ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຜູ້ນຳໂລກ ເຄື່ອນໄຫວ ຄັ້ງປະຫວັດສາດ ຮັບມືກັບ ການປ່ຽນແປງ ດິນຟ້າອາກາດ


Record Number of Leaders Sign Climate Accord
please wait

No media source currently available

0:00 0:02:11 0:00

ບັນດາ​ຜູ້ນຳ​ຈາກຫລາ​ຍ​ກວ່າ 170 ປະ​ເທດ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນຶ່ງ​ ໃນ​ວັນ​ສຸກ​ວານ​ນີ້ທີ່​ແນ​ໃສ່​ເພື່ອ​ຈຳກັດ​ການ​ເພີ້ມສູ​ງຂຶ້ນຂອງ​ອຸນຫະພູມ​ແລະ​ເຮັດໃຫ້ຜົນ​ກະທົບ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າອ​າກາດ​ທີ່​ມີ​ຕໍ່​ໂລກ​ມະນຸດ​ເຮົາ​ຊ້າລົງ.

ຂໍ້​ຕົກລົງດັ່ງກ່າວ ໄດ້​ບັນລຸ​ກັນ​ທີ່​ນະຄອນ​ປາຣີ ໃນ​ທ້າຍ​ປີ​ກາ​ຍນີ້ ​ແຕ່​ໄດ້​ລົງ​ນາມກັນ​ໃນ​ວັນ​ສຸກ​ວານ​ນີ້ ຊຶ່ງ​ກົງກັນ​ກັບ​ວັນອະນຸລັກ​ໂລກ.

​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ເຕືອນ​ວ່າ ພວກ​ເຮົາ​ກຳລັງ​ແຂ່ງຂັນ​ກັບ​ເວລາ. ​ໂອກາດ​ໃນ​ການ​ຮັກສາ​ອຸນຫະພູມ​ຂອງ​ໂລກ ບໍ່​ໃຫ້​ສູງ​ຂຶ້ນຮອດ 2 ອົງສາ​ແຊ​ລ​ເຊີ​ສ ບໍ່​ຕ້ອງ​ເວົ້າ​ເຖິງ 1.5 ອົງສາ ຊຶ່ງ​ກຳລັງ​ປິດລົງ​ ຢ່າງ​ວ່ອງ​ໄວ ຍຸກ​ສະ​ໄໝ​ຂອງ​ການບໍລິ​ໂພ​ກ​ໂດຍ​ປາສະຈາກ​ຜົນ​ທີ່​ຕິດຕາມ​ມານັ້ນ​ແມ່ນ​ໄດ້​ໝົດ​ໄປ​ແລ້ວ.

ທ່ານ​ເວົ້າວ່າ ປະ​ເທດ​ຕ່າງໆ​ຕ້ອງ​ໄດ້​ເພີ້ມ ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ຫຼຸດຜ່ອນ​ເສດຖະກິດ​ຂອງ​ເຂົາ​ເຈົ້າ ບໍ່​ໃຫ້​ປ່ອຍ​ທາດ​ຄາບ​ອນ​ແລະ​ຮຽກຮ້ອງ​ໃຫ້​ສະໜັບ​ສະ​ໜຸນ​ບັນ ດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ໃນ​ການ​ຫັນປ່ຽນ​ດັ່ງກ່າວ​ນີ້.

ປະ​ເທດ​ຕ່າງໆ​ ທີ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນີ້​ ແມ່ນ​ຕາງໜ້າ​ໃຫ້​ຫລາຍ​ກວ່າ 93 ​ເປີ​ເຊັນ​ໃນ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ​ຂອງ​ໂລກ. ນອກ​ນັ້ນ​ເຂົາ​ເຈົ້າຍັງ​ປະກອບເປັນ​ກຸ່ມ​ປະ​ເທດ​ ທີ່​ໃຫຍ່​ທີ່​ສຸດທີ່​ໄດ້​ລົງ​ນາມ​ໃນ​ມື້ທຳ​ອິດ​ຂອງ​ຂໍ້​ຕົກລົງ​ນາໆ​ຊາດ​ໃດໆ​ກໍ​ຕາມ.

