ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໂລກ ພາກັນລະນຶກເຖິງ ມື້ລາງ ຜູ້ນຳອາຟຣິກາໃຕ້ ທ່ານ Nelson Mandela (ສະ​ໄລ​ດ໌/ວີດີໂອ)


ມື້ລາງຜູ້ນຳອາຟຣິກາໃຕ້ ທີ່ໄດ້ເຖິງແກ່ອະສັນຍະກຳ ໃນເດືອນ​ທັນວາປີກາຍ ​ຮວມອາຍຸ​ໄດ້ 95 ປີ.
​
ມື້ລາງຜູ້ນຳອາຟຣິກາໃຕ້ ທີ່ໄດ້ເຖິງແກ່ອະສັນຍະກຳ ໃນເດືອນ​ທັນວາປີກາຍ ​ຮວມອາຍຸ​ໄດ້ 95 ປີ. ​

ນີ້​ເປັນ​ເທຶ່ອທໍ​າອິດ ທີ່​ຈະ​ລະນຶກ​ເຖິງວັນຂອງມື້ລາງຜູ້ນຳອາຟຣິກາ
ໃຕ້ ນັບ​ຕັ້ງ​ແຕ່​ທ່ານໄດ້ເຖິງແກ່ອະສັນຍະກຳ ໃນເດືອນ​ທັນວາປີ
ກາຍ ​ຊຶ່ງຮວມ ອາຍຸ​ໄດ້ 95 ປີ ໃນເວລານັ້ນ.

​ໃນ​ເດືອນ​ພະຈິກ ປີ 2009 ສະຫະ​ປະຊາ​ຊາດ ​ໄດ້​ປະກາດໃຫ້​ວັນ
ທີ 18 ເດືອນກໍລະກົດ ຊຶ່ງເປັນວັນ​ເກີດ​ຂອງ​ທ່ານ Mandela ນັ້ນ
​ເປັນວັນ ທ່ານ Nelson Mandela.

ນັບ​ແຕ່​ນັ້ນ​ມາ ຫລາຍ​ລ້ານ​ຄົນ​ຢູ່ໃນ​ທົ່ວ​ໂລກ​ໄດ້​ພາກັນ​ລະນຶກເຖິງ
ຂີດໝາຍຂອງ​ວັນ​ດັ່ງກ່າວໂດຍ​ການ​ອາສາ​ສະມັກ​ 67 ນາ​ທີ​ ຂອງ​
ເວລາ​ເຂົາ​ເຈົ້າ ຄືນຶ່ງ​ນາ​ທີ​ຕໍ່ທຸກໆ​ປີທີ່ທ່ານ Mandela ໄດ້​ຕໍ່ສູ້ ເພື່ອຄວາ​ມສະ​ເໝີ​ພາບສຳລັບ
ເຮັດວຽກເພື່ອ ການ​ກຸສົນ.

ປະ​ທາ​ນາ​ທິບໍດີ ອາ​ຟຣິກາ​ໃຕ້ ທ່ານ Jacob Zuma ​ໄດ້​ຮຽກຮ້​ອງ​ປະຊາຊົນ ໃນປະ​ເທດ​ຂອງ
​ທ່ານ ຈົ່ງ​ໃຫ້​ກຽດ​ແກ່ ທ່ານ Mandela ​ໃນປີ​ນີ້​ ​ໂດຍ​ການ​ມ້ຽນ​ມັດ​ທຳ​ຄວາມ​ສະອາດຢູ່​ອ້ອມ​
ແອ້ມບ້ານ​ເຮືອນ​ເຂົາ​ເຈົ້າ. ທ່ານກ່າວ​ວ່າ ການ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ “ສ້າງ​ສາປະ​ເທດ​ທີ່​ງົດງາມ​ຂອງ​ເຂົາເຈົ້າ" ​ເປັນ​ສິ່ງ​ທີ່ ທ່ານ Madela ​ໄດ້​ສິດສອນ​ໃຫ້​ຊາວ​ອາ​ຟຣິກາພາກັນປະຕິ ບັດ.

SOUTH AFRICA MANDELA SOTVO
please wait

No media source currently available

0:00 0:00:44 0:00

XS
SM
MD
LG