ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. Jonathan ຊົມເຊີຍ ພະນັກງານສາທາ ຫລັງຈາກ WHO ປະກາດວ່າ ໄນຈີເຣຍ ປອດອີໂບລາ


ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ​ໄນ​ເຈີ​ເຣຍ ປອດ​ຈາກ
​ໂຣກອີ​ໂບລາ​ແລ້ວ ຫຼັງຈາກທີ່​ຜ່ານ​ຂີດ​ໝາຍ 42 ມື້ ທີ່​ບໍ່​ມີ​ກໍລະນີ
ໃໝ່ຂອງ​ໂຣ​ກອີ​ໂບລາ ​ເກີດ​ຂຶ້ນນັ້ນ ​ແລະ​ເອີ້ນ​ວ່າ ນີ້​ແມ່ນ​ເລື້ອງ
ລາວ​ຂອງ​ຄວາມສຳ​ເລັດອັນ​ໂດດ​ເດັ່ນ.

ປະທານາທິບໍດີ​ໄນ​ເຈີ​ເຣຍ ທ່ານ Goodluck Jonathan ​
ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ຈັນ​ວານ​ນີ້​ ​ກ່າວ​ຍ້ອງຍໍ
ສັນລະ​ເສີນບັນດາ​ພະນັກງານ​ສາທາລະນະ​ສຸກ ທີ່ ​ສາມາດ​ຄວບ
​ຄຸມໂຣ​ກອີ​ໂບລາ​ນີ້​ໄດ້. ທ່ານ​ຍັງ​ໄດ້​ສັ່ງໃຫ້ ສືບ​ຕໍ່​ບາດກ້າວ​ຕໍ່​ຕ້ານ
​ອີ​ໂບລາ​ຕ່າງໆທັງ​ໝົດ ທີ່​ໄດ້​ປະຕິບັດ​ມາຢູ່ໃນປະ​ເທດ​ນັ້ນ ຮວມທັງ​ການກວດ ​ພວກ​ທີ່​ເດີນທາງ​ເຂົ້າປະ​ເທດນຳ.

Ebola CNPK
please wait
Embed

No media source currently available

0:00 0:02:25 0:00

ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ທ່ານ Onyebucho Chukwu ກ່າວ​ເສີ​ມວ່າ
ຄວາມ​ສຳ​ເລັດ​ທັງຫຼາຍ​ທັງ​ປວງ​ຂອງ​ປະ​ເທດ​ນີ້ ​ແມ່ນ​ຍ້ອນ​ການ​ນຳ​ທີ່​ສະຫຼາດ​ສ່ອງ​ໃສ
​ແລະ​ການ​ປະສານ​ງານ​ຮ່ວມກັນ.

ໄນ​ເຈີ​ເຣຍ ມີ​ກໍລະນີ​ຂອງ​ໂຣກອີ​ໂບລາ 20 ​ລາຍ ​ແລະເສ​ຍຊີວິດ 8 ລາຍ ອັນ​ເປັນສ່ວນ​ນຶ່ງ​ຂອງ​ການ​ແຜ່​ລະບາດຢ່າງ​ຮ້າຍ​ແຮງ​ຂອງ​ໂຣ​ກອີ​ໂບລາ​ນີ້ ທີ່​ໄດ້​ພາກ​ຊີວິດ​ຜູ້​ຄົນ​ໄປ​ຫຼາຍ​ກວ່າ 4,500 ຄົນ​ແລ້ວ ​ໃນ​ອາ​ຟຣິ​ກາ​ຕາ​ເວັນ​ຕົກ.

Healthcare Professionals Demand Better Preparedness for Ebola
please wait

No media source currently available

0:00 0:03:05 0:00

ຢູ່​ສະຫະລັດ​ອາ​ເມ​ຣິກາ ສູນ​ກາງ​ຄວບ​ຄຸມແລະ​ປ້ອງ​ກັນພະຍາດ ຫຼື CDC ​ໄດ້​ປະກາດ​ຫລັກ​ຊີ້ນຳທີ່​ເຄັ່ງ​ຄັດ​ຂຶ້ນ ​ສຳ​ຫລັບ​ພວກ​ພະນັກງານແພດ ທີ່​ປິ່ນປົວ​ພວກຄົນປ່ວຍ​ທີ່​ເປັນ​ໂຣກອີ​ໂບລາ. ​ເຈົ້າໜ້າ​ທີ່​ CDC ​ໄດ້ອອກ​ກົດ​ລະບຽບ​ການ​ໃໝ່ ​ໃນ​ແລ​ງວັນ​ຈັນ​ວານ​ນີ້ໂດຍ​ກ່າວ​ວ່າ ​ຊຸດ​ປ້ອງ​ກັນ​ຂອງບັນດາ​ພະນັກງານ​ການ​ແພດນັ້ນ ຈະ​ຕ້ອງບໍ່​ເຜີຍ​ແບສ່ວນ​ໃດ​ສ່ວນ​ນຶ່ງ​ຂອງ​ຮ່າງກາຍ ​ແລະ​ຕ້ອງ​ມີຄົນ​ເຝົ້າ​ເບິ່ງທີ່​ໄດ້​ຮັບການ​ເຝິກອົບຮົມ​ມາ​ເປັນ​ຢ່າ​ງດີ ຕິດຕາມ​ເບິ່ງ​ນຳ ​ເວລາ​ເຂົາ​ເຈົ້າ ​ສວມໃສ່ ​ແລະ​ຖອດ ຊຸດ​ປ້ອງ​ກັນ​ນັ້ນ​ອອກ.

The World Health Organization says Nigeria is free from Ebola after 42 days passed with no new reported cases and calls it a "spectacular success story."

Nigerian President Goodluck Jonathan issued a statement Monday praising Nigerians who worked to contain the disease. He also directed that all anti-Ebola measures in Nigeria remain in effect, including health screenings for people entering the country.

Nigerian Health Minister Onyebuchi Chukwu attributed the country's success to strong leadership and coordination.

Nigeria had 20 cases of Ebola and eight deaths as part of the worst-ever outbreak of Ebola, which has killed more than 4,500 people in West Africa.

In the United States, the Center for Disease Control and Prevention (CDC) announced tighter guidelines for healthcare workers taking care of Ebola patients. CDC officials issued the new procedures late Monday, saying that a health workers' protective clothes must leave no part of the body exposed and that a trained monitor must supervise workers as they put on and take off the clothing.

XS
SM
MD
LG