ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາ ຂອງໂລກ ປະນາມ ຄວາມຮຸນແຮງ ໃນຢູເຄຣນ (ສະໄລດ໌/ວີດີໂອ)


US, Europe Condemn Violence in Ukraine, Consider Sanctions
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
ຝຣັ່ງ ​ເຢຍຣະ​ມັນ ​ແລະ ສະຫະລັດ ກໍາລັງ​ເອົາທ່າທີຮ່ວມກັນ
​ຕໍ່ການກໍ່ຄວາມ​ຮຸນ​ແຮງ​ທີ່​ເຮັດໃຫ້ມີຜູ້ເສຍຊີວິດ ໃນປະ​ເທດ​
ຢູ​ເຄຣນ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ປະ
ນາມ ດ້ວຍການໃຊ້ ຄວາມເວົ້າທີ່ແຮງສຸດຕໍ່ການກໍ່ຄວາມ​ຮຸນ
​ແຮງດັ່ງກ່າວ ​ໃນ​ຂະນະ​ທີ່ີທ່ານ​ຢ້ຽມຢາ​ມ ປະ​ເທດເມັກ​ຊິ​ໂກ
​ໃນວັນ​ພຸດ​ວານ​ນີ້. ທ່ານກ່າວ​ວ່າ ສະຫະລັດຖືວ່າລັດຖະບານ
ຢູ​ເຄຣນ “​ເປັນ​ຜູ້​ຮັບຜິດຊອບຕົ້ນຕໍ” ໃນການ​ຮັບມືກັບພວກ​
ປະທ້ວງ ​ໃນ​ວິທີທາງ​ທີ່​ເໜາະ​ສົມ.



ທ່ານ Obama ກ່າວ​ວ່າ “ພວກ​ເຮົາຫວັງວ່າ ລັດຖະບານ​ຢູ​ເຄຣນ ຈະສະ​ແດງ​ໃຫ້ເຫັນເຖິງ
​ການໃຊ້ຄວາມຢັບຢັ້ງ ໂດຍບໍ່ແມ່ນ​ຄວາມ​ຮຸນ​ແຮງ​ ​ໃນການຮັບມື​ກັບ​ພວກ​ປະ​ທ້ວງແບບ
​ສັນຕິ. ພວກ​ເຮົາໄດ້​ກ່າວ​ແລ້ວ​ວ່າ ພວກ​ເຮົາ​ຍັງ​ຄາດ​ຫວັງອີກ​ວ່າ ພວກ​ປະ​ທ້ວງ​ແບບ​ສັນຕິຍັງຈະສືບຕໍ່ ດຳເນີນການແບບ​ສັນ​ຕິ ​ແລະພວກ​ເຮົາ​ຈະ​ຕິດຕາມ​ເບິ່ງ​ສະຖານະການ
ຢ່າງລະມັດລະວັງ​ ໂດຍ​ຮັບ​ຮູ້​ຮ່ວມກັນກັບບັນ ດາພາຄີໃນ​ຢູ​ໂຣບຂອງພວກເຮົາ ​ແລະ ປະ
ຊາ​ຄົມນາໆ​ຊາດວ່າ ​ຈະມີຜົນທີ່ຕິດຕາມ​ ຖ້າ​ຫາກ​ບຸກຄົນໃດດຳເນີນການກາຍຂອບ​ເຂດ​.”

​ໃນ​ລະຫວ່າງການຖະແຫຼງຂ່າວ​ຮ່ວມ​ກັນ​ ​ໃນ​ວັນ​ພຸດ​ວານ​ນີ້ ກັບນາຍົກລັດຖະມົນຕີ​ເຢຍຣະ ​ມັນທ່ານ​ນາງ Angela Merkel ທີ່​ນະຄອນ​ປາຣີນັ້ນ ປະ​ທາ​ນາ​ທິບໍດີຝຣັ່ງທ່ານ Francois Hollande ​ໄດ້​ຮຽກຮ້ອງ​ໃຫ້ “ທຳການລົງໂທດຢ່າງຮີບດ່ວນແລະມີ​ເປົ້າ​ໝາຍ​ ຕໍ່ພວກ​ທີ່​ຮັບ
ຜິດຊອບໃນການກົດຂີ່” ​ໃນຢູ​ເຄຣນ.

ທ່ານ​ນາງ Merkel ກ່າວ​ວ່າ ບັນດາ​ລັດຖະມົນຕີ​ຕ່າງປະ​ເທດຂອງສະຫະພາບຢູ​ໂຣບຈະ​ສົນ
ທະນາ​ກັນກ່ຽວກັບວ່າ ຈະມີການ​ລົງ​ໂທດ​ແບບໃດ ຕໍ່ກຸງ Kyiv ຢູ່​ທີ່​ກອງ​ປະຊຸມໃນ​ວັນ​ພະຫັດ​
ມື້​ນີ້​ ທີ່ນະຄອນ Brussels.

Ukraine
please wait
Embed

No media source currently available

0:00 0:01:02 0:00
XS
SM
MD
LG