ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳຂອງໂລກ ເຕົ້າໂຮມກັນຢູ່ເທີກີ ເພື່ອປຶກສາ ກ່ຽວກັບ ວິກິດການ ມະນຸດສະທຳ


ບັນຜູ້ເຂົ້າຮ່ວມກອງປະຊຸມ ກຳລັງ ຊອກຫາທີ່ນັ່ງ ໃນລະຫວ່າງ ກອງປະຊຸມສຸດຍອດ ຂອງໂລກ ດ້ານມະນຸດສະທຳ ຄັ້ງທຳອິດ ຢູ່ໃນນະຄອນ Istanbul ຂອງປະເທດເທີກີ, ວັນຈັນທີ 23 ພຶດສະພາ 2016.
ບັນຜູ້ເຂົ້າຮ່ວມກອງປະຊຸມ ກຳລັງ ຊອກຫາທີ່ນັ່ງ ໃນລະຫວ່າງ ກອງປະຊຸມສຸດຍອດ ຂອງໂລກ ດ້ານມະນຸດສະທຳ ຄັ້ງທຳອິດ ຢູ່ໃນນະຄອນ Istanbul ຂອງປະເທດເທີກີ, ວັນຈັນທີ 23 ພຶດສະພາ 2016.

ບັນດາຜູ້ນຳ ຈາກທົ່ວໂລກ ໄດ້ໄປເຕົ້າໂຮມກັນຢູ່ທີ່ນະຄອນ Istanbul ປະເທດເທີກີ ໃນວັນຈັນມື້ນີ້ ​ເພື່ອ​ເຂົ້າຮ່ວມ​ ກອງ​ປະ​ຊຸມ​ສຸດ​ຍອດ​ດ້ານ​ມະນຸດ​ສະ​ທຳ ທີ່​ມີການລໍຄອຍ​ເປັນເວລາຍາວນານ ໂດຍຫວັງທີ່ຈະຈັດຕັ້ງອະນຸສັນຍາທີ່ເປັນຮູບປະທຳ ເພື່ອຮັບມື ກັບວິກິດການອົບພະຍົບໃນ ອະນາຄົດ.

ກອງ​ປະຊຸມ​ສຸດ​ຍອດຊຶ່ງໄດ້ອຸປະຖຳຈາກອົງການສະຫະປະຊາຊາດ ໄດ້ ເລີ້ມຕົ້ນຂຶ້ນ ໃນວັນຈັນມື້ນີ້ ແລະ ຈະດຳເນີນໄປຈົນຮອດວັນພຸດມື້ຮື ອັນເປັນການຈັດຂຶ້ນ ເພື່ອກະຕຸ້ນ ໃຫ້ເກີດມີການເຄື່ອນໄຫວ ໃນການຮັບມືກັບ ໄພພິບັດຕ່າງໆ ທີ່ເກີດຂຶ້ນຊ້ຳແລ້ວຊ້ຳອີກ ແລະ ຫລຸດຜ່ອນຄວາມສ່ຽງ ຂອງບັນດາປະເທດທີ່ກຳລັງພັດທະນາ.

ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Jan Eliasson ໄດ້ກ່າວຕໍ່ບັນດາ ນັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນວັນອາທິດວານນີ້ ວ່າ “ພວກເຮົາ ໄດ້ເຫັນຄວາມທຸກທໍລະມານ ຢູ່ໃນໂລກ ໃນປັດຈຸບັນ. ມີຄວາມຈຳເປັນສູງ ສຳລັບ ພວກເຮົາ ທີ່ຈະສະແດງອອກເຖິງຄວາມສາມັກຄີ ກັບພວກຄົນເຫຼົ່ານັ້ນ ຜູ້ທີ່ໄດ້ຮັບ ຜົນກະທົບໂດຍໄພພິບັດທຳມະຊາດ ແລະ ໄພພິບັດທີ່ມະນຸດສ້າງຂຶ້ນຕ່າງໆ.”

ຜູ້ນຳຂອງປະເທດ ແລະ ລັດຖະບານ ຫຼາຍກວ່າ 125 ຄົນ ໄດ້​ເຂົ້າຮ່ວມກັນ ພ້ອມກັບ ບັນດາຜູ້ຕາງໜ້າຂອງອົງການສະຫະປະຊາຊາດ ຢູ່ທີ່ ປະເທດເທີກີ ທີ່ເປັນປະເທດ ເຈົ້າພາບ ຊຶ່ງໂດຍສະເພາະ ໄດ້ປະສົບກັບວິກິດການ ຂອງການຍົກຍ້າຍຖິ່ນຖານ ໃນຢູໂຣບ ທີ່ຍັງດຳ​ເນີນຢູ່ຕໍ່ໄປຢ່າງໜັກ. ປັດຈຸບັນນີ້ ເທີກີ ແມ່ນສະໜອງທີ່ຢູ່ອາໄສ ໃຫ້ແກ່ພວກອົບພະຍົບ ປະມານ 2 ລ້ານ 7 ແສນຄົນ ທີ່ຫລົບໜີຈາກບັນຫາຂັດແຍ້ງ ໃນຊີເຣຍ ອັນເປັນຈຸດນຶ່ງທີ່ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ເບິ່ງຄືວ່າ ຈະເນັ້ນຢ້ຳ ໃນຂະນະທີ່ກອງປະຊຸມດຳເນີນໄປ.

ໃນຂະນະທີ່ພວກຍັງມີຄວາມສົງໄສບາງສ່ວນ ໄດ້ຄວາມເປັນຫ່ວງ ວ່າ ກອງ​ປະຊຸມ ດັ່ງກ່າວນີ້ ຈະມີຜົນໜ້ອຍດຽວ ຫຼາຍກວ່າການປຶກສາຫາລືຂອງກຸ່ມຕ່າງໆ ທີ່ມີການເຜີຍ ແຜ່ເປັນຢ່າງດີນັ້ນ ຊຶ່ງບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດ ຫວັງວ່າ ມັນຈະກະຕຸ້ນ ໃຫ້ເກີດການປ່ຽນແປງ ທີ່ຈະຊ່ອຍບັນເທົາ ຄວາມ​ທຸກທໍລະມານ ໃຫ້ແກ່ຫຼາຍລ້ານຄົນ ຂອງປະເທດທີ່ທຸກຍາກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Summit
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG