ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

WHO ວ່າ ໂຣກຄວາມດັນ ເລືອດສູງສາມາດ ປົວໄດ້ (ວີດິໂອ 2 ເລື້ອງ)


ທ່ານນາງ Margaret Chan ຜູ້ອໍານວຍການໃຫຍ່ ຂອງອົງການອະນາໄມໂລກ ຫລື WHO
ທ່ານນາງ Margaret Chan ຜູ້ອໍານວຍການໃຫຍ່ ຂອງອົງການອະນາໄມໂລກ ຫລື WHO
ອົງການອະນາໄມໂລກ ຫລື WHO ຄາດຄະເນວ່າ ມີຜູ້ໃຫຍ່
ຫລາຍກວ່ານຶ່ງ ໃນສາມຄົນໃດ ຫລືປະມານນຶ່ງພັນລ້ານຄົນ ໄດ້ຮັບຜົນກະທົບຈາກຄວາມດັນ ເລືອດສູງ. ເພື່ອເປັນຂີດໝາຍ
ວັນອະນາໄມໂລກ ທີ 7 ເມສາ ວັນອາທິດຜ່ານມານີ້ ອົງການ ອະນາໄມໂລກໄດ້ທໍາການປຸກລະດົມສົ່ງເສີມບາດກ້າວ ຫລາຍໆ
ຢ່າງ ທີ່ປະຊາຊົນສາມາດເຮັດໄດ້ ເພື່ອຫລຸດຜ່ອນຄວາມສ່ຽງ ຕໍ່ການເສຍຊີວິດກ່ອນເວລາອັນຄວນ ຍ້ອນໂຣກຄວາມດັນເລືອດ
ສູງ ທີ່ອົງການ WHO ເອີ້ນວ່າ ເພັດສະຄາດງຽບນັ້ນ. ຜູ້ສື່ຂ່າວ
ວີໂອເອ Lisa Schlein ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວ
ສະຫວັນຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເບິ່ງວີດິໂອກ່ຽວກັບລາຍງານນີ້:



ທ່ານນາງ Margaret Chan ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມ ໂລກ ຫລື WHO
ໄດ້ນໍາພາການທໍາພິທີສະເຫລີມສະຫລອງວັນສ້າງຕັ້ງອົງການອະນາໄມໂລກ ໃນວັນທີ 7 ເມສາ 1948. ໃນແຕ່ລະປີ ອົງການ WHO ຈັດພິທີເປັນຂີດໝາຍ ຄົບຮອບເຫດການ ສໍາຄັນອັນນີ້ ດ້ວຍການ ເນັ້ນຄວາມສໍາຄັນຫລືຄວາມຮ້າຍແຮງຂອງບັນຫາສາທາລະນະ
ສຸກໃດນຶ່ງ.

ບັນຫາທີ່ຖືກຍົກຂຶ້ນມາເນ້ນໜັກ ສໍາລັບປີນີ້ ແມ່ນໂຣກຄວາມດັນເລືອດສູງ ຊຶ່ງເປັນນຶ່ງໃນ
ບັນດາໂຕປະກອບທີ່ສໍາຄັນທີ່ສຸດ ທີ່ພາໃຫ້ເກີດໂຣກຫົວໃຈ ແລະໂຣກລົມສາລະບາດ ຫລື
stroke. ດຣ. Chan ເວົ້າວ່າ ຜົນກະທົບ ຂອງອາການດັ່ງກ່າວ ໄດ້ສ້າງໃຫ້ມີວິກິດການ ດ້ານສຸຂະພາບໂລກຂຶ້ນ.

ດຣ. Chan ອະທິບາຍວ່າ “ໂຣກຄວາມດັນເລືອດສູງ ມີສ່ວນເຮັດໃຫ້ຄົນເສຍຊີວິດ ເກືອບຮອດ 9 ລ້ານ 4 ແສນຄົນ ຍ້ອນເປັນໂຣກຫົວໃຈ ແລະໂຣກລົມສາລະບາດ ຫລື
stroke ໃນແຕ່ລະປີ ແລະເມື່ອໂຮມເຂົ້າກັນ ທັງສອງພະຍາດນີ້ ເປັນໂຕການອັນດັບ
ນຶ່ງ ທີ່ເຮັດໃຫ້ຄົນເສຍຊີວິດຢູ່ທົ່ວໂລກ. ແລະໂຣກຄວາມດັນສູງ ກໍຍັງເພີ້ມຄວາມສ່ຽງ
ຕໍ່ການເປັນໂຣກໝາກໄຂ່ຫລັງລົ້ມເເຫລວ, ຕາບອດ, ແລະອາການອື່ນໆ ອີກຫລາຍ
ຢ່າງ. ມັນມັກຈະເກີດຂຶ້ນພ້ອມໆ ກັນກັບປະເດັນສ່ຽງອື່ນໆ ເຊັ່ນ ອາການອ້ວນພີ
ເກີນໄປ, ໂຣກເບົາ ຫວານ ແລະທາດຄໍແລັສໂທຣອລສູງ ຊຶ່ງເຮັດໃຫ້ຄວາມສ່ຽງ
ຂອງສຸຂະພາບ
ຍິ່ງສູງ ເພີ້ມຂຶ້ນໄປອີກ.”

ເວົ້າລວມແລ້ວ, WHO ລາຍງານວ່າ ພວກປະເທດທີ່ມີລາຍໄດ້ສູງ ມີອັດຕາການເປັນໂຣກ
ຄວາມດັນສູງ ຕໍ່າກວ່າພວກປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ. ອົງການດັ່ງກ່າວເວົ້າ
ອີກວ່າ ການເປັນພະຍາດນີ້ແມ່ນມີຫລາຍທີ່ສຸດຢູ່ໃນ ທະວີບອາຟຣິກາ ບ່ອນທີ່ຜູ້ໃຫຍ່
ເກືອບຮອດເຄິ່ງນຶ່ງເປັນໂຣກຄວາມດັນເລືອດ ສູງ. ບັນດາປະເທດໃນທະວີບອາເມຣິກາ ແມ່ນມີອັດຕາການເປັນໂຣກນີ້ຢູ່ໃນ ລະດັບຕໍ່າທີ່ສຸດ.

ອົງການອະນາໄມໂລກ ໃຫ້ຂໍ້ສັງເກດວ່າ ຄວາມດັນເລືອດສູງແມ່ນສາມາດ ປ້ອງກັນແລະ
ປົວໄດ້ ເມື່ອມັນໄດ້ຖືກກວດພົບ. ອົງການດັ່ງກ່າວຊຸກຍູ້ໃຫ້ຜູ້ໃຫຍ່ທຸກຄົນຢູ່ທົ່ວໂລກ ໄປວັດ
ແທກເບິ່ງຄວາມດັນເລືອດຂອງຕົນ ເພື່ອວ່າເຂົາເຈົ້າ ຈະໄດ້ເອົາບາດກ້າວ ເພື່ອຄວບຄຸມ
ມັນໄດ້.

ທ່ານນາງ Margaret Chan ຫົວໜ້າ WHO ເວົ້າວ່າ ຈະຕ້ອງເອົາໃຈໃສ່ ຢ່າງຈິງຈັງ ຕໍ່ໂຣກຄວາມດັນເລືອດສູງ.

ດຣ. Chan ກ່າວມ້ວນທ້າຍວ່າ “ມັນເປັນສັນຍານເຕືອນ ທີ່ແຮງແລະໜ້າ ເຊື່ອຖື
ໄດ້ວ່າ ສຸຂະພາບກໍາລັງຕົກຢູ່ໃນຄວາມສ່ຽງ ແລະ ຈະຕ້ອງໄດ້ເຮັດ ສິ່ງໃດສິ່ງ
ນຶ່ງ. ແຕ່ວ່າ ໂຣກຄວາມດັນເລືອດສູງ ມັກຈະມີສັນຍານເຕືອນ ທີ່ມິດງຽບສະ
ເໝີ. ຂ້າພະເຈົ້າໝາຍຄວາມວ່າແນວໃດ ຊັ້ນວະ? ກໍຄືວ່າ ຕາມປົກກະຕິແລ້ວ
ໂຣກຄວາມດັນເລືອດສູງ ຈະບໍ່ສະແດງອາການໃດໆ ອອກເປັນເວລາຫລາຍໆ
ປີ ຫລືແມ່ນກະທັ້ງຫລາຍທົດສະວັດ. ສະນັ້ນ ມັນ ຈຶ່ງສໍາຄັນ ທີ່ພວກເຮົາຕ້ອງ
ສວາຍໃຊ້ສັນຍານເຕືອນໃຫ້ຮູ້ແຕ່ຫົວທີນັ້ນ ໃຫ້ ເປັນປະໂຫຍດ ໂດຍການກວດ
ຄວາມດັນເລືອດເປັນປະຈໍາ.”


WHO ເວົ້າວ່າ ຜູ້ຄົນສາມາດຫລຸດຄວາມສ່ຽງໃນການເປັນໂຣກຄວາມດັນເລືອດ ສູງລົງ
ໄດ້ ໂດຍການ ກິນເກືອໃຫ້ໜ້ອຍລົງ, ກິນອາຫານທີ່ສົມດຸນຄົບທຸກທາດ, ອອກກໍາລັງກາຍ
ຢ່າງສະໝໍ່າສະເໝີ, ຫລີກລ່ຽງການສູບຢາ ແລະການກິນເຫລົ້າ ແບບທໍາລາຍສຸຂະ
ພາບ. WHO ເວົ້າວ່າ ຖ້າຫາກການປ່ຽນແບບແຜນດໍາລົງ ຊີວິດເຫລົ່ານີ້ ບໍ່ໄດ້ຜົນ ກໍມີຢາ
ລາຄາຖືກ ສໍາລັບປິ່ນປົວພະຍາດນີ້ຢູ່.


ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບລາຍງານນີ້:
XS
SM
MD
LG