ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຄານໂລກ ໃຫ້ເງິນກູ້ຢືມ ແກ່ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ກາງທົ່ວລາວ


ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຢ້ຽມຢາມໂຮງງານ ຜະລິດອາຫານ.
ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຢ້ຽມຢາມໂຮງງານ ຜະລິດອາຫານ.

ທະນະ​ຄານໂລກໄດ້ຈັດສັນເງິນທຶນໃນມູນຄ່າລວມ 96 ຕື້ກີບ
ສຳລັບຕອບສະໜອງ ເປັນເງິນທຶນກູ້ຢືມໃຫ້ແກ່ບັນດາວິສາຫະກິດ
ຂະໜາດນ້ອຍ ແລະ ຂະໜາດກາງໃນທົ່ວປະເທດ ລາວ ໃນສົກປີ
2014 ຫາ 2015 ນີ້.

ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມນັກທຸລະກິດຂະໜາດ
ນ້ອຍແລະກາງ ຊຶ່ງເປັນໜ່ວຍງານໃນສັງກັດກະຊວງອຸດສາຫະ
ກຳ ແລະ ການຄ້າ ຖະແຫຼງຢືນຢັນວ່າ ທະນາຄານໂລກ ໄດ້ຕົກລົງຈັດສັນເງິນທຶນໃນມູນ ຄ່າລວມ 96 ຕື້ກີບ ຫຼືປະມານ 12 ລ້ານ ໂດລາເພື່ອໃຫ້ການສະໜັບສະໜູນລັດຖະບານ
ລາວ ໃນການຕອບສະໜອງເງິນທຶນກູ້ຢືມໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍແລະ
ຂະໜາດກາງໃນທົ່ວປະເທດລາວ ໃນຕະຫຼອດແຜນການປະຈຳປີ 2014 ຫາ 2015 ທີ່
ກຳລັງຈະສິ້ນສຸດການວາງແຜນລົງ ໃນເດືອນກັນຍາ 2015 ນີ້.

ໂດຍທີ່ຜ່ານມາ ກົມສົ່ງເສີມນັກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ກໍໄດ້ໃຫ້ສິນ ເຊື່ອແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໄປແລ້ວຄິດເປັນມູນຄ່າລວມ 14 ຕື້ກີບໂດຍເປັນການປ່ອຍກູ້ຜ່ານທະນາຄານ ພັດທະນາລາວ ຈິ່ງຍັງເຫຼືອເງິນທຶນໃນມູນ ຄ່າ 82 ຕື້ກີບທີ່ຈະຕ້ອງໃຫ້ສິນເຊື່ອ ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ມີເງື່ອນໄຂຢ່າງຄົບຖ້ວນພາຍໃນທ້າຍເດືອນກັນຍານີ້.

ແຕ່ຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານ ການສຳຫຼວດ ກ່ຽວກັບ ຄວາມພ້ອມໃນການແຂ່ງຂັນ ຂອງບັນດາ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ຂອງລາວ ວ່າມີຫຼາຍກວ່າ 37,00 ແຫ່ງທີ່ບໍ່ມີຄວາມພ້ອມຈະແຂ່ງຂັນທາງດ້ານການຕະຫຼາດ ພາຍຫຼັງຈາກ 10 ປະເທດສະມາຊິກຂອງ ອາຊຽນ ໄດ້ເຊື່ອມຕໍ່ ເສດຖະກິດເຂົ້າດ້ວຍ ກັນນັບ ແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປ.

ໂຮງງານ ຜະລິດ ສາລີ ກະປ໋ອງ
ໂຮງງານ ຜະລິດ ສາລີ ກະປ໋ອງ

ໂດຍມີສາເຫດມາຈາກການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງເຫຼົ່ານີ້ ຍັງມີການຜະລິດສິນຄ້າທີ່ມີລະດັບ ຄຸນນະພາບຕໍ່າ ເນື່ອງຈາກຜູ້ ຜະລິດສິນຄ້າສ່ວນໃຫຍ່ຍັງຂາດ ຄວາມຮູ້ຄວາມເຂົ້າໃຈ ແລະ ບໍ່ມີທັກສະໃນການຜະລິດສິນຄ້າ ທີ່ເປັນທີ່ຕ້ອງການຂອງຕະຫຼາດ ລວມທັງຍັງບໍ່ມີຫຼັກວິຊາການໃນ ການຜະລິດສິນຄ້າທີ່ໄດ້ມາດຕະຖານອີກດ້ວຍດັ່ງ ທີ່ເຈົ້າໜ້າທີ່ ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ

