ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະນາຄານໂລກ ກ່າວວ່າ ເສດຖະກິດໂລກ ໄດ້ກ້າວ ມາເຖິງ ບາດລ້ຽວໃໝ່ (ວີດີໂອ)


World Bank Says Global Economy at Turning Point
please wait

No media source currently available

0:00 0:02:06 0:00
ລິງໂດຍກົງ
ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ໂລກ​ກຳລັງ​ມາ​ແຮງ ອີງ​ຕາມ​
ການ​ປະ​ເມີນ​ຄັ້ງໃໝ່​ຂອງທະນາຄານ​ໂລກ. ​ແຕ່​ມັນ​ບໍ່ຄື​ກັນກັບ​
ປີ​ກ່ອນໆ​ຜ່ານມາ ຊຶ່ງ​ທະນາຄານ​ໂລກ​ກ່າວ​ວ່າ ການ​ເຕີບໂຕ
​ຂອງ​ເສດຖະກິດ​ໃນ​ປີ 2014 ນີ້​ ເບິ່ງ​ຄື​ວ່າ ສ່ວນໃຫຍ່ແລ້ວ
ແມ່ນຈະ​ນຳພາ​ໂດຍ​ພວກ​ປະເທດ​ທີ່​ມີ​ລາຍ​ຮັບ​ສູງ. ຜູ້​ສື່​ຂ່າວ
​ວີ​ໂອ​ເອ Mil Arcega ມີລາຍງານກ່ຽວກັບເລື່ອງນີ້ ດັ່ງສິງຈະ
ນຳເອົາລາຍລະອຽດ ມາສະ​ເໜີ​ທ່ານ.

ລິງໂດຍກົງ


5 ປີ ຫຼັງຈາກ​ເກີດ​ວິ​ກິດ​ການການ​ເງິນ ທະນາຄານ​ໂລກ​ກ່າວ​ວ່າເສດຖະກິດ​ໂລກ​ໄດ້​ກ້າວ ມາເຖິງບາດລ້ຽວ ​ຊຶ່ງໃນຄັ້ງ​ນີ້ ແມ່ນນຳພາ​ໂດຍ ​ພວກ​ປະ​ເທດ​ ທີ່ມີເສດຖະກິດ​ກ້າວ​ໜ້າ​ຕ່າງໆ. ທ່ານ Andrew Burns ທີ່​ເປັນຜູ້​ຂຽນຄົນສຳຄັນ​ຂອງບົດລາຍງານ​ການຄາດຄະ ເນກ່ຽວກັບເສດຖະກິດ​ໂລກ​ ຂອງ​ທະນາຄານ​ໂລກ ກ່າວ​ວ່າ ອັນ​ນີ້ ໂດຍ​ສະ​ເພາະແລ້ວ ແມ່ນເປັນຄວາມ​ຈິງ ກ່ຽວ​ກັບ​ສະຫະລັດ​ ຊຶ່ງ​ທ່ານ Andrew Burns ກ່າວ​ວ່າ:

“​ເປັນ​ເທື່ອທຳ​ອິດ​ໃນ​ຮອບ​ຫ້າ​ປີ ພວກປະເທດທີ່ມີລາຍຮັບສູງກຳລັງເຕີບໂຕເພີ່ມ
ຂຶ້ນ. ພວກປະເທດເຫຼົ່ານີ້ ຈະມີສ່ວນຊ່ອຍເຮັດໃຫ້ເສດຖະກິດໂລກຂະຫຍາຍໂຕ ໃນທາງທີ່ບໍ່ເຫັນມາດົນເຕີບແລ້ວ. ອັນນີ້ຈະເປັນການດີສຳລັບພວກປະເທດກຳ
ລັງພັດທະນາ.”


ທະນາຄານໂລກທຳນາຍວ່າ ເສດຖະກິດຂອງສະຫະລັດ ຈະຂະຫຍາຍໂຕອອກຈາກ
1.8 ເປີເຊັນໃນປີແລ້ວນີ້ ຂຶ້ນເປັນປະມານ 2.8 ເປີເຊັນໃນປີ 2014. ທ່ານ Kaushik
Basu ຫົວໜ້ານັກເສດຖະສາດປະຈຳທະນາຄານໂລກ ຄາດວ່າ ຈະມີການຂະຫຍາຍ
ໂຕໃນທຳນອງດຽວກັນ ໃນເສດຖະກິດຂອງຢູໂຣບ ຊຶ່ງໄດ້ໂຜ່ໂຕອອກຈາກສະພາບ ເສດຖະກິດຕົກຕ່ຳຖອຍຫຼັງ ໃນປີແລ້ວນີ້. ທ່ານ Kaushik Basu ກ່າວວ່າ:

