ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດຮຸ້ນ ໃນທົ່ວໂລກ ຕົກລາຄາ ຢ່າງໃຫຍ່ (ວີດິໂອ)


World Markets Mixed, but Dow Posts Gain
please wait

No media source currently available

0:00 0:02:09 0:00
ລິງໂດຍກົງ

World Markets Mixed, but Dow Posts Gain

ລາຄາຮຸ້ນຢູ່ໃນຕະຫຼາດທົ່ວໂລກ ໄດ້ຕົກຮວບລົງ ໃນວັນພະຫັດ
ວານນີ້ ຫຼັງຈາກປະທານທະນາຄານກາງ ຂອງສະຫະລັດ ທ່ານ
Ben Bernanke ກ່າວວ່າ ທະນາຄານກາງອາດຈະຫລຸດຜ່ອນ
ການໃຊ້ເງິນ ເພື່ອຊ່ອຍກະຕຸກຊຸກຍູ້ໃຫ້ເສດຖະກິດຂອງສະຫະ
ລັດດີຂຶ້ນ.

ຂ່າວກ່ຽວກັບການຊັກຊ້າລົງຂອງພາກສ່ວນການຜະລິດໃນຈີນ
ກໍມີສ່ວນຊ່ອຍເຮັດໃຫ້ຮຸ້ນໃນຕະຫຼາດສະຫະລັດຕົກລາຄາ. ຮຸ້ນ
Down Jones ໄດ້ຕົກລາຄາ 354 ຈຸດ ຄືປະມານ 2.3 ເປີເຊັນ.
ຮຸ້ນ Standard & Poors-500 ແລະຮຸ້ນ Nasdaq ຕ່າງກໍຕົກລາ
ຄາຫຼາຍກວ່າ 2 ເປີເຊັນ.

ໃນຕອນເຊົ້າຂອງວັນພະຫັດວານນີ້ ຮຸ້ນທີ່ສຳຄັນໆໃນເອເຊຍໄດ້ຕົກລາຄາ 2 ເປີເຊັນ ຫລື
ຫຼາຍກວ່ານັ້ນໂດຍທີ່ຕະຫຼາດຮຸ້ນຢູ່ກຸງປາຣີ ນະຄອນ Frankfurt ແລະກຸງລອນດອນຕ່າງ ກໍໄດ້ຕົກລາຄາ 3 ເປີເຊັນຫຼືຫຼາຍກວ່ານັ້ນ.

ການຂາຍຮຸ້ນອອກໃນວັນພະຫັດວານນີ້ມີຂຶ້ນຫຼັງຈາກທະນາຄານກາງຂອງສະຫະລັດໃຫ້ ຂໍ້ສັງເກດວ່າ ການຟື້ນໂຕຄືນຂອງເສດຖະກິດສະຫະລັດ ແມ່ນເຂັ້ມແຂງ ພໍທີ່ທາງທະນາ ຄານກາງຈະຫຼຸດຜ່ອນການເຄື່ອນໄຫວບາງຢ່ງທີ່ຕົນໄດ້ກະທຳໄປ ເພື່ອຊ່ອຍກະຕຸກຊຸກຍູ້ ເສດຖະກິດນັ້ນ.

ນີ້ແມ່ນຮວມທັງ ການຊື້ພັນທະບັດປະຈຳເດືອນ ທີ່ຊ່ອຍເຮັດໃຫ້ອັດຕາດອກເບ້ຍຕໍ່າເປັນ
ປະຫວັດການ. ບັນດານັກເສດຖະສາດເວົ້າວ່າ ພວກນັກລົງທຶນຫລາຍໆຄົນຍັງບໍ່ຄາດວ່າ ທະນາຄານກາງຈະດຳເນີນການໃນທຳນອງນີ້ເທື່ອ.

ວີດິໂອ: ປະທານທະນາຄານກາງຂອງສະຫະລັດ ຖະແຫລງກ່ຽວກັບເສດຖະກິດ:

US Fed Holds Steady on Stimulus, Low Interest Rates
please wait

No media source currently available

0:00 0:02:06 0:00
ລິງໂດຍກົງ
XS
SM
MD
LG