ປະ​ເທດ​ທີ່​ປ່ອຍ​ແກັສ​ເຮືອນ​ແກ້ວ​ຫຼາຍ​ທີ່​ສຸດ ຄື​ຈີນ​ແລະ​ສະຫະລັດຊຶ່ງ​ຮວມກັນແລ້ວແມ່ນ ​ປະກອບ​ເປັນ​ປະມານ 40 ​ເປີ​ເຊັນຂອງ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວທັງ​ໝົດ​ນັ້ນ ຕ່າງ​ກໍ​ໄດ້ ຮຽກຮ້ອງ​ໃຫ້​ມີ​ການ​ບັງຄັບ​ໃຊ້​ຂໍ້​ຕົກລົງ​ດັ່ງກ່າວ​ກ່ອນ​ກຳນົດ.

World Leaders Sign Historic Climate Change Agreement
please wait

No media source currently available

0:00 0:00:53 0:00

ຊຶ່ງ​ນັ້ນຈຳ​ເປັນຕ້ອງມີ 55 ປະ​ເທດທີ່​ຕາງໜ້າ​ໃຫ້​ແກ່ 55 ​ເປີ​ເຊັນ​ໃນ​ການ​ປ່ອຍແກັສ​ເຮືອນ​ແກ້ວ​ຂອງ​ໂລກ ລົງ​ນາມ​ແລະ​ໃຫ້​ສັດຕະຍາບັນ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ​ນີ້. ​ໃນ​ວັນ​ສຸກ​ວານ​ນີ້ ມີ 15 ປະ​ເທດຊຶ່ງ​ສ່ວນໃ​ຫຍ່​ແລ້ວ​ແມ່ນ​ປະ​ເທດ​ເກາະດອນ​ນ້ອຍໆໄດ້ຍື່ນ​ການ​ໃຫ້​ສັດຕະຍາ ບັນ​ຂອງ​ພວກ​ເຂົາ​ເຈົ້າຕໍ່ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ.

ທ່ານ Zhang Gaoli ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ ປະ​ເທດ​ຂອງທ່ານ​ມີແຜນການ​ທີ່​ຈະ​ລົງ​ນາມ ແລະ​ໃຫ້​ສັດຕະຍາບັນ ​ຕໍ່​ຂໍ້​ຕົກລົງ​ສະບັບ​ນີ້ ກ່ອນ​ກອງ​ປະ​ຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ຈີ 20 ຊຶ່ງ​ຈະ​ມີ​ຂຶ້ນຢູ່​ເມືອງຫັງ​ໂຈ​ວ ປະ​ເທດ​ຈີນ ​ໃນ​ເດືອນກັນຍາປີນີ້.

ດາລາ Di Caprio ຜູ້ສົ່ງຂ່າວສັນຕິພາບ ສປຊ ກ່າວໃນລະຫວ່າງພິທີລົງນາມ ໃນຂໍ້ຕົກລົງ ວ່າດ້ວຍດິນຟ້າ ອາກາດປາຣີ ທີ່ສຳນັກງານໃຫຍ່ ສປຊ
ດາລາ Di Caprio ຜູ້ສົ່ງຂ່າວສັນຕິພາບ ສປຊ ກ່າວໃນລະຫວ່າງພິທີລົງນາມ ໃນຂໍ້ຕົກລົງ ວ່າດ້ວຍດິນຟ້າ ອາກາດປາຣີ ທີ່ສຳນັກງານໃຫຍ່ ສປຊ

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຊຶ່ງ​ເປັນ​ຜູ້​ລົງ​ນາມ​ໃຫ້​ແກ່​ ລັດຖະບານ​ທ່ານ​ໂອ​ບາ​ມາກໍ​ກ່າວ​ວ່າ ສະຫະລັດມີ​ແຜນການ​ທີ່​ຈະ​ເຂົ້າຮ່ວມ​ໃນ​ຂໍ້​ຕົກລົງ​ປາຣີພາຍ​ໃນ​ປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG