ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາຜູ້ນຳຂອງໂລກ ສົ່ງສານ ສະແດງ ຄວາມຍິນດີ ໄປຍັງ ທ່ານ Macron ທີ່ຊະນະ ການເລືອກຕັ້ງປະທານາທິບໍດີ

ປະທານາທິບໍດີ ຝຣັ່ງ ທີ່ກຳລັງຈະພົ້ນຈາກຕຳແໜ່ງ ທ່ານ Francois Hollande (ຂວາ) ເອື້ອມແຂນໄປແຕະ ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Emmanuel Macron, ໃນຂະນະທີ່ພວກເພິ່ນ ເຂົ້າຮ່ວມພິທີ ວັນຂີດໝາຍ ການສິ້ນສຸດສົງຄາມໂລກ ຄັ້ງທີ II ທີ່ ທາດທະຫານນິລະນາມ ຫຼື Tomb of the Unknown Soldier ຢູ່ທີ່ Arc de Triomphe ໃນນະຄອນຫຼວງປາຣີ, ວັນທີ 8 ພຶດສະພາ 2017.

ບັນດາຜູ້ນຳຂອງໂລກ ແລະ ນັກການເມືອງຊື່ດັງ ຄົນອື່ນໆ ໄດ້ສົ່ງຂໍ້ຄວາມສະແດງ
ຄວາມຍິນດີ ໄປຍັງປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງຝຣັ່ງ ທ່ານ Emmanuel
Macron ສຳລັບ ການຍາດໄດ້ໄຊຊະນະຈາກ ຄູ່ແຂ່ງຂອງທ່ານ ຄືທ່ານນາງ Marine
Le Pen ນັ້ນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມລົງທາງ Twitter
ວ່າ “ຂໍສະແດງຄວາມຍິນດີ ຕໍ່ທ່ານ Emmanuel Macron ສຳລັບ ໄຊຊະນະອັນ
ຍິ່ງໃຫຍ່ຂອງທ່ານ ທີ່ຈະເປັນປະທານາທິບໍດີ ຝຣັ່ງ ຄົນຕໍ່ໄປ. ຂ້າພະເຈົ້າ ຫວັງເປັນ
ຢ່າງຍິ່ງວ່າ ຈະໄດ້ທຳງານຮ່ວມກັບທ່ານ!”

ທ່ານທຣຳ ບໍ່ໄດ້ຮັບຮອງເອົາຜູ້ສະໝັກ ຜູ້ໃດຜູ້ນຶ່ງ ເປັນທີ່ເປີດເຜີຍ ກ່ອນໜ້າການເລືອກ
ຕັ້ງ ແຕ່ໄດ້ເຮັດໃຫ້ຮູ້ໂດຍທົ່ວໄປ ວ່າ ທ່ານນິຍົມ ທັດສະນະຂອງທ່ານນາງ Marine
Le Pen.

ອະດີດ ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ທ່ານນາງ Hillary Clinton ຜູ້ນຳ
ສິດທິພົນລະເຮືອອາເມຣິກັນ ທ່ານ Jesse Jackson ແລະ ຜູ້ປົກຄອງນະຄອນ
ນິວຢັອກ ທ່ານ Bill de Blasio ໃນບັນດານັກການເມືອງຄົນອື່ນໆ ກໍໄດ້ສະແດງ
ຄວາມຍິນດີ ນຳທ່ານ Macron ແລະ ປະຊາຊົນຂອງຝຣັ່ງ ສຳລັບຜົນການເລືອກຕັ້ງ
ດັ່ງກ່າວ.

ໂຄສົກ ຂອງທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍຣະມັນ ໄດ້ກ່າວ
ໃນຖະແຫລງການສະບັບນຶ່ງ ວ່າ “ໄຊຊະນະຂອງທ່ານ ເປັນໄຊຊະນະ ທີ່ຈະເຮັດ
ໃຫ້ ຢູໂຣບເຂັ້ມແຂງ ແລະ ປຸ້ມລຸມກັນ ແລະ ເພື່ອມິດຕະພາບ ລະຫວ່າງຝຣັ່ງ ກັບ
ເຢຍຣະມັນ.”

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄປຮອດກອງປະຊຸມສຸດຍອດ EU ຢູ່ທີ່ ອາຄານ Europa ໃນນະຄອນ Brussels ເມື່ອວັນພະຫັດ ທີ 9 ມີນາ 2017.
ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄປຮອດກອງປະຊຸມສຸດຍອດ EU ຢູ່ທີ່ ອາຄານ Europa ໃນນະຄອນ Brussels ເມື່ອວັນພະຫັດ ທີ 9 ມີນາ 2017.

ທ່ານ Macron ໂອ້ລົມກັບ ທ່ານນາງ Merkel ຫຼັງຈາກໄຊຊະນະຂອງທ່ານ ໄດ້ຖືກ
ປະກາດອອກມາ ໂດຍບອກທ່ານນາງ ວ່າ ທ່ານຈະເດີນທາງໄປຍັງ ນະຄອນ Berlin
“ໃນໄວໆນີ້.”

ໂຄສົກຂອງທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ ໄດ້ກ່າວໃນຖະ
ແຫລງການ ສະບັບນຶ່ງ ວ່າ ທ່ານນາງ May “ສະແດງຄວາມຍິນດີ ຢ່າງອົບອຸ່ນ ສຳລັບ
ຜົນສຳເລັດຂອງທ່ານ Macron ປະທານາທິບໍດີທີ່ຖືກເລືອກໃໝ່. ຝຣັ່ງ ເປັນນຶ່ງ ໃນ
ພັນທະມິດ ທີ່ໃກ້ຊິດທີ່ສຸດຂອງພວກເຮົາ ແລະ ພວກເຮົາຫວັງວ່າ ຈະໄດ້ທຳງານ
ຮ່ວມກັບປະທານາທິບໍດີ ຄົນໃໝ່ ໃນເລື່ອງຕ່າງໆ ທີ່ເປັນບຸຣິມະສິດຮ່ວມກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG