ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຣີພັບບລີກັນ ໃຫ້ເຫດຜົນວ່າ ທ່ານ Trump ດີກວ່າ ທ່ານນາງ Clinton


Trump Secures Nomination, Moves to Heal Republican Party
please wait

No media source currently available

0:00 0:02:43 0:00

ດ້ວຍການທີ່ທ່ານ Donald Trump ໄດ້ຖືກເລືອກໃຫ້ເປັນຜູ້ສະໝັກ​ລົງແຂ່ງຂັນເອົາຕຳ ແໜ່ງປະທານາທິບໍດີຂອງພວກເຂົາເຈົ້າ ຢ່າງເປັນທາງການ ບັນດາສະມາຊິກພັກຣີພັບ ບລີກັນ ໃນກອງປະຊຸມຫຼວງທີ່ນະຄອນ Cleveland ຈະ​ໃຊ້ວັນພຸດມື້ນີ້ສຳລັບໃຫ້ຜູ້ທີ່ມີຊື່ ສຽງທີ່ສຸດບາງຄົນຂອງພັກ​ໃນປີ 2016 ໂຄສະນາຫາສຽງ ເພື່ອໃຫ້ເຫດຜົນວ່າ ທ່ານເປັນ ທາງເລືອກທີ່ດີກວ່າ ສຳລັບປະເທດ ແທນທີ່ຈະແມ່ນ ທ່ານນາງ Hillary Clinton ຈາກພັກ ເດໂທແຄຣັດ.

ຜູ້ປົກຄອງລັດ Indiana ທ່ານ Mike Pence ຈະມີໂອກາດຂຶ້ນ​ໄປກ່າວທ່າມກາງແສງໄຟ spotlight, ບໍ່ເຖິງໜຶ່ງສັບປະດາຫຼັງຈາກທີ່ໄດ້ຖືກປະກາດໃຫ້ເປັນຜູ້ລົງແຂ່ງຂັນຮ່ວມ. ອະ ດີດປະທານສະພາຕ່ຳທ່ານ Newt Gingrich ທີ່ໄດ້ຖືກພິຈາລະນາ ​ໃຫ້​ເປັນຮອງປະທາ ນາທິບໍດີ, ກໍຈະໄດ້ກ່າວເຊັ່ນກັນໃນວັນພຸດມື້ນີ້.

ສ່ວນບຸກຄົນອື່ນໆ ທີ່ໄດ້ຕໍ່ສູ້ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ແຂ່ງ​ກັບທ່ານ Trump ລວມທັງ ຜູ້ທີ່ໄດ້ກ່າວປະນາມຢ່າງຮຸນແຮງ ກ່ຽວກັບຂໍ້ສະເໜີນະໂຍບາຍຕ່າງໆຂອງທ່ານ ແລະ ໄດ້ ຮັບມືກັບການກ່າວ ແລະ ການຖືກຕັ້ງຊື່ຫຼິ້ນທີ່ມີການເສດສີໃຫ້ນັ້ນ, ກໍຈະໄດ້ກ່າວຄຳປາໄສ ເຊັ່ນກັນ. ເຊິ່ງຄົນດັ່ງກ່າວລວມມີ ຜູ້ປົກຄອງລັດ Wisconsin ທ່ານ Scott Walker, ສະ ມາຊິກສະພາສູງລັດ Florida ທ່ານ Marco Rubio ແລະ ສະມາຊິກສະພາສູງລັດ Texas ທ່ານ Ted Cruz.

ທີ່ກອງປະຊຸມຫຼວງໃນວັນອັງຄານວານນີ້ໄດ້ສະແດງໃຫ້ເຫັນການກ່າວປະນາມຄັ້ງໃຫຍ່ ຂອງພັກຣີພັບບລີກັນ ກ່ຽວກັບ ທ່ານນາງ Clinton, ເຊິ່ງພັນລະນາເຖິງ ການເປັນຜູ້ລົງ ແຂ່ງຂັນຂອງທ່ານນາງ ດັ່ງກັບການທາບທາມທີ່ຈະຂະຫຍາຍສິ່ງທີ່ພວກເຂົາເຈົ້າເອີ້ນວ່າ ນະໂຍບາຍທີ່ລົ້ມແຫຼວຂອງປະທານາທິບໍດີ ບາຣັກ ໂອບາມາ ແລະ ໄດ້ເອີ້ນທ່ານນາງວ່າ ເປັນຄົນຂີ້ຕົວະ ຜູ້ທີ່ເຮັດໃຫ້ປະເທດຕົກຢູ່ໃນສະພາບອັນຕະລາຍ ດ້ວຍການໃຊ້ລະບົບອີ ເມລສ່ວນຕົວ.

ປະທານສະພາຕ່ຳທ່ານ Paul Ryan ກ່າວຄຳປາໄສໃນກອງປະຊຸມຫຼວງ ພັກຣີພັບບລີກັນ ໃນນະຄອນ Cleveland, 19 ກໍລະກົດ 2016.
ປະທານສະພາຕ່ຳທ່ານ Paul Ryan ກ່າວຄຳປາໄສໃນກອງປະຊຸມຫຼວງ ພັກຣີພັບບລີກັນ ໃນນະຄອນ Cleveland, 19 ກໍລະກົດ 2016.

ປະທານສະພາຕ່ຳທ່ານ Paul Ryan ໄດ້ກ່າວຫາ ພັກເດໂມແຄຣັດ ກ່ຽວກັບ ການແບ່ງ ແຍກຜູ້ຄົນຢ່າງຕໍ່ເນື່ອງແລະ “​ໃຊ້ກຸ່ມໜຶ່ງ ຕໍ່ຕ້ານກັບອີກ​ກຸ່ມ​ໜຶ່ງ.”

ທ່ານ Ryan ໄດ້ກ່າວວ່າ “ພວກເຮົາມາຮອດແລ້ວ, ເຖິງເວລາເມື່ອບັນດາຜູ້ຊາຍ ແລະ ແມ່ຍິງ ໃນສອງພັກການເມືອງ, ທີ່ຢາກຈະສ້າງການປ່ຽນແປງໃນທິດທາງສຳລັບ ອາເມ ຣິກາ ຢ່າງຊັດເຈນ, ຢ່າງບໍ່ສາມາດປະຕິເສດໄດ້, ເປັນການອອກຈາກລະບົບທີ່ໄດ້ຮັບ ຄວາມລົ້ມແຫຼວນັ້ນ. ແລະ ມີຫຍັງແດ່ ທີ່ພັກເດໂມແຄຣັດ ສາມາດຫາມາໃຫ້? ແນວຄິດ ຂອງພວກເຂົາເຈົ້າແມ່ນຫຍັງກ່ຽວກັບການອອກມາຈາກອະດີດ? ພວກເຂົາເຈົ້າກຳລັງ ສະເໜີການດຳລົງຕຳແໜ່ງສະໄໝທີ 3 ຂອງທ່ານ ໂອບາມາ ໃຫ້ແກ່ພວກທ່ານໂດຍ ຄົນທີ່ມີຊື່ວ່າ Clinton ອີກຄົນໜຶ່ງ."

ການໂຄສະນາຫາສຽງຂອງທ່ານນາງ Clinton ແມ່ນໄດ້ສະແດງຄວາມຄິດຄວາມເຫັນຕະ ຫຼອດຄືນ ​ໂດຍການຖະ​ແຫຼ​ງແລະຂຽນຂໍ້ຄວາມຕອບ ​ໂຕ້ ຕໍ່ຜູ້ທີ່​ຂຶ້ນ​ໄປກ່າວຄົນສຳຄັນ ​ໃນ ແຕ່ລະມື້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Muslims for Trump at the Republican Convention
please wait

No media source currently available

0:00 0:02:44 0:00

XS
SM
MD
LG