ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຸຂະພາບ: WHO ເຕືອນໃຫ້ລະວັງການລະບາດ ຂອງເຊື້ອໄຂ້ຫວັດ H1N1


A woman lights candles during an event for the victims of the March 11, 2011 earthquake and tsunami in Tokyo. Japan marked the second anniversary of the devastating earthquake and tsunami that left nearly 19,000 people dead or missing.
A woman lights candles during an event for the victims of the March 11, 2011 earthquake and tsunami in Tokyo. Japan marked the second anniversary of the devastating earthquake and tsunami that left nearly 19,000 people dead or missing.

ຫົວໜ້າ​ອົງການ​ອະນາ​ໄມ​ໂລກ​ໄດ້​ເຕືອນ​ປະຊາ​ຄົມ​ຕ່າງໆ​ ໃຫ້​ມີ​ສະຕິ​ລະວັງ​ຕົວ ເພື່ອໃຫ້ສາ ມາດ​ຈໍາກັດ​ຜົນ​ກະທົບ​ຂອງ​ການລະບາດ​ຂອງ​ເຊື້ອ​ໄຂ້ຫວັດ​ໃຫຍ່ ​ສາຍ​ພັນ​ໃໝ່ H1N1. ຜູ້​ສື່​ຂ່າວວີ​ໂອ​ເອລາຍງານ​ມາ​ຈາກ​ນະຄອນຫລວງ​ຂອງ​​ໄທ​ວ່າ ການ​ຕັກ​ເຕືອນທີ່​ວ່າ​ນີ້​ມີ​ຂຶ້ນ​ ໃນ​ຂະນະ​ທີ່​ບັນດາ​ລັດຖະມຸນຕີ​ສາທາ​ລະນະ​ສຸກ ​ແລະ​ເຈົ້າ​ໝ້າ​ທີ່​ ຈາກປະ​ເທດຕ່າງໆ​ໃນ​ຂົງ​ເຂດ ​​ເອ​ເຊຍ-ປາຊີ​ຟິກ ກໍາລັງ​ພົບ​ປະກັນ​ຢູ່​ບາງກອກ.

ທ່ານ​ນາງ Margaret Chan ຫົວໜ້າ​ອົງການ​ອະນາ​ໄມ​
ໂລກກ່າວ​ວ່າ ​ເຊື້ອ​ໄວຣັສ​ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່
H1N1 ​ໄດ້​ອ່ອນແອລົງ​ແລ້ວ ແຕ່​ກໍຍັງ​ຄົງ​ເປັນໄພ​ອັນ
ຕະລາຍທີ່​ຮ້າຍ​ແຮງ​ຕໍ່​ສຸຂະພາບ​ຢູ່​. ທ່ານ​ນາງ​ໄດ້​ຮຽກ
ຮ້ອງ​ໄປ​ຍັງ​ບັນດາ​ເຈົ້າ​ໜ້າ​ທີ່​ດ້ານ​ສາທາລະນະ​ສຸກໃນ
ທົ່ວໂລກ ໃຫ້ເຝົ້າ​ລະວັງການລະບາດເທື່ອ​ໃໝ່ຂອງ
ໂຣກດັ່ງກ່າວ​ນີ້​.

ເຖິງແມ່ນ​ທາງອົງການ​ອະນາ​ໄມ​ໂລກ​ບໍ່​ໄດ້​ຖື​ວ່າ​ ເຊື້ອ​ໄວຣັສ​ໄຂ້ຫວັດສາຍ​ພັນ​ໃໝ່ H1N1 ​ຊຶ່ງ​ຊື່​ແທ້ໆ​ເອິ້ນ​ວ່າໄຂ້ຫວັດ​ໝູນັ້ນ ​ເປັນ​ໂຣກລະບາດ​ໄປ​ທົ່ວຢ່າງ​ຕໍ່​ເນື່ອງ​ອີກ​ແລ້ວກໍ​ຕາມ ​ແຕ່​ທ່ານ​ນາງ Chan ກໍ​ເວົ້າ​ວ່າ ການລະບາດ​ຂອງ​ໂຣກນີ້ ​ຈະ​ດໍາເນີນ​ຢູ່​ຕໍ່​ໄປ​ອີກໄລຍະ​ນຶ່ງ ຊຶ່ງ​ທ່ານ​ນາງ​ກ່າວ​ຊີ້​ແຈງ​ດັ່ງ​ນີ້:

“ໃນ​ໄລຍະ​ຫລັງ​ການ​ແຜ່​ລະບາດຂອງເຊື້ອ​ໂຣກດັ່ງກ່າວ​ໃນປັດຈຸບັນນີ້ ພວກ​ເຮົາ ຄາດວ່າຈະມີການລະບາດໃນທ້ອງຖິ່ນຕ່າງໆ ​ໃນຂະໜາດທີ່ແຕກຕ່າງກັນ ແລະ ບາງບ່ອນ​ທີ່ຍັງ​ສືບຕໍ່​ເປັນ “ຈຸດ​ດຸ​ເດືອດ” ຢູ່​ນັ້ນ ກໍຈະປະ​ເຊີນກັບການຕິດເຊື້ອໄວ ຣັສ H1N1 ໃນ​ລະດັບສູງຢູ່ຕໍ່​ໄປ. ລັກສະນະຂອງ​ການ​ແຜ່​ລະບາດ​ແບບນີ້ ທີ່​ຈິງ​ ແລ້ວ ​ແມ່ນ​ກໍາລັງ​ເຫັນ​ກັນ​ຢູ່ ໃນ​ສອງ​ສາມ​ເຂດຂອງໂລກ ຮວມທັງເຂດ​ເອເຊຍ ຕາ​ເວັນອອກສຽງໃຕ້. ຂ້າພະເຈົ້າຂໍເຕືອນທ່ານວ່າ ການແຜ່ລະບາດຂອງ​ພະ ຍາດນີ້ຍັງບໍ່ໄດ້​ເຫືອດຫາຍໄປ​ຈາກ​ໂລກເທື່ອ.”

ທ່ານ​ນາງ Margaret Chan ຫົວໜ້າ​ ອົງການ​ອະນາ​ໄມ​ໂລກ
ທ່ານ​ນາງ Margaret Chan ຫົວໜ້າ​ ອົງການ​ອະນາ​ໄມ​ໂລກ

ທ່ານ​ນາງ Chan ​ໄດ້ກ່າວ​ເຊ່ນ​ນີ້ໃນ​ຕອນ​ໄຂ​ກອງ​ປະຊຸມ ​4
ມື້ ຂອງ​ອົງການ​ອະນາ​ໄມ​ໂລກ​ ກັບ​ບັນດາ​ລັດຖະມຸນຕີ​ສາທາ
ລະນະ​ສຸກ​ ຈາກ​ຂົງ​ເຂດ​ເອ​ເຊຍ​ແລະ​ຍ່ານ​ມະຫາ​ສະມຸດ​ປາຊີ​
ຟິກ ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້. ທ່ານ​ນາງ Chan ກ່າວ​ຕື່ມ​
ວ່າ ອົງການ​ອະນາ​ໄມໂລກ​ຄາດ​ໝາຍວ່າ​ເຊື້ອ​ໄວຣັສ H1N1
ຈະກາຍ​ເປັນ​ເຊື້ອ​ໄຂ້ຫວັດ​ໃນລະດູ​ການ​ຊື່ໆ ​ແລະ​ມັນ​ຍັງ​ຈະ
ເປັນ​ໄພ​ຄຸກ​ຄາມ​ຢູ່​ຕໍ່​ໄປ ສໍາລັບ​ພວກ​ເດັກນ້ອຍ​ແລະ​ພວກ​ແມ່
ຍິງ​ຖືພາ​ມານ ​ໂດຍ​ສະ​ເພາະ​.

ເຊື້ອ​ໄວຣັສທີ່​ວ່າ​ນີ້​ໂຜ່​ໂຕ​ຂຶ້ນ​ມາ​ຄັ້ງ​ທໍາ​ອິດ​ໃນ​ປີ​ແລ້ວ​ນີ້​ ທີ່​ປະ​ເທດ​ເມັກ​ຊິ​ໂກ ​ແລະ​ໄດ້​ແຜ່​ລະ ບາດ​ໄປ​ຢ່າງ​ໄວ​ໃນ​ທົ່ວ​ໂລກ ​ເຮັດ​ໃຫ້​ພວກ​ລັດຖະບານ​ປະ​ເທດ​ຕ່າງໆວາງ​ມາດ​ຕະການ​ຫລາຍ​ຢ່າງຫລາຍ​ອັນເພື່ອ​ລົດ​ຜ່ອນ​ການລະບາດ​ຂອງ​ເຊື້ອ​ໂຣກດັ່ງກ່າວ​ ​ເຊ່ນການ​ແຍກ​ຜູ້​ຄົນທີ່ຕິດ ເຊື້ອ​ພະຍາດ​ໄວ້​ບ່ອນ​ນຶ່ງ​ຕ່າງຫາກ​. ແຕ່​ວ່າໃນ​ທີ່​ສຸດ​ແລ້ວ ກໍ​ປາກົດ​ວ່າເຊື້ອ​ໄວຣັສ ດັ່ງກ່າວ​ບໍ່​ຮ້າຍ​ແຮງ​ເທົ່າ​ກັບ​ທີ່​ໄດ້​ພາກັນ​ຢ້ານ​ກົວກັນ​ໄວ້​ກ່ອນນັ້ນ​ ​ແຕ່​ມັນກໍ​ໄດ້​ເອົາ​ຊີວິດ ​ຜູ້​ຄົນ​ໄປ​ຫລາຍ​ພັນ​ຄົນ​ໃນ​ທົ່ວ​ໂລກ.

ເຖິງ​ແມ່ນ​ການລະບາດ​ຂອງ​ໂຣກດັ່ງກ່າວໄດ້​ຊັກຊ້າ​ລົງ​ແລ້ວ​ກໍ​ຕາມ ​ແຕ່​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ ພວກ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ ກໍ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ​ ມີ​ຜູ້​ປ່ວຍ​ເປັນໂຣກດັ່ງກ່າວ​ລາຍ​ໃໝ່ຫລາຍ​ກໍລະນີ​ ທີ່​ພົວພັນ​ກັບ​ລະດູ​ໜາວ​ໃນ​ຊີກ​ໂລກ​ໃຕ້​ ແລະ​ຝົນ​ຕົກ​ໃນ​ລະດູ​ມອນ​ຊູນ​ໃນ​ເອ​ເຊຍ​ໃຕ້​ແລະ​ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ. ມີ​ການ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບກໍລະນີ​ຄົນ​ປ່ວຍລາຍ​ໃໝ່ເກີດ​ຂຶ້ນ​ ໃນ​ອອສ​ເຕຣ​ເລຍ​ແລະ​ນີວຊີ​ແລນ ຊຶ່ງ​ທັງ​ສອງ​ປະ​ເທດ​ກໍາລັງ​ປະ​ເຊີນ​ກັບ​ດິນ​ຟ້າ​ອາກາດໃນ​ລະດູໝາ​ວນັ້ນ. ທີ່​ໄທ ​ໃນ​ສັບປະດາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ກ່າວ​ວ່າ ຄົນ​ທີ່​ຕິດ​ເຊື້ອໄຂ້ຫວັດ​ສາຍ​ພັນ​ໃໝ່ H1N1 ຫລື​ໄຂ້ຫວັດ 2009 ທີ່ເອີ້ນ​ກັນຢູ່​ໃນ​ໄທ​ນັ້ນ ສາມາດ​ ມີ​ຈໍານວນສູງເກືອບ​ເທົ່າໆກັບປີ​ກາຍ​ນີ້​ໄດ້.
ທີ່ອິນ​ເດຍ ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກແຈ້ງ​ໃຫ້​ຊາບ​ໃນ​ສັບປະດາ​ນີ້ວ່າ ມີ​ຄົນ​ຕິດ​ເຊື້ອ​ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່​ຫລາຍ​ລາຍ​ ​ໃນນະຄອນຫລວງ​ນີວ​ແດນ​ລີ ​ໃນ​ເມືອງ Udaipur ​ແລະ​ເມືອງ Jaipur ​ແລະ​ໃນ​ແຄວ້ນ Madhya Pradesh.

ທ່ານ​ນາງ Chan ​ໄດ້ກ່າວ​ຊົມ​ເຊີຍການ​ຮັບ​ມື​ຂອງ​ອິນ​ເດຍຕໍ່ການລະບາດຂອງ​ເຊື້ອ​ໄຂ້ຫວັດ ​H1N1 ​ນີ້ ​ແລະ​ກ່າວ​ຕໍ່​ໄປວ່າ:

“ຢາກ​ແນະນຳ​ໃຫ້​ພວກ​ເຮົາມີການປ້ອງກັນກຸ່ມທີ່ມີ​ຄວາມສ່ຽງສູງ ແລະສືບຕໍ່​ມີ ສະຕິລະວັງໂຕ ຕໍ່ການລະບາດ​ຂອງ​ພະຍາດ​ນີ້ອີກ​ຕໍ່​ໄປ. ບາງປະເທດມີການ ສືບຕໍ່ປ້ອງກັນ ກຸ່ມທີ່ມີຄວາມສ່ຽງສູງ ດ້ວຍການສັກຢາວັກຊີນ ແລະນະໂຍບາຍ ອັນນີ້ ກໍ​ສອດຄ່ອງກັບຄຳແນະນຳຂອງອົງການອະນາ​ໄມ​ໂລກ. ຄວາມຈິງ​ແລ້ວ, ການປະຕິ​ບັດຂອງເຈົ້າໜ້າທີ່ສາທາລະນະສຸກໃນປະເທດອີນເດຍ ໃນການ​ໃຊ້ ຄວາມລະມັດລະວັງ, ການກວດພົບ​ແລະປິ່ນປົວໄດ້​ຢ່າງໄວວາ ແລະການສັກ ຢາວັກຊີນຕາມ​ຄຳແນະນຳນັ້ນ ​ແມ່ນເປັນແບບຢ່າງອັນ​ດີ​ ໃຫ້​ແກ່​ປະ​ເທດ​ອື່ນໆ."

ນອກນັ້ນ​ແລ້ວ ບັນດາ​ເຈົ້າ​ໜ້າ​ທີ່​ທີ່​ມາ​ຮ່ວມ​ກອງ​ປະຊຸມ​ທີ່​ບາງກອກ​ ຍັງທໍາ​ການ​ໂອ້​ລົມ​ສົນ ທະນາ​ກັນ ເລື້ອງ​ບັນຫາສຸຂະພາບ​ຕ່າງໆ​ທີ່ພົວພັນກັບ​ການ​ຂະຫຍາຍ​ໂຕໃຫຍ່​ຂຶ້ນ​ນັບ​ມື້​ຂອງ​ຫົວ​ເມືອ​ງຕ່າງໆ. ບັນດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ພວກ​ຫົວ​ເມືອງ​ທີ່​ໃຫຍ່​ຂຶ້ນ​ແລະ​ແອ​ອັດ ຫລາຍຂຶ້ນນັ້ນ ​ປະ​ເຊີນ​ກັບ​ອັ​ນຕະລາຍຫລາຍຂຶ້ນ​ເຊ່ນ​ກັນ ຊຶ່ງໄພ​ອັນຕະລາຍ​ເຫລົ່າ​ນີ້​ແມ່ນ​ຮວມທັງ​ນໍ້າເນົ່າ​ເໝັນ​ແລະ​ອາຫານເປິ​ເປື້ອນ​ເປັນ​ພິດ ​ແລະ​ວິຖີຊີວິດ​ຫລື​ການ​ດໍາ​ເນີນຊີວິດ ແບບ​ທີ່​ບໍ່​ເປັນ​ຜົນ​ດີ​ຕໍ່ສຸຂະພາບທີ່​ພາ​ໃຫ້ອ້ວນ​ພີ​ຂຶ້ນ​ເກີນ​ກໍານົດ ​ແລະເປັນ​ໂຣກ​ຊໍ້າ​ເຮື້ອ​ຕ່າງໆ​ ເຊ່ນ​ໂຣກຫົວໃຈ​ແລະ​ໂຣກ​ເບົາຫວານ​ດັ່ງ​ນີ້​ເປັນ​ຕົ້ນ.

ສ່ວນ​ຫົວ​ຂໍ້ອື່ນ​ໆ​ໃນ​ລາຍການ​ປະຊຸມ​ນັ້ນ ​ກໍ​ມີ​ຮວມທັງ​ຄວາມ​ບໍ່​ຍຸຕິ​ທໍາ​ໃນ​ລະ​ບົບຮັກສາສຸຂະ ພາບ ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ຄວາມພະຍາຍາມ​ໃນ​ການກໍາຈັດລົບລ້າງພວກ​ໂຣກ ຫັດ ຫລື​ໝາກ​ດໍາ​ໝາກ​ແດງ​ ແລະ​ໂຣກ​ເປ້ຍ​ລ່ອຍໃຫ້​ໝົດ​ໄປນັ້ນ.

XS
SM
MD
LG