“ຄວາມເຂົ້າໃຈລະດັບຝີມືການອອກແຮງງານຂອງປະຊາຊົນເນາະ ຍັງຈຳນວນໜຶ່ງ ຍັງບໍ່ທັນຮູ້ຜະລິດສິນຄ້າ ປູກກະປູກໄປນຳໝູ່ຈັ່ງຊັ້ນລະ ຈັກໃສ່ຝຸ່ນຫຍັງປູກອັນໃດ ເປັນສິນຄ້າບໍ່ເປັນ ປູກຜັກກະບາງເທື່ອກະປູກພໍກຸ້ມກິນ ຈັ່ງຊັ້ນມາຮອດນີ້ນີ່ ສິ່ງທີ່ ຍັງຄ້າງຄາກໍຄືມີຈຳນວນໜຶ່ງບໍທັນເຂົ້າໃຈວິທີຜະລິດ ສອງມາລະ ແມ່ນວິຊາການ ພວກເຮົາໄປບໍ່ທັນທົ່ວບໍ່ທັນເຖິງຫັ່ນແຫຼະ.”

ໂດຍການທີ່ຈະປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວນີ້ເກີດຂຶ້ນກໍຈຳເປັນຈະຕ້ອງໃຊ້ເງິນທຶນໃນ
ມູນຄ່າລວມຫຼາຍກວ່າ 7,000 ຕື້ກີບຫຼືປະມານ 875 ລ້ານໂດລາ ເພື່ອນຳໃຊ້ເຂົ້າໃນການ ພັດທະນາ-ປັບປຸງ ແລະ ຍົກລະດັບຄຸນນະພາບທັງໃນການບໍລິຫານ ແລະ ການຜະລິດ ສິນຄ້າຂອງ SME ໃນລາວໃຫ້ດີຂຶ້ນ ຫາກແຕ່ວ່າ ລັດຖະບານລາວ ກໍມີເງິນທຶນທີ່ໄດ້ຮັບ ການຈັດສັນຈາກທະນາຄານໂລກພຽງແຕ່ 96 ຕື້ກີບເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ທາງການລາວ ກໍຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງ ປະເທດຫຼາຍຂຶ້ນ ທັງໃນດ້ານເທັກນິກ ແລະ ເງິນທຶນສຳລັບການ ພັດທະນາ-ປັບປຸງບັນດາ SME ໃນລາວດັ່ງກ່າວໂດຍຫຼ້າສຸດ ກະຊວງ ອຸດສະຫະກຳ ແລະ ການຄ້າ ແລະ ອົງການ ພັດທະນາສາກົນຂອງ ສະຫະລັດ ອາເມຣິກາ ຫຼື USAID ກໍໄດ້ລົງນາມໃນບັນທຶກຄວາມ ເຂົ້າໃຈ (MOU) ທີ່ວ່າດ້ວຍການເຊື່ອມໂຍງອາຊຽນ ແລະ ສາກົນໄລຍະທີ 2.

ໂດຍອົງການ USAID ໄດ້ສະໜັບສະໜູນເງິນທຶນໃນມູນຄ່າລວມ 9 ລ້ານໂດລາ ຊຶ່ງກໍແບ່ງ ເປັນ 8.5 ລ້ານໂດລາ ສຳລັບພັດທະນາການເຊື່ອມໂຍງ ອາຊຽນກັບສາກົນ ສ່ວນອີກ 5 ແສນໂດລາ ຈະເປັນການປະກອບສ່ວນເຂົ້າໃນ ກອງທຶນເພື່ອພັດທະນາທາງການຄ້າທີ່ ອົງການ USAID ໄດ້ຮ່ວມມືກັບ ທະນາຄານໂລກ ແລະ ອົງການສາກົນໃຫ້ການຊ່ວຍເຫຼືອ ແກ່ວິສະຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງໃນລາວເປັນການສະເພາະ.

XS
SM
MD
LG