ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ນຳ ສະຫະພາບຢູໂຣບ ຫາລື ກ່ຽວກັບ ແຜນການ ຊ່ວຍເຫລືອ ເພື່ອນບ້ານ


ບັນດາ​ຜູ້ນຳສະຫະພາບ​ຢູ​ໂຣບ ກຳລັງ​ເຕົ້າ​ໂຮມກັນ ​ໃນ​ວັນ​ພຸດ​
ມື້ນີ້ ​ເພື່ອ​ປະຊຸມ​ສຸກ​ເສີນ​ ທີ່​ນະຄອນຫຼວງ Brussels ​ໃນການ
ຫາລືກ່ຽວກັບການ​ເອົາ​ບາດ​ກ້າວ​ຂັ້ນຕໍ່​ໄປ ຫລັງ​ຈາກບັນດາ
ລັດຖະມົນຕີກະຊວງ​ພາຍ​ໃນ ​ໄດ້​ຕົກລົງກັນກ່ຽວກັບ ແຜນ​ທີ່​
ຈະແຈກຢາຍ​ອົບ​ພະ​ຍົບ 120,000 ຄົນ ລະຫວ່າງ 28 ປະ
​ເທດສະມາຊິກຂອງສະຫະພາບຢູ​ໂຣບ.

​ແຜນ​ດັ່ງກ່າວ ​ແມ່ນ​ເພື່ອແນໃສ່ຫລຸດຜ່ອນ​ຄວາມ​ລຳບາກ ຕໍ່
ບັນດາ​ປະ​ເທດ​ສະມາຊິກ ຂອງສະຫະພາບຢູ​ໂຣບ ທີ່ຢູ່ທາງ
​ພາກ​ຕາ​ເວັນອອກ​ສຸດຂອງ​ກຸ່ມດັ່ງກ່າວທີ່ໄດ້ຮັບ​ມື​ກັບການ​ລັ່ງ​
ໄຫລຂອງ​ຊາວ​ອົບ​ພະ​ຍົບ ໃນໄລຍະສອງສາມເດືອນຜ່ານມາ
ນີ້ ຊຶ່ງຫລາຍໆຄົນແມ່ນພະຍາຍາມຫລົບ​ໜີ ຈາກ​ຄວາມຮຸນ​ແຮງ​ ໃນຊີ​ເຣຍ ​ຫລືບໍ່ກໍ​ ອັ​ຟ
ກາ​ນິສຖານ​.

​ເນື່ອງ​ຈາກ​ການ​ຄັດຄ້ານຂອງປະເທດ Hungary, Slovakia, ສາທາລະນະລັດ Czech
​ແລະ Romania ຂໍ້​ຕົກລົງ​ດັ່ງກ່າວຈຶ່ງໄດ້ຮັບ​ຜ່າ​ນດ້ວຍ​ສຽງສ່ວນ​ຫຼາຍ ​ແທນ​ທີ່​ຈະ​ເປັນ
​ການລົງຄະແນນສຽງຢ່າງເປັນເອກກະສັນ ລະຫວ່າງ ບັນດາລັດ ຖະມົນຕີ​ກະຊວງພາຍ​
ໃນ ຂອງສະຫະພາບຢູໂຣບ.

ນາຍົກລັດຖະມົນຕີ ສາທາລະນະ​ລັດ Czech ​ທ່ານ Bohuslav Sovotka ໄດ້​ກ່າວວ່າ “​ມັນເປັນເລື້ອງ​ຈຳເປັນ​ທີ່ບັນດາ​ປະ​ເທດ​ໃນສະຫະພາບຢູ​ໂຣບ ທີ່​ຈະ​ຮັກສາອະທິປະໄຕ
ຂອງຕົນ ​ໃນ​ເລື້ອງ​ດັ່ງກ່າວ. ຕ້ອງ​ແມ່ນ​ບັນດາລັດຖະບານທີ່​ຈະ​ເປັນ​ຜູ້​ຕັດສິນໃຈ.”

ການ​ປະຊຸມ​ໃນ​ວັນ​ພຸດ​ມື້​ນີ້ ຄາດ​ວ່່າ​ຈະ​ພົົວພັນ​ກັບການເສີມຂະຫຍາຍ​ຊາຍ​ແດນຢູ່​ນອກ
ສະຫະພາບ​ຢູ​ໂຣບ ​ແລະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ບັນດາ​ປະ​ເທດ​ທີ່​ບໍ່ເ​ປັນ​ສະມາຊິກສະ
ຫະພາບ​ຢູ​ໂຣບ ​ເຊັ່ນ​ວ່າ ປະ​ເທດ​ເທີ​ກີ ທີ່ໄດ້ຕົກຢູ່​ພາຍ​ໃຕ້​ຄວາມ​ລຳບາກ​ຈາກການ​ກົດ
​ດັນ ໃນ​ການ​ຫລັ່ງ​ໄຫລ​ເຂົ້າ​ມາ​ຂອງ​ຊາວອົບ​ພະຍົບ.

ຊາ​ວອົບ​ພະຍົບ​ເກືອ​ບ​ເຄິ່ງລ້ານ​ຄົນ ຊຶ່ງ 40 ​ເປີ​ເຊັນ​ຂອງ​ເຂົາ​ເຈົ້າ​ ແມ່​ນຊາວຊີ​ເຣຍ​ໄດ້​ຂ້າມ​
ທະ​ເລ Mediterranean ​ໃນ​ປີ​ນີ້ ຫລົບໜີສົງຄາມ​ແລະ​ຄວາມທຸກຈົນ ຢູ່ໃນພາກ​ຕາ​ເວັນ
​ອອກ​ກາງ ​ເພື່ອ​ຊອກ​ຫາ​ຊີວິດ​ທີ່ດີຂຶ້ນ ຢູ່​ໃນ​ຢູ​ໂຣບ.

ຫ້ອງການ​ຂ້າ​ຫລວງ​ໃຫຍ່ດ້ານອົບ​ພະຍົບຂອງສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ລັ່ງ​ໄຫລ
​ເຂົ້າ​ມາ​ຂອງ​ຊາວ​ອົບ​ພ​ະ​ຍົບຢ່າງ​ບໍ່​ຢຸດ​ຢັ້ງນັ້ນ ​ແມ່ນເປັນຈຳນວນ​ຫລວງ ຫລາຍ 6,000
ຄົນ​ຕໍ່​ມື້ ໂດຍພາກັນໄປເຖິງແຄມ​ຝັ່ງ​ທະ​ເລ​ຢູ​ໂຣບ ຊຶ່ງ​ແຜນການ​ ແຈກຢາຍອົບ​ພະຍົບ ທີ່ກວມເອົາ 120,000 ຄົນ​ນັ້ນ “ບໍ່​ພຽງພໍ​ທີ່ຈະເຮັດ​ໃຫ້ສະ ພາບ​ການມີທຸ່ນ​ທ່ຽງໄດ້." ​ໄດ້
​ມີການຮຽກຮ້ອງ ​ໃຫ້ເປີດສູນ​ກາງຮັບ​ຕ້ອນ​ອົບ​ພະ ຍົບຕື່ມຂຶ້ນ ​ຢູ່ໃນບັນດາປະເທດ
ສະຫະພາບຢູ​ໂຣບ.​

Commotions Erupt at Reception Site for Migrants in Croatia
please wait

No media source currently available

0:00 0:01:29 0:00

XS
SM
MD
LG