ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມນັກເຄື່ອນໄຫວແມ່​ຍິງ ​ພາກັນຂ້າມ ​ເຂດ​ປອດ​ທະຫານ DMZ ຈາກ ເກົາຫຼີເໜືອ ຫາ ເກົາຫຼີໃຕ້


ນັກ​ປຸກລະດົມ​ສະຕີ​ນິຍົມຊາວ ອາ​ເມຣິກັນ ນາງ Gloria Steinem ທີ 7 ຈາກເບື້ອງຂວາ, ເຈົ້າຂອງລາງວັນໂນເບລ ສັນຕິພາບສອງທ່ານ ແລະ ນັກເຄື່ອນໄຫວຄົນອື່ນໆ ພາກັນຍ່າງ ເລາະໄປຕາມຮົ້ວຕາໜ່າງກອງທັບ ໃກ້ກັບບ້ານ Panmunjom ເມືອງ Paju ເຊິ່ງຕິດກັບຊາຍແດນກ້ຳເໜືອ ຂອງນະຄອນຫຼວງ Seoul ປະເທດ ເກົາຫຼີໃຕ້, ທີ 24 ພຶດສະພາ, 2015.
ນັກ​ປຸກລະດົມ​ສະຕີ​ນິຍົມຊາວ ອາ​ເມຣິກັນ ນາງ Gloria Steinem ທີ 7 ຈາກເບື້ອງຂວາ, ເຈົ້າຂອງລາງວັນໂນເບລ ສັນຕິພາບສອງທ່ານ ແລະ ນັກເຄື່ອນໄຫວຄົນອື່ນໆ ພາກັນຍ່າງ ເລາະໄປຕາມຮົ້ວຕາໜ່າງກອງທັບ ໃກ້ກັບບ້ານ Panmunjom ເມືອງ Paju ເຊິ່ງຕິດກັບຊາຍແດນກ້ຳເໜືອ ຂອງນະຄອນຫຼວງ Seoul ປະເທດ ເກົາຫຼີໃຕ້, ທີ 24 ພຶດສະພາ, 2015.

ລົດ​ເມ ເຊິ່ງບັນຈຸ​ນັກ​ເຄື່ອນ​ໄຫ​ວ​ແມ່​ຍິງ​ຈາກ​ນານາ​ຊາດ ​30 ຄົນ,
ລວ​ມທັງ​ນັກ​ປຸກລະດົມ​ສະຕີ​ນິຍົມ ຊາວ ອາ​ເມຣິກັນ ນາງ Gloria Steinem, ໄດ້ຂ້າມ​ຜ່ານ​ຊາຍ​ແດນ ຈາກ​ເກົາຫຼີ​ເໜືອ​ ເຂົ້າ​ໄປໃນ ເກົາຫຼີໃ​ຕ້ ໃນ​ວັນ​ອາທິດ​ມື້​ນີ້​ ເພື່ອສະ​ເຫຼີ​ມ ສະຫຼອງ​ວັນແມ່ຍິງປົດ​ອາວຸດ​ ​ສາກົນ.

ກຸ່ມ​ດັ່ງກ່າວ ທີ່​ເອີ້ນວ່າ​ ກຸ່ມແມ່​ຍິງ​ຂ້າມ​ເຂດ​ປອດ​ທະຫານ DMZ ໄດ້ໄປຮອດ ປະເທດ ເກົາຫຼີເໜືອ ເມື່ອວັນອັງຄານທີ່ຜ່ານມາ ແລະ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ສັນຕິພາບ, ແລະ ໄດ້ຍ່າງ ພ້ອມກັບແມ່ນຍິງ ເກົາຫຼີເໜືອ ໃນລະຫວ່າງການຢ້ຽມຢາມ 6 ມື້.

KOREAS ACTIVIST WOMEN
please wait
Embed

No media source currently available

0:00 0:01:31 0:00

ພວກແມ່ຍິງ​ເຫຼົ່ານີ້ ໄດ້ຖືກ​ປະຕິ​ເສດ ຄວາມພະຍາຍາມທີ່ຈະຍ່າງຜ່ານ ເຂດປອດທະຫານ DMZ ລະຫວ່າງສອງປະເທດ ​ແຕ່​ວ່າ ເກົາຫຼີເໜືອ ໄດ້ອະນຸຍາດໃຫ້ລົດເມເກົາຫຼີໃຕ້ ຜ່ານເສັ້ນປັກປັນ ເຂດແດນ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ຕົນ ເພື່ອຂົນສົ່ງພວກເຂົາຂ້າມໄປຍັງ ເກົາຫຼີໃຕ້.

ທ່ານ ນາງ Steinem, ຜູ້ລິເລີ່ມສະຕີນິຍົມ ອາຍຸ 80 ປີ, ໄດ້ບອກ ນັກຂ່າວໃນເກົາຫຼີໃຕ້ວ່າ, “ພວກເຮົາສາມາດເປັນ ນັກການທູດພົນລະເມືອງ​ໄດ້.” ​ແລະ ວ່າພວກຕົນໄດ້ຮັບການ ສະໜັບ ສະໜູນຢ່າງຫຼວງຫຼາຍ ແລະມີ​ຄວາມຮູ້ສຶກໃນແງ່ບວກຫຼາຍ ກ່ຽວກັບການເດີນ ທາງຂອງ ພວກຕົນ.

ເຖິງແມ່ນວ່າລາວບໍ່ຍອມເວົ້າ ກ່ຽວກັບສະຖານະພາບດ້ານສິດທິມະນຸດ ໃນເກົາຫຼີເໜືອກໍ​ຕາມ ແຕ່ທ່ານນາງ Steinem ກໍໄດ້ບອກສື່​ມວນ​ຊົນ ວ່າ, “ການຝ່າຝືນສິດທິມະນຸດ ຢູ່ ບ່ອນໃດ ກໍ່ຄືການຝ່າຝືນສິດທິມະນຸດ ຢູ່ທຸກບ່ອນ.” ລາວເວົ້າຕື່ມວ່າ, “ບໍ່ມີຫຍັງທີ່ເຮົາເຮັດ ຈະສາມາດ ປ່ຽນແປງພາບພົດຂອງ ເກົາຫຼີເໜືອໄດ້.”

XS
SM
MD
LG