ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

WHO ວ່າ ຈຳນວນຄົນເສຍຊີວິດ ຍ້ອນໂຣກມາລາເຣຍ ລຸດລົງ ຢ່າງຫຼວງຫຼາຍ


ລູກນ້ອຍສອງຄົນ ແລະແມ່ຂອງພວກເຂົາເຈົ້າ ນອນພັກຜ່ອນ ຢູ່ໃນມຸ້ງ ທີ່ໝູ່ບ້ານນ້ອຍໆແຫ່ງໜຶ່ງ ຂອງເມືອງ Walikale ປະເທດ ຄອງໂກ.
ລູກນ້ອຍສອງຄົນ ແລະແມ່ຂອງພວກເຂົາເຈົ້າ ນອນພັກຜ່ອນ ຢູ່ໃນມຸ້ງ ທີ່ໝູ່ບ້ານນ້ອຍໆແຫ່ງໜຶ່ງ ຂອງເມືອງ Walikale ປະເທດ ຄອງໂກ.

ອົງການອະນາ​ໄມ​ໂລກ ຫຼື WHO ລາຍ​ງານ​ວ່າ ຈຳນວນ​ຄົນ​
ທີ່​ເສຍ​ຊີວິດ​ ຍ້ອນໂຣກມາລາ​ເຣຍ ຫຼື​ໄຂ້ຍຸງ ຕັ້ງ​ແຕ່​ປີ 2000
​ໄດ້ ລຸດລົງ​ຢ່າງຫຼວງຫຼາຍ ​ແລະ​ກໍລະ​ນີຜູ້ຕິດເຊື້ອ ກໍລຸດລົງ​ຢ່າງ
​ຕໍ່​ເນື່ອງ​ເຊັ່ນ​ກັນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Lisa Schlein ມີ​ລາຍ​ງານ​
ຈາກ​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງການ WHO ຢູ່ນະຄອນ​ເຈີ​ນີວາ
ຊຶ່ງ ​ໄຊຈະ​ເລີ​ນສຸກ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ເຂດໃຕ້ທະ​ເລ​ຊາຍ Sahara ​ຂອງ​ທະວີບ Africa ​ເປັນ​ເຂດ​ທີ່​ໄດ້ຮັບ​ຜົນ​ກະທົບຢ່າງ​ໜັກ​ຈາກ​ໂຣກມາລາ​ເຣຍ ໂດຍທີ່​ 90 ​ເປີ​ເຊັນ ຂອງ​ການ​ເສຍ​ຊີວິດ​ໃນທົ່ວ​ໂລກ​ ​ແມ່ນ​ເກີດ​ຂຶ້ນຢູ່​ທີ່ນັ້ນ.

​ແຕ່​ໃນ​ປີ​ນີ້ ​ລາຍ​ງານ​ກ່ຽວກັບມາລາ​ເຣຍ​ຂອງໂລກ ແຈ້ງ​ວ່າ ພົນລະ​ເມືອງ​ຂອງ​ອາ​ຟຣິກາ
​ໄດ້​ເພີ້​ມຂຶ້ນຕື່ມອີກ 43 ​ເປີ​ເຊັນ ນັບ​ຕັ້ງ​ແຕ່​ປີ 2000 ເປັນຕົ້ນມາ ພ້ອມ​ດຽວ​ກັນ​ ຈຳນວນ
ຜູ້​ຕິດ​ເຊື້ອ​ພະຍາດ ກໍ​ລຸດ ນ້ອຍຖອຍລົງອີ​ກດ້ວຍ.

ຫົວໜ້າໂຄງການມາລາ​ເຣຍ​ໃນ​ທົ່ວ​ໂລກ ຂອງອົງການ​ອະນາ​ໄມ​ໂລກ ທ່ານ Pedro Alonso ກ່າວ​ວ່າ ຈຳນວນ​ຂອງ​ຜູ້​ຕິດ​ເຊື້ອ​ພະຍາດ ລຸດລົງ​ຈາກ 173 ລ້ານ​ຄົນ ​ໃນ​ປີ 2000 ​ເປັນ 128 ລ້ານຄົນ ​ໃນ​ປີ 2013. ທ່ານ ກ່າວ​ອີກ​ວ່າ ​ໂດຍ​ສະ​ເພາະ​ແລ້ວ​ ອັນນີ້ເປັນ​ຂ່າວ​ດີ​ສຳ​ຫລັບ​ພວກ​ເດັກນ້ອຍ ຊຶ່ງ​ເປັນ​ກຸ່ມທີ່ໃຫຍ່ທີ່​ສຸດ ຂອງຜູ້ເຄາະ​ຮ້າຍທີ່​ ​ໄດ້ຕິດ ພະຍາດ ​ຊຶ່ງເປັນອັນຕະລາຍ ​ເຖິງແກ່​ຄວາມ​ຕາຍ ແຕ່ກໍສາມາດ ​ ປ້ອງ​ກັນ​ໄດ້ ດັ່ງກ່າວນີ້.

ທ່ານ Alonso ​ເວົ້າວ່າ “ການ​ເສຍ​ຊີວິດ ​ໃນ​ກຸ່ມພວກ​ເດັກນ້ອຍ​ ທີ່​ມີ​ອາຍຸ​ຕ່ຳ​ກວ່າ
5 ປີ ຊຶ່ງປະກອບເປັນກຸ່ມ ທີ່ໃຫຍ່ທີ່ສຸດທີ່ຖືກຄຸກຄາມ ໂດຍໂຣກມາລາ​ເຣຍ ​ໃນ​ແງ່​ຂອງ​ຄວາມ​ຮ້າຍ​ແຮງ ​ແລະການເສຍຊີວິດ​ນັ້ນ ​ໄດ້​ລຸດລົງ​ຢ່າງຫຼວງຫຼາຍ ​ເຖິງ 58 ​ເປີ​ເຊັນ ​ແລະ ຖ້າ​ພວກ​ເຮົາ​ ພະຍາຍາມຈະ​ໄລ່ເປັນຕົວ​ເລກ​ແລ້ວ ນັບຕັ້ງ​ແຕ່​ປີ 2000 ​ໄປ​ເຖິງ​ປີ 2014 ພວກ​ເຮົາ​ ປະ​ເມີນ​ໄດ້​ວ່າ ມີຫລາຍກວ່າ 4 ລ້ານຄົນ ສາມາດ​ຫລີກເວັ້ນ​ ການເສຍ​ຊີວິດ​ໄດ້​.”

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຜົນສຳ​ເລັດດັ່ງກ່າວ​ແມ່ນ​ຍ້ອນ ການ​ເຂົ້າເຖິງ​ ການ​ປະຕິ ບັດງານເພື່ອ​ຄວບ​ຄຸມ​ໂຣກມາລາ​ເຣຍ ທີ່ຫລາຍຂຶ້ນ ກວ່າເກົ່ານັ້ນ​ເອງ. WHO ໄດ້ໃຫ້​ຂໍ້​ສັງ​ເກດວ່າ ​ໃນ​ປີ 2013 ຊຶ່ງເກືອບ​ເຄິ່ງໜຶ່ງ​ຂອງ​ຜູ້​ມີ​ຄວາມ​ສ່ຽງ​ສູງຕໍ່​ການເປັນໂຣກມາລາ​ເຣຍ ຢູ່​ໃນເຂດ​ໃຕ້​ທະ​ເລ​ຊາຍ Sahara ​ຂອງ​ທະວີບ Africa ​ໄດ້​ຮັບ​ມຸ້ງ​ ທີ່ຍ້ອມດ້ວຍນ້ຳຢາ​ຂ້າ​ແມງ​ໄມ້. WHO ຍັງກ່າວ​ວ່າ ມຸ້ງຈຳນວນ 214 ລ້ານດາງ ອັນ​ເປັນ​ຕົວ​ເລກ​ທີ່​ສູງ​ເປັນ​ປະຫວັດ​ການ ຈະ​ຖືກ​ນຳ​ສົ່ງ​ໄປ​ຍັງ​ ບັນດາ​ປະ​ເທດ ​ໃນ​ອາ​ຟຣິກາທີ່​ມີ​ການລະບາດ​ຂອງ​ໂຣກມາລາ​ເຣຍ ພາຍ​ໃນ​ທ້າ​ຍປີ​ນີ້.

ທ່ານ Alonso ກ່າວ​ວ່າ ການ​ທີ່​ໄດ້​ຮັບ​ການກວດ​ວ່ອງ​ໄວຂຶ້ນແລະການ​ ປິ່ນປົວ​ທີ່​ມີ​ປະສິດ
ທິພາບຫຼາຍຂຶ້ນ ຍັງ​ໄດ້​ເຮັດໃຫ້ຕົວເລກດີຂຶ້ນຢ່າງຫຼວງ ຫຼາຍ. ທ່ານ​ກ່າວ​ອີກ​ວ່າ ສິ່ງ​ທີ່​ກ່າວ​
ມາ​ເຫຼົ່ານີ້ ບໍ່​ແມ່ນ​ເລື້​ອງທີ່​ສັບສົນ ບໍ່​ແມ່ນການ​ປະຕິບັດງານ​ທີ່​ແພງຫຼາຍ ​ແລະ ລະບົບ​
ສາທາລະນະ​ສຸກ ສາມາດ​ສ້າງຕັ້ງຂຶ້ນດ້ວຍ​ມາດ​ຕະການ​ຕ່າງໆ​ເຫຼົ່ານີ້.

ທ່ານ Alonso ​ເວົ້າວ່າ “ພວກ​ເຮົາຍັງ​ຢາກ​ໃຫ້​ມີ​ການຄ້ຳຈູ​ນ ການຄົ້ນ ຄວ້າ​ທີ່​ແຂງ​ແຮງ​ ຢ່າງ​ຕໍ່​ເນື່ອງ ​ແລະການພັດທະນາ ​ຕະຫລອດທັງນະ ວັດຕະກຳເພື່ອສ້າງ​ເຄື່ອງມື​ໃໝ່ໆ. ພວກ​ເຮົາ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ທ້າ​ທາຍທີ່​ສຳຄັນໆ ກັບ​ພາວະ​ສຸກ​ເສີນ ​ແລະ ການ​ແຜ່​ລະບາດ​ຂອງເຊື້ອ ພະຍາດທີ່ດື້​ຢາ artemisinin ​ໂດຍ​ສະ​ເພາະ​ແລ້ວ ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​. ພວກ​ເຮົາຕ້ອງໄດ້ຮັບມື ກັບບັນຫາອັນນັ້ນ ແລະ ພວກເຮົາ ສາມາດສຸມທຸກໆວິທີທາງ ຢ່າງໜັກແໜ້ນ ໃສ່ມັນ..ໂດຍການຜະລິດ ຢາໃໝ່ໆ ທີ່ອາດມີທ່າແຮງ ນຳມາທົດແທນ ວິທີການບຳບັດ ທີ່ປະສົມປະສານ ດ້ວຍການໃຊ້ຢາ Artemisinin ເປັນພື້ນຖານ ທີ່ ເອີ້ນຍໍ້ວ່າ ACTs ຫຼື (Artemisinin-based Combination Therapy) ນັ້ນ ຖ້າຫາກເວລາໃດ ວິທີການເຫຼົ່ານີ້ປະສົບກັບຄວາມຫລົ້ມ​ແຫລວ ເຊື້ອ ພະຍາດທີ່​ດື້​ຢາ ກໍລະບາດ ອອກໄປຕື່ມອີກ.”

ຮ່ອງຮອຍ​ຂອງ​ຄວາມ​ກ້າວໜ້າ​ອີກ​ດ້ານ​ນຶ່ງ ​ກໍແມ່ນຈຳນວນ​ຂອງ​ບັນດາ​ປະ​ເທດ​ທີ່​ກ້າວ​ເຂົ້າສູ່ ​ການ​ລົບ​ລ້າງ​ໂຣກມາລາ​ເຣຍ​ໃຫ້​ໝົດ​ໄປ ທີ່​ເພີ້​ມສູງຂຶ້ນນັ້ນ. ​ໃນ​ປີ 2013 ອົງການ WHO ກ່າວ​ວ່າ ສອງ​ປະ​ເທດ ຄື ອາ​ເຈີ​ບາຍ​ຈານ ​ແລະ ສຣີລັງກາ ບໍ່​ມີ​ລາຍ​ງານ​ກໍລະນີ​ຂອງ​ໂຣກມາລາ​ເຣຍໃດໆເລີຍ ຊຶ່ງ​ປະ​ເທດ​ທັງ​ສອງ​ໄດ້​ຮວມເຂົ້າກັນ​ກັບ 11 ປະ​ເທດ​ທີ່​ລວມທັງ ອາ​ເຈັນ​ຕິ​ນາ
ອີ​ຈິບ ອີຣັກ ​ໂອ​ມານ ​ແລະ ​ເຕີ​ກ​ເມ​ນິສຖານ ຊຶ່ງ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ຮັກສາ​ໄວ້
ສູນ​ກໍລະນີ ຂອງ​ການຕິດຕໍ່ໂຣກມາລາ​ເຣຍ.

​ແຕ່​ລາຍ​ງານ​ກ່າວ​ວ່າ ການ​ສີດ​ສະ​ເປຂ້າຍຸງ ຢູ່ໃນບ້ານເຮືອນ​ນັ້ນ ​ໄດ້​ລຸດໜ້ອຍ​ລົງໃນໄລຍະ
ສອງສາມປີມານີ້ ​ແລະ ໄດ້​ມີລາຍ​ງານ ຂອງ ການ​ຕ້ານຢາຂ້າ​ແມງ​ໄມ້ ​ຢູ່​ໃນ 49 ປະ​ເທດ. ອົງການ WHO ຍັງ​ກ່າວ​ອີກ​ວ່າ ຕົນ​ໄດ້​ຮັບ​ທຶນແຕ່ພຽງປະມານເຄິ່ງໜຶ່ງ ຂອງມູນ​ຄ່າ 5.1 ຕື້​ດອນ​ລາ​ທີ່​ຕ້ອງການ ​ເພື່ອ​ປ້ອງ​ກັນ ​ແລະຄວບຄຸມ​ໂຣກມາລາ​ເຣຍນີ້.

XS
SM
MD
LG