ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເປັນຫຍັງ ເຄິ່ງອົງສາ ຈຶ່ງມີ ຄວາມສຳຄັນແທ້ ໃນການປ່ຽນແປງ ຂອງອາກາດ


Why Half-a-Degree Matters to the Global Climate
please wait

No media source currently available

0:00 0:02:09 0:00

ຂໍ້ຕົກລົງ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ທີ່ໄດ້ເຈລະຈາກັນ ຢູ່ປະເທດຝຣັ່ງ ເມື່ອເດືອນທັນວາປີກາຍ ແລະລົງນາມກັນທີ່ສຳຄັນງານໃຫຍ່ອົງການສະຫະປະຊາຊາດ ເມື່ອວັນທີ 22 ເມສາຜ່ານມານີ້ ແມ່ນຮວມທັງຂໍ້ຈຳກັດ ທີ່ເຮັດໃຫ້ອຸນຫະພູມ ອົບອຸ່ນຂຶ້ນຢູ່ 2 ລະດັບ ຄື 1.5 ແລະ 2 ອົງສາແຊລເຊິສ ສູງກວ່າຍຸກກ່ອນອຸດສາຫະກຳ. ຜູ້ສື່ຂ່າວວີໂອ ເອ Rosanne Skirble ມີລາຍງານ ກ່ຽວກັບການສຶກສາໃໝ່ ທີ່ພົບເຫັນວ່າ 0.5 ອົງສາ ແຊລເຊິສແມ່ນໝາຍຄວາມວ່າ ລະດັບນ້ຳທະເລຂອງໂລກ ຈະສູງຂຶ້ນຕື່ມ 10 ຊັງຕີແມັດ ພາຍໃນປີ 2100 ມີຄື້ນຄວາມຮ້ອນ ທີ່ດົນກວ່າເກົ່າ ແລະເປັນໄພອັນຕະລາຍເພີ້ມຂຶ້ນ ຕໍ່ ເກືອບວ່າພືດຫີນປະກາລັງທັງໝົດ. ໄພສານ ຈະນຳເອົາລາຍລະອຽດເລື້ອງນີ້ມາສະເໜີ ທ່ານ ໃນອັນດັບຕໍ່ໄປ.

ຄວາມແຕກຕ່າງ ລະຫວ່າງ 1.5 ແລະ 2.0 ອົງສາແຊລເຊິສ ຂອງອາກາດ ທີ່ອົບເອົ້າຂຶ້ນ ໂດຍສະເພາະບັນດາປະເທດເກາະດອນແລະປະເທດທີ່ກຳລັງພັດທະນາທີ່ມີຄວາມຈະ ໄດ້ຮັບອັນຕະລາຍຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ.

ທ່ານ Carl Schleussner ນັກວິເຄາະດ້ານດິນຟ້າອາກາດ ກ່າວວ່າ ຖືກຕ້ອງ ການຄົ້ນ ຄວ້າຂອງພວກເຮົາ ໃຫ້ການຢືນຢັນວ່າ 1.5 ອົງສາ ຈະເປັນຂີດຈຳກັດ ທີ່ມີຄວາມປອດ ໄພອັນສຳຄັນ ໃນການປ່ຽນແປງຂອງດິນຟ້າອາກາດ.

ພວກນັກຄົ້ນຄວ້າຢູໂຣບຂຽນລົງໃນວາລະສານ Earth System Dynamics ທີ່ວິເຄາະ ເບິ່ງຄວາມແຕກຕ່າງ ລະຫວ່າງຂີດຈຳກັດ ຂອງສອງອຸນຫະພູມຢູ່ໃນ 25 ເຂດຂອງໂລກ. ພວກເຂົາເຈົ້າໄດ້ໃຊ້ເຄື່ອງວັດແທກຕ່າງໆນັບແຕ່ການເກັບກ່ຽວຜົນລະປູກ ສະພາບຂອງ ນ້ຳ ອາກາດທີ່ຮ້ອນຫຼືໜາວຈັດຕະຫລອດເຖິງການສູຸນເສຍພືດຫີນປະກາລັງແລະລະດັບ ນ້ຳທະເລທີ່ສູງຂຶ້ນ.​ ຖ້າອຸນຫະພູມຂອງໂລກຫາກສູງຂຶ້ນສູ່ຂີດຈຳກັດສູງສຸດຄືຕື່ມອີກສອງ ອົງສາ ພວກເຂົາເຈົ້າທຳນາຍໄວ້ວ່າ ຊ່ວງລະດູຮ້ອນໃນບໍລິເວນເສັ້ນສູນສູດ ອາດຈະດົນ ກວ່າປົກກະຕິ 50 ເປີເຊັນ ຖ້າອຸນຫະພູມ ຫາກຕ່ຳກວ່ານັ້ນ 0.5 ອົງສາ. ຜົນຜະລິດທາງ ດ້ານກະສິກຳແມ່ນຈະໄດ້ຮັບຄວາມເສຍຫາຍຮ້າຍແຮງເປັນພິເສດ.

