ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົງການ ສັນຕິ​ບານ​ກາງ ຈັບກຸມ ພັນ​ລະ​ຍາ ​ຂອງ ມື​ປືນ​​ ທີ່​ສັງຫານ​ຜູ້​ຄົນ​ຢູ່ໃນ nightclub


US Orlando Arrest
please wait
Embed

No media source currently available

0:00 0:01:03 0:00

ເຈົ້າ​ໜ້າ​ທີ່ສະຫະລັດ ​ກ່າວ​ວ່າ ພັນ​ລະ​ຍາ​ຂອງ ທ້າວ Omar Mateen ມື​ປືນ ທີ່​ສັງຫານ​
ຜູ້​ຄົນ​ຢູ່ໃນ nightclub ທີ່​ນະຄອນ Orlando ​ໄດ້​ຖືກ​ຈັບ​ກຸມ​ໃນ​ຖານ​ທີ່​ຂັດ​ຂວາງ ​ຄວາມ
​ຍຸຕິ​ທຳ.

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທ່ານ​ນາງ Loretta Lynch ​ໃນ​ວັນ​ຈັນ​ ໄດ້​ຢືນຢັນການ​ຈັບ
​ກຸມນາງ Noor Salman ​ໃກ້ໆ​ກັບ​ນະຄອນ San Francisco ບ່ອນ​ທີ່​ລາວ​ໄດ້​ພັກ​ຢູ່​ກັບ​ລູກ​ຊາຍ​ຂອງ​ລາວ. ​ໄອ​ຍະ​ການ​ກ່າວ​ວ່າ ນາງ Salman ຈະ​ໄປ​ປະກົດ​ຕົວ​ ທີ່​ສານ ​ໃນ​ວັນ
​ອັງຄານ​ມື້​ນີ້ ​ຢູ່​ນະຄອນ Oakland ​ໃນ​ລັດ California.

ນາງ Salman ​ແມ່ນ​ໄດ້​ຖືກສອບ​ປາກຄຳ​ຢ່າງ​ຂຸ້ນຂ້ຽວ​ໂດຍ​ຕຳຫຼວດ ນັບ​ຕັ້ງ​ແຕ່ ມື້​ລາງ
ສາມີ​ຂອງ​ນາງ ​ໄດ້​ເປີດ​ສາກ​ຍິງສັງຫານ​ຢູ່​ nightclub ທີ່​ນະຄອນ Orlando ຊຶ່ງ​ເປັນ​ທີ່​
ນິຍົມ​ຂອງ​ໝູ່​ພວກ​ກະ​ເທີຍ ​ໃນ​ເດືອນ​ມິຖຸນາ ປີ 2016 ​ຊຶ່ງ​ສັງຫານ 49 ຄົນ ​ແລະ​ອີກຫຼາຍ​ກວ່າ 50 ຄົນ ​ໄດ້​ຮັບ​ບາດ​ເຈັບ ແລະ​ວ່າ​ ໄດ້​ຮັບ​ຄວາມແຮງ​ກະ​ຕຸ້ນ​ໃຈ​ຈາກ​ພວກ​ຫົວ​ຮຸນ​
ແຮງກຸ່ມ​ລັດ​ອິສລາມ.

ທ້າວ Mateen ​ໄວ 29 ປີ ​ໄດ້​ຖືກ​ຍິງ​ຕາຍ ​ໂດຍ​ຕຳຫຼວດ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະ​ເຊີນ​ໜ້າ
ກັນ ​ຢູ່ສະຖານ​ທີ່​ດັ່ງກ່າວ ​ເປັນ​ເວລາ 3 ຊົ່ວ​ໂມງ.

ຕຳຫຼວດ​ນະຄອນ Oakland ​ແລະອົງການ ສັນຕິ​ບານ​ກາງ ຫຼື FBI ຂອງ​ສະຫະລັດ​ຢາກ​
ຮູ້ຈັກ​ວ່າ ນາງ​ Salman ຮູ້ລ່ວງ​ໜ້າ​ຫລື​ບໍ່ກ່ຽວ​ກັບ​ການວາງ​ແຜນ​ຂອງ​ສາມີຂອງ​ນາງ.

​ເຈົ້າ​ໜ້າ​ທີ່​ປະຕິບັດກົດໝາຍ ​ໄດ້​ກ່າວ​ວ່າ ນາງ Salman ​ໄດ້​ຕິດຕາມ​ສາມີຂອງ​ນາງ
ຢ່າງ​ນ້ອຍຖ້ຽວ​ນຶ່ງ ກ່ອນ​ການ​ຍິງ​ທີ່ nightclub Pulse ຢູ່​ນະຄອນ Orlando. ນາງ​ຍັງ
​ຍອມ​ຮັບວ່າ ລາວ​ຍັງ​ໄດ້​ໄປ​ກັບ​ສາມີ​ຂອງ​ລາວ ຕອນ​ທີ່​ໄປ​ຊື້​ອາວຸດ​ນັ້ນ.

​ແຕ່ເຖິງຢ່າງໃດ​ກໍ​ຕາມ ນາງໄດ້​ບອກ​ກັບ ໜັງ​ສື​ພິມ New York Times ​ປີ​ກາຍ​ນີ້ ວ່າ
ລາວ​ບໍ່​ໄດ້​ຮູ້ເຖິງ​ຈຸດປະສົງໃນການ​ທີ່​ໄປ nightclub. ລາວ​ຍັງ​ໄດ້​ກ່າວ​ວ່າ ລາວ​ບໍ່​ມີ​ເຫດຜົນຫັຍ​ງ​ເລີຍ​ທີ່​ຈະ​ສົງ​ໄສ ຕໍ່​ການ​ຊື້​ອາວຸດ​ປືນ​ຂອງ​ສາມີ​ຂອງ​ລາວ ບໍ່​ເທົ່າ​ໃດ​ມື້
ກ່ອນ​ທີ່ຈະ​ທຳ​ການ​ສັງຫານ. ນາງ​ຍັງ​ໄດ້​ກ່າວ​ອີກ​ວ່າ ລາວ​ຍັງ​ໄດ້​ຊື້​ຂອງ​ພວກ​ນີ້​ເລື້ອຍໆ
ຊຶ່ງ​ນາງ​ໄດ້ກ່າວ​ວ່າ ມີການກ່ຽວ​ກັບ​ໜ້າ​ທີ່​ການ​ງານ​ຂອງ​ສາມີ​ຂອງ​ນາງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG