ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັນລະຍາ ນັກເຄື່ອນໄຫວ ຜູ້ມີຊື່ສຽງ ຂອງ ຣັດເຊຍ ກ່າວວ່າ ສາມີນາງ ຖືກວາງຢາພິດ


ພາບຖ່າຍຂອງ ທ່ານ Vladimir Kara-Murza ຢູ່ກອງປະຊຸມ
ຖະແຫລງຂ່າວ ຂອງສະມາຄົມ ສື່ມວນຊົນ ແຫ່ງຊາດ ຫຼື National Press Club ໃນນະຄອນຫຼວງວໍຊິງຕັນ ເມື່ອເດືອນ
ມັງກອນ ປີ 2014.
ພາບຖ່າຍຂອງ ທ່ານ Vladimir Kara-Murza ຢູ່ກອງປະຊຸມ ຖະແຫລງຂ່າວ ຂອງສະມາຄົມ ສື່ມວນຊົນ ແຫ່ງຊາດ ຫຼື National Press Club ໃນນະຄອນຫຼວງວໍຊິງຕັນ ເມື່ອເດືອນ ມັງກອນ ປີ 2014.

ພັນລະຍາຂອງ ທ່ານ Vladimir Kara-Murza ນັກຂ່າວຊາວຣັດເຊຍ ຜູ້ທີ່ເປັນນັກ
ເຄື່ອນໄຫວ ຝ່າຍຄ້ານທີ່ມີຊື່ສຽງ ແລະເປັນຜູ້ທີ່ຕ້ອງ​ຕິ ວັງ Kremlin ກ່າວວ່າ “ການ​
ວາງຢາພິດຮ້າຍ​ແຮງ”
ໄດ້ເຮັດໃຫ້ສາມີຂອງຂ້າພະເຈົ້າເຈັບປ່ວຍ ຢ່າງໜັກ ຢູ່ໃນ
ໂຮງໝໍແຫ່ງນຶ່ງ ໃນນະຄອນຫຼວງມົສກູ.

ທ່ານນາງ Yevgenia Kara-Murza ໄດ້ກ່າວໃນວັນອັງຄານວານນີ້ ວ່າພວກທ່ານໝໍ
ໄດ້ບອກຕໍ່ທ່ານນາງ ວ່າ “ວັດຖຸອັນນຶ່ງ ທີ່ບໍ່ສາມາດລະບຸໄດ້” ເປັນສາເຫດ ເຮັດໃຫ້
ອະໄວຍະວະລົ້ມແຫຼວຢ່າງໃຫຍ່ ເມື່ອສັບປະດາແລ້ວນີ້. ສະພາບການທີ່ຊຸດໂຊມລົງ
ຢ່າງວ່ອງໄວ ແລະກະທັນຫັນ ຂອງສຸຂະພາບທ່ານ Kara-Murza ນັ້ນ ຊຶ່ງມີລາຍງານ
ວ່າ ໄດ້ເກີດຂຶ້ນ ພຽງບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ລາວ ຈະເດີນທາງອອກໄປຈາກມົສກູ ໄປຍັງສະຫະລັດ ໄດ້ກະຕຸ້ນໃຫ້ພະນັກງານໂຮງໝໍ ຕ້ອງໄດ້ປະຕິບັດທາງການແພດ
ເພື່ອເຮັດໃຫ້ນັກເຄື່ອນໄຫວ ອາຍຸ 35 ປີ ດັ່ງກ່າວ ຢູ່ໃນສະພາບຂັ້ນໝົດສະຕິ.

ນັບຕັ້ງແຕ່ນັ້ນມາ ມີ​ການ​ກ່າວກັນວ່າ ທ່ານ Kara-Murza ແມ່ນຢູ່ໃນຂັ້ນວິກິດ ແຕ່
ຢູ່ໃນສະພາບທຸ່ນທ່ຽງ. ເຖິງຢ່າງໃດກໍຕາມ ບໍ່ມີຖະແຫລງການດ້ານການແພດ ທີ່
ເປັນທາງການເລີຍ ກ່ຽວກັບອາການ ຫຼື ການເຈັບປ່ວຍຂອງທ່ານນັ້ນ.

ທ່ານ Vladim Prokhorov ທະນາຍຄວາມຂອງທ່ານ Kara-Murza ໄດ້ກ່າວໃນ
ເຟສບຸກ ທີ່ພິມ​ເຜີຍ​ແຜ່ ເມື່ອຕອນແລງວັນອັງຄານວານນີ້ ວ່າ ຕຳຫຼວດ ໄດ້ບອກລາວ
ວ່າ ພວກທ່ານໝໍ ໄດ້ຢັ້ງຢືນ ການວິນິດໄສ ກ່ຽວກັບສານພິດ ແຕ່ອີກຄັ້ງນຶ່ງ ບໍ່ມີ
ຖະແຫລງການ ຢ່າງເປັນທາງການ ທີ່ຢືນຢັນ ການເລົ່າເຫດການ ຂອງທະນາຍຄວາມ
ເລີຍ.

ທ່ານນາງ Yevgenia Kara-Murza ໄດ້ກ່າວວ່າ ສາມີຂອງນາງ ໄດ້ລົ້ມປ່ວຍລົງ ເມື່ອ
ສັບປະດາແລ້ວນີ້ ທີ່ຄ້າຍຄືກັນກັບ ເຫດການທີ່ເກືອບເອົາຊີວິດຂອງລາວ ຍ້ອນໝາກ
ໄຂ່ຫລັງ ລົ້ມແຫລວ ທີ່ລາວໄດ້ປະສົບມາເມື່ອສອງປີຜ່ານມາ. ໃນເວລານັ້ນ ທ່ານ
Vladimir Kara-Murza ໄດ້ໂຕ້ຖຽງວ່າ ລາວຖືກວາງຢາພິດ ທີ່ປາກົດວ່າ ອາດເປັນ ຍ້ອນເຫດຜົນດ້ານການເມືອງ. ນັກວິທະຍາສາດ ຂອງຝຣັ່ງ ໄດ້ພົບເຫັນ ລະດັບທີ່ສູງຂຶ້ນ
ຂອງໂລຫະໜັກ ຢູ່ໃນເລືອດຂອງລາວ ແຕ່ບໍ່ສາມາດລະບຸໄດ້ຢ່າງເຈາະຈົງ ຂອງ ສານພິດ
ນັ້ນ.

ຕົວຢ່າງຂອງເລືອດທ່ານ Kara-Murza ພ້ອມທັງ ທີ່ເປັນວັດຖຸຫຼັກຖານ ທີ່ອາດຈະເປັນ
ໄປໄດ້ ຂອງສານພິດ ເຊັ່ນວ່າ ຕົວຢ່າງຂອງເສັ້ນຜົມ ແລະ ມີດຕັດເຫຼັບ ໄດ້ຖືກນຳສົ່ງໄປ ວິເຄາະຢູ່ຕ່າງປະເທດ ລວມທັງ ຢູ່ທີ່ຫ້ອງທົດລອງ ໃນ ອິສຣາແອລ ນຳດ້ວຍ ດັ່ງທີ່
ພັນລະຍາ ຂອງຜູ້ເຄາະຮ້າຍໄດ້ກ່າວໄປ.

ກ່ອນທີ່ທ່ານ Kara-Murza ຈະລົ້ມປ່ວຍ ທ່ານໄດ້ເດີນທາງ ຢູ່ໃນຣັດເຊຍ ເພື່ອສົ່ງເສີມ
ຮູບເງົາສາລະຄະດີ ກ່ຽວກັບ ທ່ານ Boris Nemtsov ຜູ້ນຳຝ່າຍຄ້ານຫົວເສລີນິຍົມ ແລະ
ເປັນຜູ້ຕ້ອງ​ຕິຢ່າງໜັກ ຕໍ່ປະທານາທິບໍດີ Vladimir Putin ຜູ້ທີ່ໄດ້ຖືກລອບຍິງສັງຫານ
ຢູ່ນອກວັງ Kremlin ໃນເດືອນກຸມພາ ປີ 2015 ຜ່ານມາ ເທິງສະພານຂ້າມແມ່ນ້ຳ ມົສກູ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ສະຖານທີ່ ຝັງສົບຂອງ ອະດີດສາຍລັບ KGB ທ່ານ Alexander Litvinenko ຢູ່ທີ່ປ່າຊ້າ Highgate ໃນນະຄອນຫຼວງ London ຂອງອັງກິດ, ວັນທີ 21 ມັງກອນ 2016.
ສະຖານທີ່ ຝັງສົບຂອງ ອະດີດສາຍລັບ KGB ທ່ານ Alexander Litvinenko ຢູ່ທີ່ປ່າຊ້າ Highgate ໃນນະຄອນຫຼວງ London ຂອງອັງກິດ, ວັນທີ 21 ມັງກອນ 2016.

XS
SM
MD
LG