ທ່ານ Schleussner ກ່າວວ່າ ພວກເຮົາເຫັນວ່າ ມີການຫຼຸດລົງຢ່າງຫຼວງຫຼາຍຢູ່ຕາມຂົງ ເຂດທີ່ຈິງແລ້ວການຄາດຄະເນແມ່ນຫຼຸດລົງເປັນສອງເທົ່າໃນການຜະລິດເຂົ້າເບລ່ ແລະ ໝາກສາລີ ລະຫວ່າງ 1.5 ແລະ 2 ອົງສາແຊລເຊິສ ໃນເຂດເສັ້ນສູນສູດ.

ຈຸດເດືອດຢູ່ອີກບ່ອນນຶ່ງກໍແມ່ນໃນເຂດທະເລມີດີແຕເຣນຽນຮວມທັງອາຟຣິກາເໜືອແລະ ພາກຕາເວັນອອກກາງ ຊຶ່ງເປັນເຂດ ທີ່ໄດ້ປະສົບກັບການຂາດແຄນນ້ຳ ແລະ ຄວາມວຸ້ນ ວາຍທາງການເມືອງຢູ່ແລ້ວ.

ທ່ານ Schleussner ກ່າວວ່າ ການຄາດຄະເນຂອງພວກເຮົາສະແດງໃຫ້ເຫັນວ່າອາດຈະ ມີການຫລຸດລົງປະມານ 10 ເປີເຊັນ ຂອງປະລິມານນ້ຳໃນແຕ່ລະປີ ໃນຢູ່ໃນເຂດເມດີແຕ ເຣນຽນໃນລະດັບ 1.5 ອົງສາແຊລເຊິສແຕ່ຈະເພີ້ມຂຶ້ນເປັນປະມານ 20 ເປີເຊັນຖ້າຄວາມ ຮ້ອນເພີ້ມຂຶ້ນ 2 ອົງສາ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ເຊັນຂໍ້ຕົກລົງ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ປາຣີ ທີ່ສຳນັກງານໃຫຍ່ ສປຊ ໂດຍມີຫຼານສາວຂອງທ່ານ ນັ່ງຕັກຢູ່
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ເຊັນຂໍ້ຕົກລົງ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ປາຣີ ທີ່ສຳນັກງານໃຫຍ່ ສປຊ ໂດຍມີຫຼານສາວຂອງທ່ານ ນັ່ງຕັກຢູ່

ພາຍໃຕ້ເປົ້າໝາຍໃນການເພີ້ມຂຶ້ນ ຂອງຂີດຄວາມຮ້ອນເອົ້າລະດັບຕ່ຳນີ້ ພືດຫີນປະກາ ລັງທີ່ໃຫ້ບ່ອນພັກພາອາໄສແກ່ພວກສັດທະເລຕ່າງໆແລະຄຸ້ມຄອງແຄມຝັ່ງນັ້ນອາດມີໂອ ກາດທີ່ຈະປັບໂຕໄດ້. ນອກນັ້ນ ການເພີ້ມຂຶ້ນຂອງຄວາມຮ້ອນເອົ້າ 1.5 ອົງສານີ້ ອັດຕາ ໃນການສູງຂຶ້ນຂອງລະດັບນ້ຳທະເລ ກໍອາດຈະຫລຸດລົງຢ່າງຫຼວງຫຼາຍ.

ພວກນັກຄົ້ນຄວ້າ ກ່າວວ່າ ການສຶກສາຂອງເຂົາເຈົ້າ ໃຫ້ການຢືນຢັນແກ່ຄວາມຖືກຕ້ອງ ສົມບູນໃນອັນທີ່ປະເທດທຸກຍາກ ແລະປະເທດກຳລັງພັດທະນາ ທຳການຮ້ອງຂໍ ຢູ່ໃນຂໍ້ ຕົກລົງປາຣີ ແລະກໍມີເຫດຜົນພຽງພໍ ສຳລັບການຕັ້ງເປົ້າໝາຍໃນລະດັບອຸນຫະພູມທີ່ຕ່ຳ ກວ່າ. ພວກເຂົາເຈົ້າຫວັງວ່າ ມັນຈະຊ່ອຍໃຫ້ພວກກຳນົດນະໂຍບາຍ ແລະສາທາລະນະ ຊົນເຮັດການຕັດສິນໃຈ ທີ່ມີການອະທິບາຍຢ່າງລະອຽດກ່ຽວກັບການປ່ຽນແປງຂອງດິນ ຟ້າອາກາດ.​

ຫີນປະກາລັງຄືຈັ່ງຊີ້ ທີ່ເກາະ Raja Ampat ປະເທດອິນໂດເນເຊຍ ແມ່ນມີຄວາມສ່ຽງສູງ ຈາກການອົບອຸ່ນຂຶ້ນ ຂອງອຸນຫະພູມ 2 ອົງສາແຊລເຊິສ
ຫີນປະກາລັງຄືຈັ່ງຊີ້ ທີ່ເກາະ Raja Ampat ປະເທດອິນໂດເນເຊຍ ແມ່ນມີຄວາມສ່ຽງສູງ ຈາກການອົບອຸ່ນຂຶ້ນ ຂອງອຸນຫະພູມ 2 ອົງສາແຊລເຊິສ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG