ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາຜູ້ນຳໂລກ ໃຫ້ຄຳໝັ້ນສັນຍາແບ່ງປັນ ຄວາມຮັບຜິດຊອບ ກ່ຽວກັບອົບພະຍົບ


ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon ກ່າວຄຳປາໄສ ໃນຂະນະທີ່ເປັນ ປະທານກອງປະຊຸມຄັ້ງທີ່ 71 ຂອງສະໄໝວິສາມັນ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon ກ່າວຄຳປາໄສ ໃນຂະນະທີ່ເປັນ ປະທານກອງປະຊຸມຄັ້ງທີ່ 71 ຂອງສະໄໝວິສາມັນ.

ປະຊາ​ຄົມ​ສາກົນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ປັບປຸງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ສຳລັບ​ຊາວອົບ​ພະຍົບ​ໂລກ ​ແລະ​ວິ​ກິດ​ການ​ຄົນ​ເຂົ້າ​ເມືອງ ​ໂດຍ​ຜ່ານ​ຄຳ​ຖາມ​ຈຳນວນນຶ່ງ​ວ່າ ​ແຜນການນີ້​ຈະ​ໄປ​ໄກ​ພໍສົມຄວນ.

At the UN, Leaders Pledge Support for Refugees, Migrants
please wait

No media source currently available

0:00 0:02:08 0:00

ຢູ່​ໃນ​ກອງ​ປະຊຸມ​ສຸດ​ຍອດລະດັບ​ສູງ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ທີ່​ສະຫະ​ປະຊາ​ຊາດ ບັນດາ​ສະມາຊິກ​ປະ​ເທດ​ຕ່າງໆ​ໄດ້​ເຫັນ​ດີ​ທີ່​ຈະ​ປົກ​ປ້ອງ​ສິດທິ​ມະນຸດ ຂອງ​ຊາວ​ອົບ​ພະຍົບ ​ແລະ​ຄົນ​ເຂົ້າ​ເມືອງ ​ແລະ​ແບ່ງປັນຄວາມ​ຮັບຜິດຊອບ​ແກ່​ການ​ເຄື່ອນ​ໄຫວ​ອັນ​ໃຫຍ່​ຫລວງ​ຂອງ​ປະ​ຊາກ​ອນ​ຢູ່​ໃນ​ລະດັບ​ທົ່ວໂລກ.

ອົບພະຍົບຊີເຣຍ ນາງ Walaa 26 ປີ ນັ່ງຢູ່ໃນຜາມຂອງລາວທີເກາະ Chios ປະເທດ Greece.
ອົບພະຍົບຊີເຣຍ ນາງ Walaa 26 ປີ ນັ່ງຢູ່ໃນຜາມຂອງລາວທີເກາະ Chios ປະເທດ Greece.

​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ຕໍ່​ສະມັດຊາ​ໃຫຍ່​ວ່າ “ຊາວ​ອົບ​ພະຍົບ ​ແລະ​ຄົນ​ເຂົ້າ​ເມືອງ​ຈະ​ບໍ່​ໃຫ້​ເຫັນ​ວ່າ​ໄດ້ຮັບຄວາມ​ຍາກ​ລຳບາກ ​ເຂົາ​ເຈົ້າ​ໄດ້​ສະ​ເໜີ​ໃຫ້​ເປັນ​ໂອກາດ​ອັນ​ຍິ່ງ​ໃຫຍ່ ພຽງ​ແຕ່​ຖ້າ​ຫາກ​ວ່າ​ພວກ​ເຮົາ​ເປີດ​ໂອກາດ​ໃຫ້ເຂົາເຈົ້າ. ພວກ​ເຮົາ​ຕ້ອງ​ນັບຖື​ສິດທິ​ມະນຸດ​ຂອງ​ອົບ​ພະ​ຍົບທັງ​ໝົດ ​ແລະ​ຄົນ​ເຂົ້າ​ເມືອງທັງຕັ້ງຄວາມ​ໝາຍ​ໝັ້ນ​ຂອງ​ພວກ​ເຮົາໄວ້​ຢູ່ໃນ​ຫົວ​ໃຈ

