ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເຮັດວຽກ ເລີ້ມຄືນແລ້ວ ໃນການສ້າງ ທໍ່ນໍ້າມັນ ທີ່ ນັອດດາໂກຕາ


ລົດຈອດໃກ້ກັບທໍ່ສົ່ງນໍ້າມັນ ທີ່ກໍາລັງສ້າງ ໃກ້ກັບເມືອງ Cannon Ball ລັດ North Dakota.
ລົດຈອດໃກ້ກັບທໍ່ສົ່ງນໍ້າມັນ ທີ່ກໍາລັງສ້າງ ໃກ້ກັບເມືອງ Cannon Ball ລັດ North Dakota.

ການ​ເຮັດ​ວຽກ ​ໄດ້​ເລີ້ມ​ຄືນ​ອີກ ກ່ຽວ​ກັບ ​ໂຄງການ​ສ້າງ​ທໍ່​ສົ່ງ​ນ້ຳມັນ Dakota Access​ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງ ​ໃນ​ພາກເໜືອຕອນ​ກາງ​ຂອງ​ສະຫະລັດ ​ໃນວັນ​ພະຫັດ​ວານ​ນີ້ ຂະນະ​ທີ່​ຊົນ​ເຜົ່າ​ພື້ນ​ເມືອງ​ອິນ​ເດຍ​ແດງ ​ໄດ້​ໄປຂຶ້ນສານ​ອີກ ໃນ​ນາທີ​ສຸດ​ທ້າຍ ​ເພື່ອ​ພະຍາຍາມ​ຢຸດໂຄງການ​ດັ່ງກ່າວ.

ວິ​ສະວະ​ກອນ​ກອງທັບ​ບົກສະຫະລັດ ​ໄດ້​ສັ່ງໃນ​ວັນ​ພຸດ​ທີ່ຜ່ານ​ມາ ​ເພື່ອ​ໃຫ້​ດຳ​ເນີນວຽກ​ການຕໍ່. ປະທານາທິບໍດີ Donald Trump ​ໄດ້​ສັ່ງ​ໃຫ້​ສຳ​ເລັດໂຄງ ການ​ນີ້ ​ຫລັງ​ຈາກປະທານາທິບໍດີ Barack Obama ​ໄດ້​ສັ່ງ​ໃຫ້ໂຈະເປັນ​ການ​ຊົ່ວຄາວ.

ບໍລິສັດ​ສ້າງ​ທໍ່ນໍ້າມັນ Energy Transfer Partners ​ໄດ້​ເລີ້​ມຂຸດ​ຢູ່ພື້ນທະ​ເລ​ສາບ Oahe ຢູ່​ໃນ​ລັດ North Dakota ​ໃນ​ທັນ​ທີຫລັງ​ຈາກ​ໄດ້​ຮັບ​ຄຳສັ່ງ​ຈາກ​ກອງທັບ​ບົກ. ​ທາງ​ບໍລິສັດ​ກ່າວ​ວ່າ ຕົນ​ຄາດ​ວ່າ​ ໂຄງການ​ນີ້ ຈະ​ແລ້ວ​ສຳ​ເລັດ ​ແລະ​ຈະ​ເລີ້ມສົ່ງນໍ້າມັນໄດ້ ພາຍໃນ 83 ມື້.

​ຊົນເຜົ່າ​ອິນ​ເດຍ​ແດງ Standing Rock Sioux ​ໄດ້​ຍື່ນ​ສຳນວນຟ້ອງຕໍ່​ສານ ອີກ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຈະຢຸດ​ໂຄງການນີ້ ​ແລະ​ພວກ​ເຂົາ​ເຈົ້າກ່າວ​ວ່າ ກອງທັບ​ບົກ ບໍ່​ໄດ້ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ ​ທີ່ຈະ​ສຶກສາເບິ່ງສິ່ງ​ແວດ​ລ້ອມ ​ຕື່ມ​ອີກ.

ບັນດາ​ຜູ້ນຳຊົນ​ເຜົ່າຖົກ​ຖຽງ​ວ່າ ການ​ວາງ​ທໍ່​ນໍ້າມັນນີ້ ​ໃກ້​ກັບແຫຼ່ງ​ນໍ້​າ​ໃຊ້​ຂອງ​ເຂົາເຈົ້າ​ເກີນ​ໄປ ​ແລະ​ແຜ່ນດິນ​ອັນ​ສັກສິດ. ​ເຂົາ​ເຈົ້າ​ກ່າວ​ວ່າ ນໍ້າມັນ​ຮົ່ວ​ອອກ​ມາຫລື ເກີດທໍ່​ນໍ້າມັນ​ແຕກ​ ຈະ​ເຮັດ​ໃຫ້​ເກີດ​ຄວາມ​ພິນາດ​ໃຫ້ແກ່​ຫລາຍ​ລ້ານ​ຄົນ.

​ເຂົາ​ເຈົ້າ​ໄດ້​ກ່າວ​ຫາ​ລັດຖະບານ​ທ່ານ Trump ທີ່​ສະ​ແດງ​ຄວາມ​ບໍ່​ເຄົາລົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະຖືເອົາ​ຄວາມ​ໂລບ​ຂອງບໍລິສັດ​ນໍ້າມັນ ສຳຄັນ​ກວ່າສົນທິສັນຍາ ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ສິດທິ​ໃນ​ການ​ໃຊ້​ນໍ້າ.

ບັນດາ​ຜູ້​ສະໜັບສະໜູນ​ການສ້າງ​ທໍ່​ນໍ້າມັນ ​ໂຕ້ຖຽງ​ວ່າ ​ທໍ່​ນໍ້າມັນນີ້ມີ​ຄວາມ​ປອດ​ໄພ ​ແລະ​ສົ່ງນໍ້າມັນ​ຜ່ານ​ທາງໃຕ້​ດິນ​ ​ຈຶ່ງ​ມີ​ຄວາມສ່ຽງ​ໜ້ອຍ​ສຳລັບ​ສິ່ງ​ແວດລ້ອມ ​ກວ່າການ​ສົ່ງ​ທາງລົດ​ໄຟ ​ແລະ​ລົດ​ບັນທຸກ.

ຊາວ​ພື້ນ​ເມືອງ​ອິນເດ​ຍ​ແດງ ​ແລະ​ບັນດາ​ຜູ້​ສະໜັບສະໜູນ​ເຂົາ​ເຈົ້າ​ໄດ້​ພາກັນ​ປະ​ທ້ວງ​ຢ່າງ​ບໍ່​ຢຸດ​ເຊົາ​ໃກ້​ກັບ​ທະ​ເລ​ສາບ​ແຫ່ງ​ນີ້ ຊຶ່ງ​ບາງ​ຄັ້ງ​ໄດ້​ເກີດ​ຄວາມ​ຮຸນ​ແຮງຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG