ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Wikileaks ລະບຸ​ວ່າ ອິນ​ເຕີ​ເນັຕ ຂອງ​ທ່ານ Assange ຖືກ​ຕັດ


ທ່ານ Julian Assange ຜູ້ແຕ່ງຕັ້ງ website ທີ່​ເຂົ້າ​ຮ່ວມ​ຜ່ານ​ທາງ​ວີ​ດີ​ໂອ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ຄົບຮອບ 10 ປີ ຂອງ​ກຸ່ມ secrecy-spilling ​ໃນ​ເບີ​ລິນ, ​ເຢຍຣະມັນ, 4 ຕຸລາ, 2016.
ທ່ານ Julian Assange ຜູ້ແຕ່ງຕັ້ງ website ທີ່​ເຂົ້າ​ຮ່ວມ​ຜ່ານ​ທາງ​ວີ​ດີ​ໂອ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ຄົບຮອບ 10 ປີ ຂອງ​ກຸ່ມ secrecy-spilling ​ໃນ​ເບີ​ລິນ, ​ເຢຍຣະມັນ, 4 ຕຸລາ, 2016.

ກຸ່ມ​ຕໍ່ຕ້ານ​ຄວາມ​ລັບ Wilileaks ອ້າງ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ເຊື່ອມຕໍ່​ຫາຜູ້​ກໍ່​ຕັ້ງ​ທີ່​ລົບ​ລີ້ ທ່ານ Julian Assange ​ໄດ້ “ມີ​ຈຸດປະສົງ​ລະງັບລົງ​ໂດຍພັກ​ລັດ.”

ໃນການຂຽນລົງ​ຢູ່​ໃນ Twitter Wikileaks ຕໍ່​ມາ​ໄດ້​ກ່າວ​ວ່າ​ຕົນ​ໄດ້ “​ເລີ້ມເປີດ​ແຜນ​ທີ່ເໝາະ​ສົມ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ” ສຳ​ລັບ​ທ່ານ Assange ຜູ້​ທີ່ຍັງ​ລີ້​ຊ່ອນ​ຢູ່​ໃນ ສະຖານ​ທູດ Ecuador ​ໃນ​ນະຄອນຫລວງ​ລອນ​ດອນ ​ແຕ່​ປີ 2012 ​ເພື່ອ​ຫລີກ​ຫລ່ຽງການ​ຈັບ​ກຸມ. Sweden ກຳລັງ​ພະຍາຍ​າມທີ່​ຈະ​ນຳ​ເອົາໂຕຄົນ ສັນຊາດອອສ​ເຕຣຍ ອາຍຸ 45 ປີນັ້ນກັບ ໄປໃນຂໍ້ຫາ ​ເລື້ອງ​ເພດ.

ລາຍ​ລະອຽດ​ບາງ​ຢ່າງ​ໄດ້​ຖືກ​ເຜີຍ​ແຜ່ ​ແລະ​ຖະ​ແຫລ​ງການ​ຂອງ Wikileaks ບໍ່​ໄດ້​ກ່າວ​ເຖິງ
​ຊື່​ປະ​ເທດ​ທີ່​ຕົນ​ສົງໃສວ່າ​ຕັດ​ການ​ພົວພັນ. ​ແຕ່​ໂຄສົກ​ຄົນ​ນຶ່ງ ກ່າວ​ຕໍ່ອົງການຂ່າວຝຣັ່ງ ທີ່​ເຊື່ອມ​ຕໍ່ກັບການ​ຕັດ “ການ​ສືບ​ຕໍ່​ເຜີ​ຍ​ແຜ່ຂອງ​ພວກ​ເຮົາ​ເປີດ​ເຜີຍ​ເຖິງ​ການ​ພົວພັນ ​ແລະ​
ໜ້າ​ທີ່​ຂອງ ຜູ້​ສະໝັກ​ປະທານາທິບໍດີ ສະຫະລັດ ທ່ານ​ນາງ Hillary Clinton.”

ການ​ໂຄສະນາ​ຫາ​ສຽງ​ທ່ານ​ນາງ Clinton ​ໃນ​ເດືອນ​ກໍລະກົດ​ທີ່​ວ່າ​ອີ​ແມ​ລຂອງຄະນະ​ກຳ​ມະ​ການ​ພັກ​ເດ​ໂມ​ແຄຣັດ​ແຫ່ງ​ຊາດ ​ໄດ້​ຖືກ​ທັບ​ມ້າງ​ໂດຍຣັດ​ເຊຍ ​ແລະ​ຕໍ່​ມາ Wikileaks ​ໄດ້​ເລີ້ມ​ເຜີຍ​ແຜ່​ເນື້ອ​ເລື້ອງ​ຂອງ​ເອກ​ກະສາ​ນທີ່ຖືກ​ທັບ​ມ້າງນັ້ນ. ມົສກູ​ໄດ້​ປະຕິ​ເສດຕໍ່​ການ​ພົວພັນດັ່ງກ່າວ.

ການ​ທັບ​ມ້າງເອກ​ກະສາ​ນສຸດທ້າຍຫວ່າງ​ມໍ່ໆ​ມານີ້ ຮວມທັງ​ຄຳ​ຖະ​ແຫລ​ງຂອງ​ທ່ານ​ນາງ Clinton ປີ 2013 ຢູ່​ກອງ​ປະຊຸມ​ນັກ​ທົງ​ທຶນ​ທະນາຄານ ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ນາງ​ເຕືອນ​ບັນດາ​ຜູ້ເຂົ້າ​ຟັງ ກ່ຽວ​ກັບ​ການຖີບ​ໂຕ​ຂຶ້ນ​ຢ່າງ​ວ່ອງ​ໄວຂອງ​ຈີນ​ຢູ່​ທົ່ວ​ໂລກ. ທ່ານ​ນາງ​ກ່າວ​ວ່າ “ທ່ານ​ຕ້ອງ​ຄວບ​ຄຸມ​ເຂົາ​ເຈົ້າ ຫລືພວກ​ເຮົາ​ຕ້ອງ​ປ້ອງ​ກັນ​ຕ້ານ​ເຂົາ​ເຈົ້າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG