ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການແຂ່ງຂັນ ເຕະບານໂລກ ຮອບຮອງຊະນະເລີດ


ນັກເຕະບານ ເນເທີແລນ ພວມພາກັນສະຫຼອງ ຫຼັງຈາກຊະນະບຣາຊີລ 2 ປະຕູຕໍ່ 1
ນັກເຕະບານ ເນເທີແລນ ພວມພາກັນສະຫຼອງ ຫຼັງຈາກຊະນະບຣາຊີລ 2 ປະຕູຕໍ່ 1

ການແຂ່ງຂັນ ເຕະບານໂລກ ຮອບຮອງຊະນະເລີດ ຄູ່ທຳອິດ ມີ​ຂຶ້ນ ໃນວັນອັງຄານ ມື້ນີ້ ທີ່ອາຟຣິກາໃຕ້.

ການແຂ່ງຂັນ ທີ່ນະຄອນ CAPE TOWN ​ໃນ​ມື້ນີ້ ຈະເປັນການດວນກັນ ລະຫວ່າງ ອູຣຸໄກວ ແຊ້ມປ້ຽນເຕະບານໂລກ ສອງສະໄໝ ກັບເນເທີແລນ ທີ່ເຄີຍເຂົ້າ ຮອບສຸດທ້າຍມາແລ້ວ 2 ຄັ້ງ.

ເນເທີແລນ ໄດ້ຊະນະ ການແຂ່ງຂັນ ທີ່ອາຟຣິກາໃຕ້ 5 ເກມລຽນຕິດ ຮວມທັງ ຊະນະບຣາຊີລ ແຊ້ມປ້ຽນເຕະບານໂລກ 5 ສະໄໝ ໃນຮອບ 8 ທີມ ດ້ວຍຄະແນນ 2 ປະຕູຕໍ່ 1.

ສ່ວນອີກ ຄູ່ນຶ່ງນັ້ນ ທີມສະເປນ ຈະສູ້ກັບ ທີມເຢຍຣະມັນ ທີ່ສະໜາມ ເມືອງ DURBAN ໃນວັນພຸດ ມື້ອື່ນ.

ສຳລັບ ການແຂ່ງຂັນ ຊິງຂັນ ເຕະບານໂລກນັ້ນ ມີກຳນົດ ຈະຈັດຂຶ້ນ ໃນວັນອາທິດຈະມາ ທີ່ນະຄອນ JOHANNESBURG ລະຫວ່າງ​ສອງ​ທີ​ມ ທີ່​ຊະນະ ​ໃນ​ມື້​ນີ້ ​ກັບ​ມື້​ອື່ນ.

XS
SM
MD
LG