ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະນັກງານຄົນນຶ່ງ ຂອງ WHO ຖືກສົ່ງໄປ ຮັກສາປິ່ນປົວ ຢູ່ເຢຍຣະມັນ (ວີດີໂອ/ສະໄລດ໌)


ລົດໂຮງໝໍ ນຳເອົາຄົນປ່ວຍ ທີ່ຕິດເຊື້ອໄວຣັສອີິໂບລາ ໄປສົ່ງທີ່ໂຮງໝໍມະຫາວິທະຍາໄລ Hamburg Eppendorf ໃນນະຄອນ Hamburg ຢູ່ພາກເໜືອຂອງເຢຍຣະມັນ ວັນທີ 27 ສິງຫາ 2014.
ລົດໂຮງໝໍ ນຳເອົາຄົນປ່ວຍ ທີ່ຕິດເຊື້ອໄວຣັສອີິໂບລາ ໄປສົ່ງທີ່ໂຮງໝໍມະຫາວິທະຍາໄລ Hamburg Eppendorf ໃນນະຄອນ Hamburg ຢູ່ພາກເໜືອຂອງເຢຍຣະມັນ ວັນທີ 27 ສິງຫາ 2014.

ພະນັກງານຄົນນຶ່ງ​ຂອງອົງການ​ອະນາ​ໄມ​ໂລກ ຫລື WHO ​ທີ່​
ຕິດ​ເຊື້​ອ ໄວຣັສ​ອີ​ໂບລາ ​ໄດ້​ເດີນທາງໄປ​ເຖິງເຢຍຣະມັນແລ້ວ​
ເພື່ອຮັບການ​ຮັກສາປິ່ນປົວ.

ຜູ້ຊ່ຽວຊານ ​ດ້ານ​ລະບາດວິທະຍາ ​ຊາວ​ເຊ​ເນ​ການ ​ໄດ້​ຖືກສົ່ງ
ໄປ​ເຖິງ​ນະຄອນ Hamburg ​ໃນ​ວັນ​ພຸດ​ມື້​ນີ້ ຫຼັງຈາກ​ທີ່​ໄດ້​ຕິດ
ເຊື້ອ​ໄ​ວຣັສດັ່ງກ່າວ ຈາກ​ຫ້ອງ​ແລັບກວດເຊື້ອອີ​ໂບລາ ​ໃນ
Sierra Leone.

ຫຼັງຈາກມີການຕິດ​ເຊື້ອ​ແລ້ວ ອົງການ ​WHO ​ໄດ້​ກ່າວ​ໃນ​ວັນ​
ອັງຄານ​ວານ​ນີ້ວ່າ ​ໄດ້​ທຳ​ການ​ປິດ​ຫ້ອງ​ແລັບ​ດັ່ງກ່າວ ​ຢູ່​ທີ່​ເມືອງ
Kailahun ​ແລະ ​ຖອນ​ພະນັກງານ​ຂອງ​ຕົນ​ຈາກທີ່ນັ້ນ.

EBOLA VO
please wait
Embed

No media source currently available

0:00 0:00:53 0:00

​ອີ​ໂບລາ ​ໄດ້​ເອົາ​ຊີວິດ ຫຼາຍກວ່າ 1,400 ຄົນ​ແລ້ວ ​ແລະ ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເຈັບ​ປ່ວຍ​ອີກ
ຢ່າງ​ນ້ອຍ 2,600 ຄົນ ຢູ່​ໃນເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ນັບຕັ້ງ​ແຕ່​ໄດ້​ມີ​ການລະບາດ
​ເລີ້ມ​ຂຶ້ນ ໃນເດືອນມີນາ​ເປັນ​ຕົ້ນ​ມາ.

ລວມຢູ່​ໃນ​ບັນດາປະ​ເທດ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ໜ່ວງທີ່ສຸດ ກໍແມ່ນ Sierra
Leone, Guinea ​ແລະ Liberia ​ບ່ອນ​ທີ່ລັດຖະບານ ​ໄດ້​ປິດ​ລ້ອມບໍ່ໃຫ້ມີການເຂົ້າອອກ
ຄຸ້ມຄົນທຸກ​ຍາກ​ທັງ​ໝົດ ​ຢູ່​ໃນນະຄອນ ຫລວງມອນ​ໂຣ​ເວ​ຍ.

ຢູ່​ໃນ​ໄລ​ບີ​ເຣຍ ບ່ອນ​ທີ່​ມີລາຍງານວ່າ ມີ​ຈຳນວນ​ຜູ້​ເສຍ​ຊີວິດ​ສູງ​ທີ່​ສຸດ​ ນັ້ນ ​ເຈົ້າໜ້າ​ທີ່​
ລັດຖະບານ​ບາງ​ຄົນ ໄດ້​ພາກັນ​ຫລົບໜີ​ອອກ​ຈາກ​ປະ​ເທດ ຫຼືບໍ່​ໄປລາຍ​ງານ​ຕົວ ເພື່ອ
​ເຮັດ​ວຽກ​. ສະຖານະ​ການ​ດັ່ງກ່າວ ​ໄດ້​ກົດ​ດັນ​ໃຫ້ ປະທານາທິບໍດີ Ellen Johnson
Sirleaf ຕ້ອງ​ອອກ​ຄຳ​ສັ່ງ​ ໃນວັນອັງຄານວານນີ້ ໃຫ້​ລັດຖະມົນຕີ​ໝົດທຸກ​ຄົນ ກັບ​ຄືນ​ໄປ​
ເຮັດ ວຽກ. ​ບັນດາເຈົ້າໜ້າ​ທີ່​ໄລ​ບີ​ເຣຍ ກ່າ​ວວ່າ ລັດຖະມົນຕີ​ຈຳນວນ​ນຶ່ງ​ ຜູ້ທີ່ຂັດຂືນ ບໍ່​
ປະຕິບັດ​ຕາມຄຳ​ສັ່ງ​ນັ້ນ ​ໄດ້ຖືກ​ປົດ​ອອກ​ຈາກ​ຕຳແໜ່​ງ.

XS
SM
MD
LG