ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດຣ. ຈິລ ໄບເດີນ ພັນລະຍາ ຮອງ ປ. ສຫລ ເດີນທາງ ມາຢ້ຽມຢາມ ສປປ ລາວ


ທ່ານນາງ ດຣ. ຈິລ ໄບເດີນ, ພັນລະຍາ ທ່ານ ໂຈ ​ໄບ​ເດີນ
ຮອງປະທານາທິບໍດີ ສະຫະລັດອາເມຣິກາ.
ທ່ານນາງ ດຣ. ຈິລ ໄບເດີນ, ພັນລະຍາ ທ່ານ ໂຈ ​ໄບ​ເດີນ ຮອງປະທານາທິບໍດີ ສະຫະລັດອາເມຣິກາ.

ທ່ານນາງ ດຣ. ຈິລ ໄບເດີນ, ພັນລະຍາ ທ່ານ ໂຈ ​ໄບ​ເດີນ
ຮອງປະທານາທິບໍດີ ສະຫະລັດອາເມຣິກາ ຈະເດີນທາງມາ
ຢ້ຽມຢາມ ສປປ ລາວ ໃນ ວັນທີ 21 ຫາ 22 ກໍລະກົດ ປີ
2015 ພ້ອມດ້ວຍ ທ່ານນາງ ແຄດເທີຣີນ ຣັສເຊລ ເອກອັກ-
ຄະລັດຖະທູດ ຮັບຜິດຊອບ ວຽກງານຕ່າງໆ ຮອບດ້ານ
ກ່ຽວກັບ ເລື່ອງແມ່ຍິງ ແລະ ຈະພົວພັນກັບ ລັດຖະບານ ແລະ
ອົງການຈັດຕັ້ງທາງສັງຄົມ ເພືີ່ອສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດ ໂອກາດທາງ ດ້ານການສຶກສາໃຫ້ແກ່ແມ່ຍິງ ແລະເດັກນ້ອຍຜູ້ຍິງ ອີງຕາມລາຍງານຂ່າວ ຂອງສະຖານ
ທູດສະຫະລັດ ປະຈຳ ສປປ ລາວ.

ການຢ້ຽມຢາມ ອັນເປັນຂີດໝາຍປະຫວັດສາດ ໃນຄັ້ງນີ້ ສະແດງອອກໃຫ້ເຫັນເຖິງຄວາມ ມຸ້ງໝັ້ນ ຂອງລັດຖະບານສະຫະລັດ ໃນການສືບຕໍ່ຮັດແໜ້ນ ແລະເສີມຂະຫຍາຍສາຍພົວ
ພັນກັບ ສປປ ລາວ.

ໃນລະຫວ່າງການຢ້ຽມຢາມຂົງເຂດເອເຊຍນີ້ ດຣ. ຈິລ ໄບເດີນ ຍັງຈະເດີນທາງໄປຢ້ຽມ ຢາມສາທາລະນະລັດເກົາຫຼີ​ ແລະ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແຕ່ວັນທີ
16 ຫາ 20 ກໍລະກົດ ຊຶ່ງການຢ້ຽມຢາມໃນແຕ່ລະປະເທດດັ່ງກ່າວ ​ແມ່ນຈະເນັ້ນໜັກໃສ່
ວຽກງານ ໃນດ້ານພັດທະນາ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະວຽກງານການສຶກ
ສາ. ລຸນຫລັງການມາຢ້ຽມຢາມ ສປປ ລາວທາງຄະນະຜູ້ແທນ ຂັ້ນສູງກໍຈະເດີນທາງໄປ
ຢ້ຽມຢາມປະເທດຍີີ່ປຸ່ນ ໃນ ວັນທີ 22 ຫາ 23 ກໍລະກົດນີ້.

Dr. Jill Biden, the wife of the Vice President of the United States, will visit Laos on July 21-22, 2015. She'll be traveling with Catherine Russell, the U.S. ambassador-at-large for Global Women's Issues and will engage government and civil society partners on issues related to economic empowerment and educational opportunities for women and girls. This historic visit demonstrates the United States’ continued commitment to expanding its relationship with Laos.

During her visit to Asia, Dr. Jill Biden will also travel to the Republic of Korea and Vietnam on July 16-20 where she where she will focus on the same themes of women’s empowerment and education. Following her visit to Laos she will travel to Japan on July 22-23.

XS
SM
MD
LG