ຊ່ຽວຊານຄະນະນຶ່ງ ຂອງອົງການອະນາໄມໂລກ ກ່າວວ່າ ການ
ແຜ່ລະບາດ ຂອງພະຍາດລະບົບຫາຍໃຈອັກເສບຮ້າຍແຮງຈາກ
ພາກຕາເວັນອອກກາງ ຫລື MERS ຢູ່ໃນເກົາຫລີໃຕ້ ແມ່ນ
“ໃຫຍ່ຫຼາຍ ແລະສະລັບຊັບຊ້ອນ” ແລະຄາດວ່າ ອາດຈະມີກໍລະ
ນີ ຜູ້ປ່ວຍເພີ້ມຂື້ນ.
ເຖິງຢ່າງໃດກໍດີ ອົງການອະນາໄມໂລກ ແລະບັນດາເຈົ້າໜ້າທີ່
ການແພດເກົາ ຫລີໃຕ້ ກ່າວຕໍ່ກອງປະຊຸມນັກຂ່າວໃນວັນເສົາ
ມື້ນີ້ວ່າ ເຊື້ອໄວຣັສຂອງພະຍາດ MERS ຍັງບໍ່ທັນໄດ້ແຜ່ລາມ
ອອກໄປຫາປະຊາຊົນທົ່ວໄປເທື່ອ.
ການ ແຜ່ລະບາດ ຢູ່ໃນເກົາຫລີໃຕ້ ໄດ້ເກີດຂື້ນພຽງແຕ່ຢູ່ໃນໂຮງໝໍ ລະຫວ່າງ ບັນດາຄົນ
ເຈັບດ້ວຍກັນ ສະມາຊິກຄອບຄົວທີ່ໄປຢ້ຽມຢາມ ແລະພະນັກງານແພດທີ່ປິ່ນປົວເຂົາເຈົ້າ.
ນັບແຕ່ກໍລະນີທຳອິດໄດ້ຖືກລະບຸ ໃນວັນທີ 20 ເດືອນພຶດສະພາ ມາຮອດເວ ລານີ້ ມີ 138
ຄົນໄດ້ຮັບການຢືນຢັນວ່າ ຕິດເຊື້ອໄວຣັສນີ້ ແລະ 14 ຄົນໄດ້ເສຍຊີວິດ ຮວມທັງຄົນຂັບລົດ
ໂຮງໝໍ ທີ່ໄດ້ນຳສົ່ງຄົນເຈັບຜູ້ນຶ່ງ.
ຫລາຍພັນຄົນຄິດວ່າ ໄດ້ມີການຕິດຕໍ່ສຳຜັດ ກັບສ່ວນບຸກຄົນທີ່ຕິດພະຍາດດັ່ງກ່າວ ຊຶ່ງ
ໄດ້ຖືກກັກບໍລິເວນ ແລະໂຮງຮຽນຫລາຍພັນແຫ່ງໄດ້ຖືກປິດລົງເນື່ອງຈາກການແຜ່ລະ
ບາດຂອງພະຍາດ.
ກະຊວງສາທາລະນະສຸກ ກ່າວໃນວັນເສົາມື້ນີ້ວ່າ ທັງໝົດ 14 ຄົນ ທີ່ໄດ້ເສຍຊີວິດຍ້ອນ
ພະຍາດ MERS ໄດ້ມີບັນຫາດ້ານສຸຂະພາບຢູ່ກ່ອນແລ້ວ.
ບັນດາ ເຈົ້າໜ້າທີ່ການແພດ ກ່າວວ່າ ມາຮອດວັນສຸກວານນີ້ ມີ 1,249 ຄົນໄດ້ຖືກປ່ອຍຈາກການກັກບໍລິເວນ ຊຶ່ງເຮັດໃຫ້ມີຄວາມຫວັງວ່າ ການແຜ່ລະບາດຂອງພະຍາດນີ້ໄດ້
ຊ້າລົງແດ່ແລ້ວ.