ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຍິງ ຫຼາຍຮ້ອຍພັນຄົນ ຄາດວ່າ ຈະມາ ເດີນຂະບວນ ທີ່ ວໍຊິງຕັນ


ພວກປະທ້ວງພາກັນເດີນຂະບວນ ຢູ່ໃກ້ກັບບ່ອນກວດ ຮັກສາຄວາມປອດໄພ ໃນວັນສາບານໂຕ ເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີ Donald Trump.
ພວກປະທ້ວງພາກັນເດີນຂະບວນ ຢູ່ໃກ້ກັບບ່ອນກວດ ຮັກສາຄວາມປອດໄພ ໃນວັນສາບານໂຕ ເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີ Donald Trump.

ນຶ່ງ​ມື້​ຫລັງ​ຈາກ​ປະທານາທິບໍດີສະຫະລັດ ທ່ານ Donald Trump ​ສາບານໂຕ ​ເຂົ້າ​ຮັບ​ຕຳ​ແໜ່​ງ ຊຶ່ງ​ໄດ້​ດຶງດູດ​ເອົາ​ຜູ້​ຄົນ​ຫຼາຍ​ຮ້ອບພັນ​ຄົນມາຍັງວໍຊິງຕັນ ​ການ​ເຕົ້າ​ໂຮມ​ກັນ​ຂະໜາດ​ໃຫຍ່ ກໍ​ຄາດ​ວ່າຈະ​ມີ​ຂຶ້ນອີກ ຢູ່​ນະຄອນຫຼວງສະຫະລັດ ເພື່ອ​ປະ​ທ້ວງນະໂຍບາຍຂອງປະ ທານາທິບໍ​ດີ​ຄົນ​ໃໝ່.

ບັນດາ​ຜູ້​ຈັດ ການ​ເດີນ​ຂະ​ບວນ​ຂອງແມ່ຍິງ ​ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ກ່າວ​ວ່າ​ ເຂົາ​ເຈົ້າ​ຄາດ​ວ່າ​ຫລາຍ​ຮ້ອຍ​ພັນ​ຄົນ ຈະ​ມາ​ຮ່ວມ​ ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ໂຮມ​ຊຸມນຸມ ​ປະ​ທ້ວງຢູ່ລັດ ຖະສະພາແລະ​ສະໜາມ​ຫລວງ​ແຫ່ງ​ຊາດ.

​ເຈົ້າ​ໜ້າ​ທີ່​ໃນ​ນະຄອນຫຼວງວໍ​ຊິງ​ຕັນ​ກ່າວວ່າ ລົດເມ 1,800 ຄັນ​ໄດ້​ລົງ​ທະ​ບຽນ​ທີ່​ຈະມາ​ຈອດ​ຢູ່​ໃນ​ນະຄອນຫລວງ ​ໃນ​ວັນ​ເສົາ​ມື້​ນີ້ ຊຶ່ງອາດ​ໝາຍຄວາມວ່າ​ເກືອບ 100,00 ຄົນ ເຂົ້າ​ມາ​ໂດຍ​ທາງ​ລົດ​ເມ​ເທົ່າ​ນັ້ນ.

ການ​ປະ​ທ້ວງ​ທີ່​ຄ້າຍຄື​ກັນ ​ໄດ້​ວາງ​ແຜນ​ຈະ​ຈັດ​ຂຶ້ນຢູ່​ຕາມ​ສະຖານ​ທີ່ຕ່າງໆ​ໃນທົ່ວໂລກ ຮວມທັງນະຄອນ​ London ​ແລະ Sydney.

ບັນ​ດາ​ຜູ້ຈັດ​ການ​ເດີນ​ຂະ​ບວນ​ແມ່ຍິງ ​ທີ່ນະຄອນຫລວງ​ວໍ​ຊິງ​ຕັນ​ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງ ການ​ສົ່ງຂ່າວ ​ໄປ​ຫາ​ທ່ານ Trump ​ໃນ​ມື້​ທຳ​ອິດ​ຂອງ​ການ​ເຮັດ​ວຽກ​ຢູ່​ຫ້ອງການ​ວ່າ ສິດທິ​ຂອງ​ພວກ​ແມ່ຍິງ​ແມ່ນ​ສິດທິ​ມະນຸດ. ພວກ​ປະ​ທ້ວງຢູ່​ທີ່​ນັ້ນ​ກ່າວ​ວ່າ​ເຂົາ​ເຈົ້າ​ຈະຮຽກ​ຮ້ອງ​ໃຫ້ ​ມີ​ຄວາມ​ສະ​ເໝີ​ພາບ​ດ້ານ​ຜີວພັນ ​ແລະດ້ານ​ເພດ ປະກັນ​ໄພ​ສຸຂະພາບ​ລາຄາ​ຖືກ ​ແລະ ບັນຫາ​ສິດທິເຮັດແທ້ງ​ລູກ ທີ່​ເຂົາ​ເຈົ້າເຫັນ​ວ່າ ພວມ​ໄດ້​ຮັບ​ການ​ຂົ່ມຂູ່​ຈາກ​ປະທານາທິບໍດີ Trump.

ຜູ້ແທນສະພາຕໍ່າ ສະຫະລັດ ທ່ານນາງ Jackie Speier ແລະບັນດາແມ່ຍິງຄົນອື່ນໆ ພາກັນນຸ່ງສີຊົມພູ ຕ້ານນະໂຍບາຍ ທ່ານ Donald Trump.
ຜູ້ແທນສະພາຕໍ່າ ສະຫະລັດ ທ່ານນາງ Jackie Speier ແລະບັນດາແມ່ຍິງຄົນອື່ນໆ ພາກັນນຸ່ງສີຊົມພູ ຕ້ານນະໂຍບາຍ ທ່ານ Donald Trump.

ຍານາງ Sarah ຜູ້​ທີ່​ໄດ້​ເດີນທາງ​ມາ​ຈາກ​ລັດ Indiana ​ເພື່ອຮ່ວມເດີນ​ຂະ​ບວນ ຢູ່​ວໍ​ຊິງ​ຕັນ ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ ​ຄວາມ​ເປັນ​ຫ່ວງ​ທີ່​ສຳຄັນກໍ​ຄື​ການ​ຮັກສາສຸຂະ ພາບ​ແມ່ຍິງ.

ຍານ​າງ Young ກ່າວ​ວ່າ “ການ​ເຂົ້າເຖິງ​ການ​ຄຸ​ມກຳ​ເນີ​ດ ​ແລະ​ການ​ເຂົ້າເຖິງການ​ຮັກສາ ສຸຂະພາບ ​ໄດ້​ດຳ​ເນີນ​ການຫລາຍ​ຂຶ້ນ​ແກ່ສິດ​ອຳນາດແມ່ຍິງ​ໃນສັດ ຕະວັດ​ທີ 20 ​ແລະ​ກ້າວ​ເຂົ້າ​ສູ່​ສັດຕະວັດ​ທີ 21 ຫຼາຍ​ກວ່າ​ສິ່ງ​ໃດໆ. ຖ້າ​ຫາກ ພວກ​ເຮົາ​ຕ້ອງກາ​ນຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມາ​ນັ້ນ​ພວກ​ເຮົາ​ຕ້ອງຮັກສາ​ການ​ເຂົ້າເຖິງ ການ​ຮັກສາ​ສຸຂະພາບ.”

ບັນ​ຫາ​ອື່ນໆທີ່​ດຶງດູດ​ເອົາຜູ້​ເຂົ້າ​ຮ່ວມ ​ແມ່ນ​ມີ​ຮວມທັງ​ ຍຸຕິຄວາມ​ຮຸນ​ແຮງ​ຕໍ່​ພວກ​ແມ່ຍິງ ຄວາມ​ເປັນ​ທໍາ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະການ​ປ້ອງ​ກັນ​ສິດທິ​ພວກ​ຄົນ​ງານ ຄົນ​ພິການ ຄົນ​ເຂົ້າ​ເມືອງ ​ແລະ​ປະຊາ​ຄົມ​ກະ​ເທີ​ຍແລະພວກປ່ຽນເພດ ຫຼື LGBTQ.

Actress America Ferrera Addresses Protesters at Women's March in Washington
please wait

No media source currently available

0:00 0:01:14 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG