ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ເຂົ້າແຂ່ງຂັນ ປະມູນເປັນເຈົ້າພາບ ກີລາໂອລິມປິກລະດູໜາວ


IOC ທ່ານ Jacques Rogge ປະທານກໍາມະການກີລາໂອລິມປິກ
ສາກົນມອບ plaque ໃຫ້ທ້າວ Kevin Rolland ທີ່ເມືອງ Durban. ວັນທີ 6 ກໍລະກົດ, 2011
IOC ທ່ານ Jacques Rogge ປະທານກໍາມະການກີລາໂອລິມປິກ ສາກົນມອບ plaque ໃຫ້ທ້າວ Kevin Rolland ທີ່ເມືອງ Durban. ວັນທີ 6 ກໍລະກົດ, 2011

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ເກົາຫລີ​ໃຕ້​ແລະ​ຄູ່​ແຂ່ງຂັນ​ຈາກ​ທະວີບຢູ​ໂຣບ 2 ປະ​ເທດ​ກໍາລັງ​ສະ​ແດງ​
ຂໍ້​ສະ​ເໜີ​ຂອງ​ຕົນ​ບັ້ນ​ສຸດ​ທ້າຍ​ຕໍ່​ຄະນະ​ກໍາມະ ການ​ຈັດການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ສາກົນ​
ໃນ​ການ​ແຂ່ງຂັນກັນ​ຢ່າງ ດຸ​ເດືອດ​ເພື່ອ​ໃຫ້​ເຫັນ​ວ່າ​ຜູ້​ໃດ​ຈະ​ເປັນ​ເຈົ້າພາບ​ໃນ​ການ​ຈັດການ
ແຂ່ງຂັນກີລາ​ໂອ​ລິ​ມປິກ​ລະດູໜາວ​ໃນ​ປີ 2018 ນັ້ນ.

ໄດ້​ມີ​ການ​ມອງ​ເບິ່ງ​ກັນ​ວ່າ ​ເມືອງ Pyeonchang ຂອງ​ເກົາຫລີ​ໃຕ້ມີຫວັງທີ່ຈະ​ຊະນະ​ກ່ອນ​
ຄໍາ​ປະກາດ​ຂອງ​ຄະນະ​ກໍາມະການທີ່ເມືອງ Durban ຂອງ​ອາ​ຟຣິກາ​ໃຕ້​ໃນ​ຕອນ​ບ່າຍ​ວັນ​
ພຸດ​ມື້​ນີ້​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ປະມູນ​ຂອງເມືອງ Munich
ໃນເຢຍຣະມັນ​ກໍ​ແຂງ​ແຮງ​ເຊ່ນ​ກັນ ​ໃນ​ຂະນະ​ທີ່​ການປະມູນ​ຂອງເມືອງ Annecy ໃນປະເທດ
ຝຣັ່ງ​ໄດ້​ປະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນ​ຫລາຍ​ກວ່າ.

ໝົດ​ທັງ 3 ປະ​ເທດ​ຕ່າງກໍໄດ້ສົ່ງນັກ​ການ​ເມືອງທີ່ສຳຄັນ​ແລະ​ນັກກີລາ​ທີ່ຊື່ສຽງ​ໄປຍັງເມືອງ
Durban ສໍາລັບ​ດຳເນີນການເຄື່ອນໄຫວ​ໃນ​ນາທີ​ສຸດ​ທ້າຍ​ຂອງເຂົາ​ເຈົ້າ​ ໂດຍທີ່​ເກົາຫລີ​ໃຕ້
ແມ່ນຕາງໜ້າ​ໂດຍ​ປະທານາທິບໍດີ Lee Myung-bak ​ແລະ​ນາງ Kim Yu-na ​ແຊມ​ກີລາ
ເຕັ້ນລະບໍາເທິງນໍ້າກ້ອນ ຫຼື figure skating.

ປະທານາທິບໍດີ Christian Wulff ​ແຫ່ງ​ເຢຍຣະມັນ​ເປັນ​ຜູ້​ນໍາພາ​ຄະນະປະມູນຂອງເມືອງ
Munich ​ໃນ​ຂະນະ​ດຽວ​ກັນ​ນາຍົກລັດຖະມົນຕີຝຣັ່ງທ່ານ Francois Fillon ​ກໍເປັນ​ຫົວ
ໜ້າ​ປະມູນຈາກ​ເມືອງ An-necy ທີ່ເດີນທາງໄປຍັງ​ເມືອງ Durban ນັ້ນ.

ເກົາຫລີ​ໃຕ້ ​ໂດຍ​ສະ​ເພາະ​ແມ່ນໄດ້ເອົາ​ຊື່​ສຽງ​ຂອງຕົນເປັນເດີມພັນໃນ​ການ​ປະມູນ​ທີ່​ໄດ້​ຮັບ​ຜົນ​ສໍາ​ເລັດ ຍ້ອນ​ໄດ້​ເສຍ​ຢ່າງຫວຸດຫວິດ​ ໃຫ້​ແກ່ ນະຄອນ Vancouver ປະ​ເທດ​ກາ​ນາ​ດາແລະ​ເມືອງ Sochi ຂອງຣັດ​ເຊຍ ​ໃນ​ການ​ປະມູນ​ແຂ່ງຂັນ​ກັນ 2 ​ເທື່ອຫລ້າ​ສຸດ​ນີ້. ປະທານາທິບໍດີ​ຫລີ​ມິ​ມອງ​ພັກ​ໄດ້​ຮຽກຮ້ອງຄະນະຜູ້​ແທນ​ຂອງ​ຕົນ ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ​ໃຫ້ໃຊ້​ຄວາມ​ພະຍາຍາມ​ທຸກ​ຢ່າງ​ໃນ​ການ​ປະມູນ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ລະດູ​ໜາວຄັ້ງ​ນີ້.

XS
SM
MD
LG