ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ສະ​ແດງ ​ຄວາ​​ມ​ເສົ້າ​ສະ​ລົດ​ໃຈ ຕໍ່ພັນລະ​ຍາໝ້າຍ ຂອງທ່ານ Mandela ​(ວີດີໂອ/ສະໄລດ໌)


ປະ​ທາ​ນາ​ທິບໍດີ ສຫລ ທ່ານ Barack Obama ​ໂທລະສັບ​ຫາພັນລະ​ຍາໝ້າຍ ຂອງທ່ານ Nelson Mandela ​ເພື່ອ​ສະ​ແດງ​ຄວາ​​ມ​ເສົ້າ​ສະ​ລົດ​ໃຈ.
ປະ​ທາ​ນາ​ທິບໍດີ ສຫລ ທ່ານ Barack Obama ​ໂທລະສັບ​ຫາພັນລະ​ຍາໝ້າຍ ຂອງທ່ານ Nelson Mandela ​ເພື່ອ​ສະ​ແດງ​ຄວາ​​ມ​ເສົ້າ​ສະ​ລົດ​ໃຈ.
ປະ​ທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໂທລະ
ສັບ​ຫາພັນລະ​ຍາໝ້າຍ ຂອງທ່ານ Nelson Mandela ​ເພື່ອ​ສະ​
ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ.

ປະ​ທາ​ນາ​ທິບໍດີ Obama ​ໄດ້​ໂອ້​ລົມ ​ກັບທ່ານ​ນາງ Graca
Machel ໃນວັນ ສຸກວານນີ້ ເພື່ອບອກໃຫ້ທ່ານນາງຊາບ ເຖິງ
ອິດ​ທິພົນ​ຢ່າງລຶກຊຶ້ງ ຂອງທ່ານ Mandela ທີ່ມີ​ຕໍ່​ຊີວິດຂອງທ່ານ.

ນອກ​ນັ້ນ ທ່ານຍັງໄດ້ຂອບໃຈ ທ່ານນາງ Machel ໃນຄວາມ​ເບີກ
ບານມ່ວນ​ຊື່ນ ທີ່ທ່ານນາງໄດ້ນໍາມາສູຊີວິດຂອງມື້ລາງສາມີທ່ານ
ນາງ ແລະຄວາມໝາຍ ໝັ້ນຢ່າງ​ສັນຕິ ທ່ຽງທໍາ ແລະໂລກທີ່ໜ້າ
ຮັກ ທີ່ທ່ານນາງ ແລະປະທານາທິບໍດີ Mandela ໄດ້ມີຮ່ວມກັນນັ້ນ.

ກ່ອນໜ້ານັ້ນ ຢູ່ທີ່ທໍານຽບຂາວ ປະທານາທິບໍດີ Obama ໄດ້ຮ້ອງ
ທ່ານ Mandela ວ່າເປັນ​ບຸກຄົນທີ່​ມີ​ອິດ​ທິພົນ ກ້າຫານ ​ແລະ​ເປັນ​
ມະນຸດ​ທີ່ມີຄວາມ​ດີ​ຢ່າງ​ເ​ລິກ​ເຊິ່ງ.

ທ່ານ​ໂອ​ບາ​ມາ​ເວົ້າວ່າ “ຂ້າພະ​ເຈົ້າ ແມ່ນ​ຜູ້​ນຶ່ງຂອງ​ຫລາຍ​ໆ​ລ້ານ​
ຄົນ ຜູ້​ທີ່​ໄດ້​ຮັບ​ແຮງ​ກະ​ຕຸ້ນດົນ​ໃຈ ຈາກ​ຊີວິດ​ຂອງທ່ານ Mandela. ບາດ​ກ້າວການ​ເມືອງ
ອັນ ທໍາ​ອິດຂອງ​ ຂ້າພະ​ເຈົ້າ ສິ່ງ​ທໍາ​ອິດ​ທີ່​ຂ້າ​ພະ​ເຈົ້າ​ພົວພັນ​ກັບ​ບັນຫາຫລື​ນະໂຍບາຍ ຫລື
​ການ​ເມືອງ​ແມ່ນ​ການ​ປະ​ທ້ວງ​ຕໍ່ຕ້ານລະບົບ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິ​ວພັນ. ຂ້າພະ​ເຈົ້າຈະ​ສຶກ
ສາ​ເບິ່ງຄໍາ​ເວົ້າ​ແລະບົດ​ຂຽນ​ຂອງ​ທ່ານ. ມື້​ທີ່ທ່ານ​ໄດ້​ຖືກ​ປ່ອຍ​ໂຕ​ອອກ​ຈາກ​ຄຸກ​ໄດ້​ໃຫ້​ຄວາມ​
ສໍານຶກ​ແກ່​ຂ້າພະ​ເຈົ້າ​ວ່າ ​ແມ່ນ​ຫຍັງ​ທີ່​ມະນຸດ​ສາມາດ​ກະທຳ​ໄດ້ ​ເວລາ​ເຂົາ​ເຈົ້າ​ຖືກ​ນໍາພາ​ໂດຍຄວາມ​ຫວັງ​ຂອງ​ເຂົາ​ເຈົາ ​ແລະ​ບໍ່​ແມ່ນໂດຍຄວາມ​ຢ້ານ​ກົວ​ຂອງ ເຂົາ​ເຈົ້າ.”

