ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຄາຮຸ້ນໃນຕະຫລາດເອເຊຍ ຖີບໂຕສູງຂຶ້ນ ໃນວັນຈັນມື້ນີ້


ຕະຫຼາດຮຸ້ນ Hang Seng ທີ່ຮອງກົງ.
ຕະຫຼາດຮຸ້ນ Hang Seng ທີ່ຮອງກົງ.

ລາຄາ​ຮຸ້ນ​ໃນ​ຕະຫຼາດ​ເອ​ເຊຍ​ຖີບ​ໂຕ​ສູງ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ຫລັງຈາກ​ມີ ​ຂ່າວ​ດີ​ຈາກ​ອີ​ຕາ​ລີ
ກຣີສ ຈີນ​ແລະ​ຍີ່ປຸ່ນ.

ປາກົດ​ວ່າພວກ​ນັກ​ລົງທຶນມີ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ ​ທີ່​ຄະນະ​ນໍາພາ​ໃໝ່ໃນ​ອີ​ຕາ​ລີແລະກຣີສ
ຈະ​ທໍາ​ຄວາມ​ຄືບ​ໜ້າ​ ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ໃນ​ຢູ​ໂຣບນັ້ນ. ພວກ​ຕະຫຼາດຮຸ້ນຍັງ
ຕອບ​ສະໜອງ​ໃນ​ທາງ​ບວກ​ເຊ່ນ​ກັນ​ ຕໍ່​ລາຍ​ງານ​ສະບັບ​ໃໝ່​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າການ
ເສດຖະກິດ​ຂອງ​ຍີ່ປຸ່ນ​ໄດ້​ຂະຫຍາຍ​ໂຕ​ອອກ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ຮອບ 4 ​ໄຕ​ມາດ​ຜ່ານ​ມາ
ແລະ​ພວກ​ນັກວິເຄາະ​ກ່າວ​ວ່າ ​ເສດຖະກິດ​ຂອງ​ຈີນ​ກໍ​ໄດ້​ຕອບ​ສະໜອງ​ໃນ​ທາງ​ບວກ​ຕໍ່ນະ
ໂຍບາຍ​ຕ່າງໆ​ທີ່​ມີ​ເຈດ​ຕະນາ​ເພື່ອ​ລົດ​ຜ່ອນ​ການ​ໃຫ້​ເງິນ​ກູ້​ຢືມ ອັດຕາ​ເງິນ​ເຟີ້​ຕໍ່າ ​ແລະ​
ຄວບ​ຄຸມລາຄາ​ຊັບ​ສິນ​ນັ້ນ.

ດັດ​ຊະນິຮຸ້ນ Hang Seng ທີ່​ຮົງ​ກົງ​ໄດ້​ເພີ່ມ​ຂຶ້ນ​ເກືອບ 2 ​ເປີ​ເຊັ​ນ ກ່ອນ​ຕະຫຼາດ​ອັດ​ລົງ
ໃນ​ຂະນະ​ທີ່​ດັດຊະນີ​ຮຸ້ນ Nikkei ຂອງ​ຍີ່ປຸ່ນເພີ່ມ​ຂຶ້ນ 1 ​ເປີ​ເຊັນ​ ເວລາ​ຕະຫຼາດ​ອັດ.

ສໍານັກງານ​ຄະນະ​ລັດຖະບານ​ຍີ່ປຸ່ນ​ໄດ້​ເປີດ​ເຜີຍ​ລານ​ງານ​ຂັ້ນ​ຕົ້ນ​ສະບັບນຶ່ງ ​ທີ່​ສະ​ແດງ
ໃຫ້​ເຫັນ​ວ່າເສດຖະກິດ​ຂອງ​ຍີ່ປຸ່ນ ​ຊຶ່ງ​ເປັນ​ເສດຖະກິດທີ່​ໃຫຍ່​ອັນ​ດັບ​ສາມ​ຂອງ​ໂລກ​ໄດ້
ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ 6 ​ເປີ​ເຊັນຕໍ່​ປີ​ ໃນ​ໄລຍະ​ເດືອນ​ກໍລະກົດ​ຫາ​ເດືອນ​ກັນຍາ​ຜ່ານ​ມາ
ໂດ​ຍໄດ້​ຮັບ​ການ​ຊຸກຍູ້​ຈາກສິນຄ້າ​ສົ່ງ​ອອກ​ ຊຶ່ງ​ນັບວ່າເປັນ​ຂ່າວ​ດີຄັ້ງ​ທໍາ​ອິດ​ສໍາລັບ​ເສດ
ຖະກິດ​ຍີ່ປຸ່ນ ນັບ​ແຕ່​ໄພ​ຫາຍຍະນະ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ສຸ​ນາ​ມິ​ປະ​ທະ​ໃນ​ເດືອນ
ມີນາ​ຜ່ານ​ມາ​ນັ້ນ.

XS
SM
MD
LG