65 ລ້ານ​ຄົນ​ທີ່​ບໍ່​ເຄີ​ຍມີ​ມາ​ກ່ອນ​ ໄດ້​ຖືກ​ບັງຄັບ​ໜີບໍ່ມີ​ບ່ອນຢູ່ອາ​ໄສ​ຢູ່​ທົວ​ໂລກ​ມະນຸດ ຈຳນວນ​ນຶ່ງ​ເກີດ​ຈາກ​ການ​ຂັດ​ແຍ້​ງ ​ຫລື​ຈັບ​ກຸມ ອີກ​ຈຳນວນ​ນຶ່ງ​ຈາກ​ຄວາມ​ທຸກ​ຍາກລຳບາກ​ທີ່​ສຸດ ​ແລະ​ອີກ​ຫລາຍໆ​ຄົນ​ຈາກ​ໄພ​ທຳ​ມະ​ຊາດ.

U.N. Human Rights Commissioner Zeid al-Hussein at Refugee Summit
please wait

No media source currently available

0:00 0:00:59 0:00

ຄຳ​ປະກາດ​ທີ່​ໄດ້​ຮັບ​ຮູ້​ເອົາ​ຢູ່​ນະຄອນ New York ແມ່ນເພື່ອຊອກ​ຫາ​ການ​ເພີ້ິມການສະ ໜັບສະໜູນ​ແກ່​ບັນດາ​ປະ​ເທດ ທີ່​ໄດ້​ຮັບ​ຜົນ​ກະທົບ​ທີ່​ສຸດ​ຈາກ​ວິ​ກິດ​ການ ​ເພື່ອ​ຊ່ວຍບັນດາ​ເດັກນ້ອຍ​ເພື່ອໃຫ້ໄດ້​ຮັບ​ການ​ສຶກສາ ​ແລະ​ເພື່ອ​ຊຸກ​ຍູ້​ທຶນ​ແກ່​ດ້ານ​ມະນຸດ​ສະທຳ ​ແລະ​ການ​ຕັ້ງ​ຖິ່ນ​ຖານ​ອົບພະຍົບ.

Secretary of State John Kerry on Refugee Resettlement
please wait

No media source currently available

0:00 0:01:11 0:00

​ແຜນການ​ນຶ່ງ​ທີ່​ຈະ​ຖາມ​ບັນດາ​ລັດຖະບານຕ່າງໆ​ເພື່ອ​ຕັ້ງ​ຖິ່ນ​ຖານ 10 ​ເປີ​ເຊັນ​ຂອງ​ອົບ​ພ​ະຍົບ​ໂລກ​ແຕ່ລະ​ປີໄດ້​ຖືກ​ຮັບເອົາ ​ແລະ​ປະກາດ​ເປັນ​ເທື່ອ​ສຸ​ດທ້າຍ ທີ່ບໍ່​ຕ້ອງການ​ໃຫ້​ບັນດາ​ປະ​ເທ​ດຕ່າງໆ​ຮັບເອົາ​ຈຳນວນໂຕ​ເລກ​ຂອງ​ຄົນໂດຍສະ​ເພາະ ອັນ​ທີ່​ນຳ​ໄປ​ສູ່​ການຖືກ​ຕິຕຽນ ​ໂດ​ຍອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ NGOs.

IOM William Lacy Swing on Unprecedented Complex Crises
please wait

No media source currently available

0:00 0:02:29 0:00

ອົງການ​ສິ້ງ​ຊອມ​ສິດທິ​ມະນຸດ ກ່າວ​ວ່າ ຄຳ​ປະກາດ​ໄດ້ “ຜິດພາດ​ໂອກາດ” ​ເພື່ອ​ຂະຫຍາຍ​ກວ້າງໃນການ​ປ້ອງ​ກັນອົບ​ພະຍົບ ​ແລ​ະຄົນ​ເຂົ້າ​ເມືອງຢືນຢັນ​ວ່າມີການ “ຄາດໝາຍໃນຂອບ​ເຂ​ດຈຳກັດ ​ໃນຄວາມ​ໝັ້ນ​ໝາຍໃໝ່.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG