວາມກົດດັນນີ້ໃຫ້ຮຸນແຮງຂຶ້ນກວ່າເກົ່າ. ທ່ານໄດ້ເນັ້ນວ່າ ພວກຍົກຍ້າຍຖິ່ນຖານ, ອົບ ພະຍົບ ແລະ ຜູ້ຂໍລີ້ໄພ ໂດຍສະເພາະ ແມ່ນຈຳນວນພວກຜູ້ທີ່ຄວາມສ່ຽງຕໍ່ສຸຂະພາບຈິດ.

“ການປະຖົມພະຍາບານທາງຈິດ” ແມ່ນຫົວຂໍ້ ກ່ຽວກັບ ພິທີຂອງປີນີ້, ເຊິ່ງອົງການອະນາ ໄມໂລກກ່າວວ່າ ຈັດການກັບຄວາມຕ້ອງການເພື່ອການຊ່ວຍເຫຼືອທາງຈິດ ແລະ ການສະ ໜັບສະໜູນທາງສັງຄົມ ສຳລັບພວກຜູ້ທີ່ຕົກຢູ່ໃນວິກິດການ ຫຼື ກຳລັງທຸກທໍລະມານຈາກ ຄວາມລຳບາກຢ່າງແຮງ.

ຄົນໄຂ້ຮັບການປິ່ນປົວທີ່ໂຮງໝໍ ສຸຂະພາບຈິດ ແລະ ຕິດຢາເສບຕິດ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 17 ກໍລະກົດ, 2016.
ຄົນໄຂ້ຮັບການປິ່ນປົວທີ່ໂຮງໝໍ ສຸຂະພາບຈິດ ແລະ ຕິດຢາເສບຕິດ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 17 ກໍລະກົດ, 2016.

ອົງການ WHO ກ່າວວ່າ “ເມື່ອສິ່ງທີ່ໂຫດຮ້າຍເກີດຂຶ້ນໃນບັນດາປະຊາຄົມຂອງພວກ ເຮົາ, ພວກເຮົາສາມາດຍື່ນມືໄປຊ່ວຍເຫຼືອພວກຜູ້ທີ່ໄດ້ຮັບຜົນກະທົບນັ້ນໄດ້.”

ນີ້ແມ່ນພິທີປະຈຳປີຄັ້ງທີ 25 ຂອງວັນສຸຂະພາບຈິດໂລກ ທີ່ຈັດຂຶ້ນໂດຍອົງການຈັດຕັ້ງ ໃນທົ່ວໂລກ ທີ່ໄດ້ເຮັດວຽກນຳກັນມາເປັນເວລາດົນກວ່າ 70 ປີແລ້ວ ເພື່ອສົ່ງເສີມສຸຂະ ພາບຈິດ ແລະ ຄວາມຮູ້ສຶກ ແລະ ຮັບປະກັນການເຂົ້າເຖິງການຮັກສາທີ່ເໝາະສົມສຳລັບ ປະຊາຊົນໃນທົ່ວໂລກ. ປີນີ້, ສະຫະພັນໂລກ ເພື່ອສຸຂະພາບຈິດ ມີເປົ້າໝາຍທີ່ຈະຂະ ຫຍາຍຄວາມໝາຍຂອງການປະຖົມພະຍາບານ ນອກເໜືອໄປຈາກສຸຂະພາບທາງຮ່າງ ກາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG