ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ອະນາໄມໂລກ ເຕືອນເຂດ ອາຟຣິກາ ຕາເວັນຕົກ ໃຫ້ລະວັງ ອີໂບລາ (ວີດີໂອ)


ກໍລະນີລະບາດຂອງເຊື້ອອີໂບລາ ໃນເຂດອາຟຣິກາຕາເວັນຕົກ ໃນເດືອນມິຖຸນານີ້.
ກໍລະນີລະບາດຂອງເຊື້ອອີໂບລາ ໃນເຂດອາຟຣິກາຕາເວັນຕົກ ໃນເດືອນມິຖຸນານີ້.

ອົງການອະນາໄມໂລກເຕືອນບັນດາປະເທດຕ່າງໆທີ່ເປັນເພື່ອນ
ບ້ານຂອງພວກປະເທດທີ່ເກີດໂຣກລະບາດອີໂບລາ ໃຫ້ກະກຽມ ຮັບມືກັບຄວາມເປັນໄປໄດ້ ໃນການເດີນທາງໄປເຖິງ ຂອງພວກ ທີ່ຕິດເຊື້ອໄວຣັສຮ້າຍແຮງດັ່ງກ່າວນີ້.

ໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນເຈນີວາ ໃນມື້ວັນສຸກວານ
ນີ້ Dr. Pierre Formenty ເຈົ້າໜ້າທີ່ການແພດຂອງອົງການອະ
ນາໄມໂລກກ່າວວ່າ ພວກເຈົ້າໜ້າທີ່ສາທາລະນະສຸກ ໃນປະເທດ
Ivory Coast, Mali, Senegal ແລະ Guinea Bissau ຄວນຈະ
ມີການເຝົ້າລະວັງ.

Dr. Formenty ເວົ້າວ່າ “ຜູ້ຄົນ ແມ່ນເດີນທາງໄປຕາມຖະໜົນຫົນທາງ ແລະຖະໜົນຫົນ ທາງຕ່າງໆແມ່ນມີຢູ່ແລ້ວໃນເຂດອາຟຣິກາຕາເວັນຕົກ. ມີຖະໜົນຫົນທາງທີ່ເນັ່ງໄປຫານະ ຄອນ Bamako ໄປນະຄອນ Abidjan ໄປນະຄອນ Dakar ແລະແນ່ນອນໄດ້ມີການຄວບ
ຄຸມບາງຢ່າງຢູ່ແລ້ວ ແຕ່ສິ່ງທີ່ພວກເຮົາຮູ້ກໍຄືວ່າຊາຍແດນເຫຼົ່ານີ້ຄວາມຈິງແລ້ວແມ່ນຂ້ອນ ຂ້າງມີປ່ອງຫວ່າງຢູ່ຢ່າງຫຼວງຫຼາຍ ດັ່ງນັ້ນ ພວກເຮົາຈຶ່ງຄວນລະມັດລະວັງ ແລະພວກເຮົາ ຈຳເປັນຕ້ອງໄດ້ກະກຽມ ພວກເຮົາຕ້ອງໄດ້ກະກຽມຮັບມື.”

ເກືອບ 400 ຄົນໄດ້ເສຍຊີວິດໄປແລ້ວ ນັບຕັ້ງແຕ່ເຊື້ອອີໂບລາ ໄດ້ກັບຄືນມາລະບາດອີກ ເມື່ອເດືອນກຸມພາຜ່ານມາ ຊຶ່ງເຮັດໃຫ້ ເປັນການລະບາດທີ່ຮ້າຍແຮງສຸດ ຂອງເຊື້ອໄວຣັສ ດັ່ງກ່າວຢູ່ໃນຂົງເຂດ.

WEST AFRICA EBOLA CNPK
please wait

No media source currently available

0:00 0:01:28 0:00

XS
SM
MD
LG