ທ່ານ Obama ກ່າວ​ວ່າ ທຸງຊາດ ທີ່​ທໍານຽບຂາວ ​ແລະຕາມ​ຕຶກ​ໂຮງ ການ​ຕ່າງໆຂອງ​ລັດຖະ
ບານ ​ຈະ​ຖືກ​ຊັກ​ຂຶ້ນ​ເຄິ່ງ​ເສົາ ຈົນ​ຮອດວັນ​ຈັນ ອັນ​ເປັນ​ການສະ​ແດງ​ອອກທີ່​ບໍ່ເຄີຍມີ​ມາກ່ອນ
​ ສຳລັ​ບ​ຜູ້​ນໍາ​ຕ່າງປະ​ເທດ.

CN Asia Mandela
please wait
Embed

No media source currently available

0:00 0:02:23 0:00
ລິງໂດຍກົງ


ທ່ານ F.W de Klerk ຜູ້​ນໍາ​ຄົນ​ສຸດ​ທ້າຍຂອງ​ລັດທິ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິ​ວພັນອາ​ຟຣິກາ​ໃຕ້
ກ່າວ​ວ່າ ມໍລະດົກ​ອັນ​ບິ່ງ​ໃຫຍ່​ຂອງທ່ານ Mande la ກໍ​ຄື​ການເນັ້ນ​ໜັກເຖິງ​ຄວາມ​ປອງດອງ​
ຊາດ. ທ່ານ De Klerk ​ໄດ້​ຮັບລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ຮ່ວມ​ກັບ ທ່ານ Mandela
ຜູ້​ທີ່​ທ່ານໄດ້ປ່ອຍ​ໂຕ​ອອກ​ຈາກ​ຄຸກ​ ໃນ​ປີ 1990​. ທ່ານ​ກ່າວ​ວ່າຄວາມສໍາພັນຂອງ ພວກ​ທ່ານ
​ກໍ​ມັກ​ມີ “​ບັນຫາຢູ່​ເລື້ອຍໆ” ​ແຕ່​ວ່າ ພວກ​ທ່ານ​ສາ ມາດ “ຕົກລົງ​ກັນ​ໄດ້ ​ໃນເວລາທີ່ມີ​ຄວາມ​
ຫລໍ່​ແຫຼມສຳຄັນ.”

ບັນດາຜູ້ນໍາປະເທດອາຟຣິກາ ຫຼາຍໆ​ທ່ານ ຢູ່ທີ່ນະຄອນປາຣີ ເພື່ອ​ເຂົ້າຮ່ວມກອງປະຊຸມ
ສຸດຍອດຄວາມ​ໝັ້ນຄົງໃນວັນສຸກວານນີ້ ໄດ້ພາກັນປະຕິຍານ​ວ່າຈະປະຕິບັດຕາມໂຕຢ່າງ
ທີ່ທ່ານ Madela ໄດ້ວາງເອົາໄວ້.

ພະ​ສັງຄະຣາດອາ​ຟຣິກາ​ໃຕ້​ ແລະ​ນັກ​ເຄື່ອນ​ໄຫວຕໍ່ຕ້ານ​ລັດທິ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິ​ວພັນ
Desmond Tutu ຮ້ອງ​ເພຶ່ອນມິດຂອງ​ທ່ານ​ວ່າ ເປັນ “​ເພັດພອຍ​ທີ່​ລໍ້າຄ່າ” ຜູ້​ທີ່​ໂພ່​ໂຕອອກ
​ມາ​ຈາກ​ຄຸກ​ແບບ​ທີ່ “​ບໍ່​ມີ​ຈຸດ​ບົກ​ຜ່ອງຫຍັງ​ໝົດ.” ພະ​ສັງຄະຣາດ Tutu ກ່າວ​ວ່າ ​ແທນທີ່​
ຈະ “ຮຽກ ຮ້ອງ​ກ່ຽວ​ກັບ​ຄວາ​ມທຸກທໍລະມານຂອງ​ທ່ານ ​ແຕ່ທ່ານ​ໄດ້ປະກາດ​ກ່ຽວ​ກັບຄຳ
ຮຽກຮ້ອງ ໃນ​ການ​ໃຫ້​ອ​ະ​ໄພ​ຍະ​ໂທດແລະການ​ສ້າງ​ຄວາມ​ປອງ ດອງ​ຊາດ.”

