ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ນຳ ຈາກທົ່ວໂລກ ສະແດງ ຄວາມເສົ້າ ສະຫຼົດໃຈ ຕໍ່ຜູ້ເຄາະຮ້າຍ ຢູ່ຝຣັ່ງ


ບັນດາຜູ້ນຳໂລກ ພາກັນຢືນໄວ້ອາໄລ ສະຫງົບສະຕິອາລົມ ນຶ່ງນາທີ ໃຫ້ແກ່ບັນດາຜູ້ເຄາະຮ້າຍ.
ບັນດາຜູ້ນຳໂລກ ພາກັນຢືນໄວ້ອາໄລ ສະຫງົບສະຕິອາລົມ ນຶ່ງນາທີ ໃຫ້ແກ່ບັນດາຜູ້ເຄາະຮ້າຍ.

ບັນດາ​ຜູ້ນຳ​ຢູ່​ໃ​ນ​ທົ່ວ​ໂລກ​ ພາກັນ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ຕໍ່​ພວກເຄາະ​ຮ້າຍ​ ​ໃນ​ການ​ສັງຫານ​ໝູ່​ທີ່​ເມືອງ Nice ​ໃນ​ວັນ​ພະຫັດ​ວານ​ນີ້ ​ແລະ​ໄດ້ປະນາມ​ຜູ້​ໂຈມ​ຕີ.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ໄດ້​ອອກຖະ​ແຫລງການ ຜ່ານທາງ Twitter ​ໃນ​ຄືນວັນ​ພະຫັດ​ວານ​ນີ້ ​ໂດຍສົ່ງ “ຄວາມ​ຄິດແລະ​ຄຳ​ພາວະ​ນາ” ໄປ​ຍັງບັນດາ ຄອບຄົວ​ຂອງ​ຜູ້ທີ່​ໄດ້​ເສຍ​ຊີວິດ​ຈາກ​ການ​ໂຈມຕີ ແລະ​ກ່າວ​ເຖິງ​ຝຣັ່ງວ່າ ​ເປັນ​ພັນທະ​ມິດ​ທີ່ “​ເກົ່າ​ແກ່​ສຸດ” ຂອງ​ສະຫະລັດ.

ທ່ານ Obama ກ່າວ​ວ່າ “​ໃນ​ວັນສະຫລອງ​ເອກະລາດ​ນີ້ ພວກ​ເຮົາ​ມີ​ຄວາມ​ຊົງ​ຈຳກ່ຽວ​ກັບ​ສິ່ງ​ທີ່​ພິ​ເສດ ​ແລະ​ຄຸນຄ່າ​ປະຊາທິປະໄຕ​ທີ່​ໄດ້​ເຮັດ​ໃຫ້​ຝຣັ່ງ ​ເປັນແຮງ​ໃຈ​ໃຫ້​ແກ່​ໂລກ​ທັງ​ໝົດ ​ແລະ​ພວກ​ເຮົາ​ຮູ້​ວ່າ ​ລັກສະນະ​ພິ​ເສດຂອງ​ສາທາລະນະ​ຝຣັ່ງ ຈະ​ຢັ້ງຍືນ​ໄປ​ອີກຍາວ​ນານ ຫລັງ​ຈາກ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ແລະ​ການ​ສູນ​ເສ​ຍຊີວິດ​ໃນ​ການ​ຈະລາຈອນ​ຄັ້ງນີ້.”

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ຜູ້​ທີ່​ໄດ້​ຢູ່​ປະ​ເທດ​ຝຣັ່ງ ​ເພື່ອ​ສະ ຫລອງ​ວັນ Bastille ຮ້ອງ​ການ​ໂຈ​ມນີ້​ນີ້​ວ່າ “​ໂຫດຮ້າຍ” ​ແລະ​ກ່າວ​ວ່າ “ສະຫະລັດ​ຈະ​ສືບ​ຕໍ່ ຢືນ​ຢູ່​ຢ່າງໝັ້ນຄົງກັບ​ປະຊາຊົນຝຣັ່ງ​ໃນ​ລະຫວ່າງ​ທີ່​ເກີດໂສກ​ນາດຕະກຳ​ດັ່ງກ່າວ​ນີ້.”

