ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນກະທົບ ຂອງອີໂບລາ ບັ່ນທອນ ການເຕີບໂຕ ຂອງ ເສດຖະກິດ ຫຼາຍເກີນກວ່າ ຄາດຄະເນໄວ້


ພະນັກງານການແພດ ໃສ່ຊຸດປ້ອງກັນ ກ່ອນເຂົ້າໄປໃນ ສູນປິ່ນປົວ ອີໂບລາ ໃນພາກຕາເວັນຕົກ ຂອງນະຄອນຫລວງ Freetown ປະເທດ ຊີ​ແອຣາ ​ເລ​ອອນ, ວັນທີ 16 ຕຸລາ 2014.
ພະນັກງານການແພດ ໃສ່ຊຸດປ້ອງກັນ ກ່ອນເຂົ້າໄປໃນ ສູນປິ່ນປົວ ອີໂບລາ ໃນພາກຕາເວັນຕົກ ຂອງນະຄອນຫລວງ Freetown ປະເທດ ຊີ​ແອຣາ ​ເລ​ອອນ, ວັນທີ 16 ຕຸລາ 2014.

ການລະບາດ​ຂອງ​ພະຍາດ ອີ​ໂບລາ ​ແມ່ນ​ມີ​ຜົນ ຢ່າງ “ສິ້ນ​ເຊີງ”
ຕໍ່​ເສດຖະກິດ ຂອງ​ໄລ​ບີ​ເຣຍ ຊີ​ແອຣາ ​ເລ​ອອນ ​ແລະ​ກີ​ນີ ​ແລະ​
ໄດ້​ບັນ​ທອນ ການ​ຂະຫຍາຍ​ໂຕ​ຂອງ​ເສດຖະກິດ ຫຼາຍ​ເກີນ​ກວ່າ
​ຄາດ​ຄະ​ເນ​ໄວ້ ທີ່​ໄດ້​ລົງ​ເຜີຍ​ແຜ່ ​ເມື່ອຕົ້ນ​ເດືອນ​ພະຈິກ​ນີ້.

ນັ້ນ​ແມ່ນ​ຜົນສະ​ລຸບ ຂອງ​ການ​ສຶກສາ​ ທີ່​ໄດ້​ເປີດ​ເຜີຍ ​ໃນ​ວັນ
​ອັງຄານ​ມື້​ນີ້ ​ໂດຍ ອົງການທະນາຄານ​ໂລກ. ກ່ອນ​ໜ້າ ວິ​ກິດ​ການ
​ອີ​ໂບລາ ນັ້ນ ​ທັງ 3 ປະ​ເທດດັ່ງກ່າວ​ນັ້ນ ມີ​ການ​ຂະຫຍາຍ​ຕົວ​ຂຶ້ນ
ຢ່າງ​ແຂງ​ແຮງ.

​ໄລ​ບີ​ເຣຍ ດຽວ​ນີ້ ຄາດ​ວ່າ ຈະ​ເຕີບໂຕ​ຂຶ້ນ​ໃນ​ອັດ​ຕາ ພຽງ 2.2 ​
ເປີ​ເຊັນປະຈຳ​ປີ ​ແລະ ຊີ​ແອຣາ ​ເລ​ອອນ ຄາດຄະ​ເນ​ວ່າ ຈະ​ຂະຫຍາຍ​ໂຕ​ອອກ 4 ​ເປີ​ເຊັນ ຊຶ່ງ​ສະ​ເລ່ຍປະມານ 1 ສ່ວນ 3 ຂອງ​ອັດຕາ​ການ​ຂະຫຍາຍ​ໂຕ​ກ່ອນ​ວິ​ກິດ​ການ ສຳ​ຫລັບ​ທັງ​ສອງ​ປະ​ເທດ​ນີ້. ການ​ຄາດ​ຄະ​ເນ​ ຄວາມ​ເຕີບ​ໂຕ​ຂອງກີ​ນີ ​ແມ່ນ​ໄດ້​ຖືກ​ຕັດ​ລົງ​ຈາກ 4.5 ​ເປີ​ເຊັນ ກ່ອນ​ວິ​ກິດ​ການ ລົງ​ມາ​ພຽງ​ເຄິ່ງນຶ່ງ​ຂອງ ນຶ່ງເປີ​ເຊັນ​ເທົ່າ​ນັ້ນ​ໃນ​ເວລານີ້.

ກົດ ໃຫ້ພາບຂະຫຍາຍຂຶ້ນ
ກົດ ໃຫ້ພາບຂະຫຍາຍຂຶ້ນ

ຜົນ​ກະທົບ​ຂອງ​ພະຍາດ ​ແລະ ການ​ເສຍ​ຊີວິດ ຕໍ່​ເສດຖະກິດ ​
ໄດ້​ຖືກ​ພັນ​ຂະຫຍາຍ​ຂຶ້ນຕື່ມ ​ໂດຍ​ບັນດາ​ພະນັກງານ ​ແລະ
ບັນດາ​ຜູ້ບໍລິ​ໂພ​ກ ທີ່​ຕ້ອງຢູ່​ໃນ​ເຮືອນ ​ເພື່ອ​ຫລີກ​ລ້ຽງ​ການ​ຕິດ
​ແປດ​ນັ້ນ. ​ເສດຖະກິດ ຍັງເສຍ​ຫາຍ​ໂດຍ ການ​ລຸດຜ່ອນ​ໃນ
​ດ້ານ​ການ​ຄ້າຂາຍ​ ດ້ານການ​ເດີນທາງ ​ແລະ ການ​ສູນ​ເສຍ​
ຂອງ​ບັນດາ​ນັກ​ຊ່ຽວຊານ​ຕ່າງຊາດ ​ໃນ​ບໍ່​ແຮ່ ​ແລະ
ອຸດສາຫະກຳ​ອື່ນໆ​ອີກ.

EBOLA ECONOMY VO-12-2
please wait
Embed

No media source currently available

0:00 0:01:01 0:00

ລາຍ​ງານ​ຂອງ​ທະນາຄານ​ໂລກ ​ເວົ້າ​ວ່າ ຜົນ​ກະທົບ​ຂອງ​ພະຍາດ​ອີ​ໂບລາ ຈະ​ຮູ້ສຶກ​ກັນຕໍ່​ໄປ​ເລື້ອຍ​ໆ ໃນຂະນະ​ທີ່ຄ່າ​ໃຊ້​ຈ່າຍ​ໃນ​ການ​ຮັກສາ​ສຸຂະພາບທີ່​ແພງ​ຂຶ້ນ ​ແລະລາຍ​ຮັບ​ຈາກ​ພາສີ​ທີ່​ຕົກ​ຕ່ຳລົງ ຈະ​ສິ້ນ​ເປືອງ ງົບປະມານ​ແຫ່ງ​ຊາດ ​ແລະ ກົດ​ດັນ​ໃຫ້​ລັດຖະບານ ຕ້ອງ​ເຄື່ອນ​ຍ້າຍ​ເງິນ ​ຈາກ​ໂຄງການ​ກໍ່ສ້າງ​ໂຄງ​ລ່າງພື້ນ​ຖານ ​ໄປໃສ່​ກິດຈະກຳ​ຕ່າງໆ​ທາງ​ການ​ແພດ​ທີ່​ສຸກ​ເສີນ.

XS
SM
MD
LG