“ການປະເມີນຄັ້ງຫຼ້າສຸດ ສະແດງໃຫ້ເຫັນວ່າ ເສດຖະກິດໃນຢູໂຣບ ຫົດໂຕເຂົ້າ
0.4 ເປີ ເຊັນ ແຕ່ພວກເຮົາຄາດວ່າ ເສດຖະກິດຈະດຳເນີນໄປໃນທາງບວກ ແລະ
ຈະຄ່ອຍໆເພີ້ມຂຶ້ນໄປໃນທາງບວກແບບສະໝໍ່າສະເໝີເປັນ 1.1 ເປີເຊັນ. ບໍ່ແມ່ນ
ການເຕີບໂຕທີ່ໃຫຍ່ໂຕປານໃດ ແຕ່ເມື່ອຄິດເບິ່ງບັນຫາຂອງຢູໂຣບໃນ 6 ປີຜ່ານ
ມານີ້ ອັນນີ້ແນ່ນອນແມ່ນເປັນຂ່າວດີ.
"

ແຕ່ເຖິງຢ່າງໃດກໍດີ ຄວາມບໍ່ທຸ່ນທ່ຽງທາງດ້ານການເມືອງ ຈະເຮັດໃຫ້ມີຄວາມສ່ຽງໃນ
ຫຼາຍເຂດ ຢູ່ໃນທະວີບອາຟຣິກາເໜືອ ແລະໃນພາກຕາເວັນອອກກາງ. ຄຳຖາມໃຫຍ່ທີ່
ສຸດ ກໍຍັງຄົງແມ່ນຜົນກະທົບ ຈາກການຕັດສິນໃຈຂອງທະນາຄານກາງຂອງສະຫະລັດ
ທີ່ຫລຸດຜ່ອນເງິນຊຸກຍູ້ເສດຖະກິດລົງນັ້ນ.

ແຕ່ທ່ານ Basu ກ່າວວ່າ ຜົນກະທົບທີ່ວ່ານີ້ ເບິ່ງຄືວ່າຈະບໍ່ຮ້າຍແຮງປານໃດ ເພາະວ່າ
ຫຼາຍປະເທດໄດ້ເລີ້ມຮູ້ສຶກນຳຜົນກະທົບ ຂອງອັດຕາດອກເບ້ຍເງິນກູ້ສູງ ນັ້ນມາແລ້ວ
ຫຼັງຈາກທະນາຄານກາງຂອງສະຫະລັດ ໃຫ້ຮ່ອງຮອຍກ່ຽວກັບເຈດຕະນາດັ່ງກ່າວຂອງ
ຕົນ ໃນກາງປີ 2013 ຜ່ານມານີ້.

ທ່ານ Busu ກ່າວຕື່ມວ່າ: “ພວກເຮົາໄດ້ເຫັນແລ້ວໃນອາຟຣິກາໃຕ້ ໃນອິນໂດເນ
ເຊຍ ໃນອິນເດຍ ບ່ອນທີ່ອັດຕາແລກປ່ຽນເງິນ ໄດ້ເຄື່ອນໄຫວໄປມາຢ່າງໃຫຍ່.
ດັ່ງນີ້ ຂ້າພະເຈົ້າຮູ້ສຶກວ່າ ໃນລະດັບນຶ່ງການປັບໂຕຢ່າງຫຼວງຫຼາຍໄດ້ມີຂຶ້ນແລ້ວ.
ດັ່ງນີ້ ເວລາໃດການລົດລະດັບໄດ້ເລີ້ມຂຶ້ນແທ້ໆແລ້ວ ຈາກຈຳນວນ 85 ຕື້ໂດລາ
ຕໍ່ເດືອນໃນເວລານີ້ ລົງມາເປັນ 75 ຕື້ຕໍ່ເດືອນ ເຮົາຈະບໍ່ເຫັນຜົນກະທົບຫຍັງຫຼາຍ
ກໍເພາະວ່າ ຜົນກະທົບບາງສ່ວນໄດ້ເກີດຂຶ້ນແລ້ວ.”


ການເຕີບໂຕຂອງເສດຖະກິດໃນຈີນ ທີ່ຍັງເປັນການເຕີບໂຕຂຶ້ນໄວທີ່ສຸດຂອງໂລກຢູ່ນັ້ນ
ຄາດວ່າ ຈະສືບຕໍ່ຂະຫຍາຍໂຕ ໃນອັດຕາສະໝໍ່າສະເໝີ ຄື 7.7 ເປີເຊັນ.

ແຕ່ທ່ານ Basu ກ່າວວ່າ ທ່ານມີຄວາມຕື່ນເຕັ້ນຫຼາຍທີ່ສຸດກ່ຽວກັບໂອກາດສຳລັບພວກ
ປະເທດ ໃນເຂດໃຕ້ທະເລຊາຍຊາຮາຣາ ຂອງອາຟຣິກາ ທີ່ຄາດວ່າ ການເຕີບໂຕຂອງ
ເສດຖະກິດຈະຢູ່ໃນອັດຕາ 5.3 ເປີເຊັນ ໃນໄລຍະປີ 2014 ນີ້.
XS
SM
MD
LG