ປະທານສະພາຢູ​ໂຣບ ທ່ານ Donald Tusk ​ໄດ້ໃຫ້​ຂໍ້​ສັງ​ເກດໃນ​ຄວາມ​ສຳ​ຄັນ​ຂອງ​ເວລາ ການ​ໂຈມ​ຕີ ​ແລະ​ໄດ້ຮຽກ​ຮ້ອງໃຫ້​ທຸກໆ​ຄົນ​ຢືນ​ຢູ່​ກັບ​ຝຣັ່ງ ​ໃນ​ເວລາ​ທີ່​ມີ​ຄວາມ​ຕ້ອງການ ດັ່ງກ່າວ​ນີ້.

ທ່ານ Tusk ກ່າວ​ໃນ​ຂະນະ​ເຂົ້າ​ຮ່ວມ​ປະຊຸມ​ກັບ ​ລະຫວ່າງພວກ​ຜູ້ນຳ​ຂອງ​ເອ​ເຊຍ ​ແລະຢູ​ໂຣບ​ໃນ​ປະ​ເທດ​ມົງ​ໂກ​ເລຍວ່າ “ມັນ​ເປັນ​ຄວາ​ມ​ເວົ້າທີ່​ໂສກ​ເສົ້າ ທີ່​ບັນດາ​ຜູ້​ເຄາະ​ຮ້າ​ຍ​ໃນ​ການ​ໂຈມ​ຕີ ​ກຳລັງ​ສະ​ຫລອງ​ອິດ​ສະຫຼະ​ພາບ ຄຸນ​ນະພາ​ບ ​ແລະ​ຄວາມ​ເປັນ​ພີ່ນ້ອງ ພວກ​ເຮົາ​ຈະ​ຢືນຢູ່​ຢ່າງ​ເປັນ​ເອກະ​ພາບ ​ກັບ​ບັນດາ​ຄອບ ຄົວ​ຂອງ​ຜູ້​ເຄາະ​ຮ້າຍ ປະຊາຊົນແລະ​ລັດຖະບານຝຣ່ັງ​ໃ ນ​ການ​ຕໍ່ສູ້​ຕ້ານ​ຄວາມ ​ຮຸ​ນ​ແຮງ ​ແລະຄວາມ​ກຽດ​ຊັງ.

ລັດຖະມົນຕີ​ຕ່າງປະ​ເທດສະ​ເປນ ທ່ານ Jose Manuel Garcia-Margallo ທີ່ເຂົ້າ​ຮວມ ກອງ​ປະຊຸມ​ທີ່​ມົງ​ໂກ​ເລຍ ກ່າວ​ວ່າ ທ່ານ​ໄດ້​ໂທລະສັບ​ໄປ​ຫາ​ຄູ່​ຕຳ​ແໜ່​ງຂອງ​ທ່ານ​ຢູ່​ຝຣັ່ງ ເພື່ອ​ສະ​ແດງ​ຄວາ​ມ​ເສົ້າ​ສະຫລົດ​ໃຈ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ເສຍ​ໃຈຫຼາຍ ​ແລະ​ຢືນ​ຢູ່​ກັບ​ປະຊາ​ຊົນ ​ແລະ​ລັດຖະບານ​ຝຣັ່ງ.”

ນາຍົກລັດຖະມັນ​ຕີ​ຈີນ ທ່ານ Li Kequiang ກ່າວ​ວ່າ “ພວກ​ເຮົາ​ຂໍປະນາມ​ການ​ກໍ່​ການ​ຮ້າຍໃນ​ທຸກ​ຮູບ​ແບ​ບຢ່າງ​ສຸດ​ຂີດ. ພວກ​ເຮົາ​ຂໍ​ສະດງຄວາມ​ເສົ້າ​ສະ ຫລົດ​ໃຈ​ຂອງ​ພວກ​ເຮົາ​ຕໍ່​ບັນດາ​ຜູ້​ເຄາະ​ຮ້າຍ ​ແລະ​ພວກ​ເຮົາ​ຈະ​ຕໍ່ສູ້ກັບ​ການ​ກໍ່​ການ​ຮ້າຍ​ທຸກໆ​ຢ່າງ.”

ນາຍົກລັດຖະມົນຕີການາດາ ທ່ານ Justin Trudeau ກໍ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ ທາງ Twitter ໄປ​ຍັງ​ພວກ​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ການ​ໂຈມຕີ ​ເປັນພາ​ສາ​ອັງກິດ ​ແລະ​ພາສາ​ຝຣັ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

France Truck Attack Reax
please wait

No media source currently available

0:00 0:02:32 0:00

XS
SM
MD
LG