CN-MANDELA WORLD REACT
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ


ອະດີດ ​ເລຂາ​ທິການໃຫຍ່ ອົງການ ສະຫະ​ປະຊາ​ຊາດ ທ່ານ Kofi Anan ຊຶ່ງພ້ອມ​ດ້ວຍ
ພະ​ສັງຄະຣາດ Tutu ​ແລະ​ທ່ານ Mandela​ໄດ້ຕັ້ງ​ກຸ່ມລັດຖະບຸລຸດ ທີ່ຮູ້​ກັນໃນ​ນາມ ພວກ
ອະ​ວຸ​ໂສນັ້ນ ​ກ່າວ​ວ່າອາຟຣິກາ​ໃຕ້ ​ໂຊກ​ດີທີ່ມີ​ຜູ້​ນໍາ​ຄົນ​ນຶ່ງທີ່​ໄດ້​ຮັບ​ແຮງ​ດົນໃຈ​ໃນ​ການໃຫ້
ອະ​ໄພ​ຍະ​ໂທດ ​ເພື່ອ​ໃຫ້​ປະ​ເທດ “ບໍ່​ໄດ້​ເກີດ​ຄວາມ​ໂກ​ລາ​ຫົນ​ວຸ້ນວາຍ.”

ໝູ່ເພື່ອນທີ່​ໄດ້​ຮັບ​ລາງວັນໂນແບ​ລຂະ​ແໜງ​ສັນ​ຕິພາບຄົນນຶ່ງ ທ່ານ​ນາງ Aung San Suu
Kyi ​ໄດ້ກ່າວ​ສັນລະ​ເສີນ ທ່ານ Mandela ວ່າ “​ເປັນ​ບຸກຄົນ​ຜູ້​ຍິ່ງ​ໃຫຍ່ ທີ່​ໄດ້​ຍົກ​ມາດຕະ
ຖານຄວາມ​ເປັນ​ມະນຸດ​ໃຫ້​ສູງ​ຂຶ້ນ.”

ທ່ານນາງເວົ້າວ່າ “ທ່ານເຮັດໃຫ້ພວກເຮົາທັງໝົດ ເຂົ້າໃຈວ່າ ບໍ່ມີໃຜຕ້ອງໄດ້ຮັບ
ການລົງໂທດຍ້ອນສີຂອງຜີວພັນອັນທີ່ມີມາແຕ່ເກີດ. ທ່ານຍັງເຮັດໃຫ້ພວກເຮົາ
ເຂົ້າໃຈວ່າ ພວກເຮົາສາມາດ ປ່ຽນແປງໂລກໄດ້. ພວກເຮົາສາມາດ ປ່ຽນແປງ
ໂລກໄດ້ ໂດຍການປ່ຽນແປງນິໄສ ໂດຍການປ່ຽນແນວຄິດ.”


ອົງ​ດາ​ໄລ ລາມະ ຊຶ່ງ​ເປັນ​ອີກ​ຄົນ​ນຶ່ງທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ ສັນຕິ​ພາບກ່າວ​ວ່າ
ພະ​ອົງ​ຈະຊົງ “ຄິດ​ຮອດ​ເພື່ອນ​ທີ່​ດີ​ຂອງ​ພະອົງ” ທີ່​ພະ​ອົງ​ມີ​ຄວາມ​ຫວັງ​ ຈະ​ພົບ​ກັນ​ອີກ. ອົງ​
ດາ​ໄລລາ​ມະກ່າວ​ວ່າ ​ເຖິງ​ແມ່ນ​ວ່າ ຮ່າງກາຍ​ຂອງ​ທ່ານໄດ້​ຈາກ​ໄປ​ແລ້ວ ​ແຕ່ “ວິນ​ຍານ​ຂອງ​
ທ່ານ ຍັງ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ”

XS
SM
MD
LG