ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການກໍ່ສ້າງ ຢູ່ໂຄງການ ເຂື່ອນໄຊຍະບູລີ ເລີ້ມຄືນ ໃໝ່ອີກ


ປະຊາຊົນ ປະມານ 60 ລ້ານຄົນ ອາໃສກາງຕໍ່ແມ່ນໍ້າຂອງ ເປັນຫລັກໃນການດໍາລົງຊີວິດຂອງພວກເຂົາເຈົ້າ ໂດຍສະເພາະການຫາປາ ແລະການປູກເຂົ້າ.
ປະຊາຊົນ ປະມານ 60 ລ້ານຄົນ ອາໃສກາງຕໍ່ແມ່ນໍ້າຂອງ ເປັນຫລັກໃນການດໍາລົງຊີວິດຂອງພວກເຂົາເຈົ້າ ໂດຍສະເພາະການຫາປາ ແລະການປູກເຂົ້າ.
ວຽກງານໄດ້ເລີ້ມຄືນໃໝ່ ຢູ່ທີ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີ
ມູນຄ່າ 3 ພັນ 500 ລ້ານໂດລາ ໃນເຂດພາກເໜືອຂອງລາວ.

ບໍລິສັດ ຊ. ການຊ່າງຂອງໄທ ຊຶ່ງເປັນຜູ້ຮັບຜິດຊອບກ່ຽວກັບ
ໂຄງການກໍ່ສ້າງເຂື່ອນໃສ່ແມ່ນໍ້າຂອງດັ່ງກ່າວ ແຈ້ງໃຫ້ຊາບ
ໃນວັນພະຫັດວານນີ້ ຊຶ່ງເປັນການຂັດແຍ້ງກັນກັບການໃຫ້
ການຄໍ້າປະກັນຂອງລາວ ທີ່ວ່າຈະໂຈະໂຄງການສ້າງເຂື່ອນທີ່
ຍັງເປັນບັນຫາຖົກຖຽງໂຕ້ແຍ້ງກັນຢູ່ນີ້ ໄວ້ເປັນການຊົ່ວຄາວ
ລຸນຫຼັງທີ່ໄດ້ມີການປະທ້ວງ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ.

ຫົວໜ້າບໍລິຫານຂອງບໍລິສັດ ຊ. ການຊ່າງ ແຈ້ງໃຫ້ພວກນັກ
ຂ່າວຊາບວ່າ ທາງບໍລິສັດຍັງຈະດຳເນີນວຽກງານຕ່າງໆຢູ່ຕໍ່ໄປ
ແລະກໍບໍ່ທັນໄດ້ຮັບໜັງສືແຈ້ງການຢ່າງເປັນທາງການໃດໆ
ຈາກລັດຖະບານລາວເທື່ອ ວ່າໃຫ້ໂຈະການກໍ່ສ້າງໄວ້ຊົ່ວຄາວ. ລັດຖະບານລາວ ກໍຍັງ
ບໍ່ທັນໃຫ້ຄວາມເຫັນໃດໆ ກ່ຽວກັບເລື່ອງນີ້ເທື່ອ. ເຂື່ອນໄຊຍະບູລີ ຈະເປັນເຂື່ອນທຳອິດ
ທີ່ສ້າງໃສ່ລຳແມ່ນໍ້າຂອງ ໃນເຂດຕອນລຸ່ມຂອງແມ່ນໍ້າຂອງ. ໂຄງການດັ່ງກ່າວນີ້ ແມ່ນ
ສ່ວນນຶ່ງໃນຄວາມໄຝ່ຝັນຂອງລາວ ທີ່ຈະພັດທະນາປະ ເທດໃຫ້ກາຍເປັນໝໍ້ໄຟ ໃນ
ເຂດເອເຊຍຕາເວັນອອກສຽງໃຕ້.

ພວກນັກເຄື່ອນໄຫວເພື່ອປົກປ້ອງສິ່ງແວດລ້ອມມີຄວາມຢ້ານກົວວ່າ ການສ້າງເຂື່ອນ
ດັ່ງກ່າວນີ້ຈະເປັນການແຜ້ວທາງໄປສູ່ການສ້າງເຂື່ອນຕື່ມອີກ ໃສ່ລຳແມ່ນໍ້າຂອງ. ໃນ
ວັນທີ 8 ທັນວາປີກາຍນີ້ ຄະນະກຳມາທິການແມ່ນໍ້າຂອງສາກົນທີ່ປະກອບດ້ວຍ ລາວ ກຳປູເຈຍ ໄທ ແລະຫວຽດນາມກ່າວວ່າ ບັນດາປະເທດສະມາຊິກໄດ້ຕົກລົງທີ່ຈະຮ້ອງຂໍ
ໃຫ້ລັດຖະບານຍີ່ປຸ່ນແລະບໍລິສັດພາຄີພັດທະນາໆຊາດອື່ນໆ ທຳການສຶກສາເພີ່ມຕື່ມ
ກ່ຽວກັບຜົນກະທົບຂອງເຂື່ອນທີ່ອາດຈະມີຂຶ້ນນັ້ນ ກ່ອນຈະເປີດໄຟຂຽວໃຫ້ລາວລົງມື
ກໍ່ສ້າງຕໍ່ໄປ.

ເຂື່ອນໄຊຍະບູລີ ແມ່ນເຂື່ອນທຳອິດຂອງຈຳນວນທັງໝົດ 10 ກວ່າເຂື່ອນທີ່ມີແຜນການ ຈະສ້າງໃສ່ເຂດລຸ່ມແມ່ນໍ້າຂອງ. ຈີນ ໄດ້ສ້າງໄປແລ້ວ 4 ເຂື່ອນໃສ່ເຂດແມ່ນໍ້າຂອງຕອນເທິງ ທີ່ພວກນັກເຄື່ອນໄຫວເວົ້າວ່າ ມີສ່ວນຮັບຜິດຊອບເຮັດໃຫ້ເກີດໄພແລ້ງປີ 2010 ທີ່ສົ່ງຜົນ ໃຫ້ແມ່ນໍ້າຂອງບົກແຫ້ງ ລົງສູ່ລະດັບຕໍ່າສຸດໃນຮອບ 50 ກວ່າປີ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG