ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳນຽບຂາວ ວ່າ ສະຫະລັດ ຈະບໍ່ຖອນຕົວ ອອກຈາກ NAFTA ໃນເວລານີ້


ປະທານາທິບໍດີດໍໂນ​ລ ທຣຳ ຕິດຕາມໂດຍຮອງປະທານາທິີ ທ່ານ Mike Pence, ກ່າວໃນການອອກດຳລັດຝ່າຍບໍລິຫານ ກ່ຽວກັບຂໍ້ຕົກລົງ ການຄ້າເສລີ ທີ່ທຳນຽບຂາວ, 31 ມີນາ, 2017.
ປະທານາທິບໍດີດໍໂນ​ລ ທຣຳ ຕິດຕາມໂດຍຮອງປະທານາທິີ ທ່ານ Mike Pence, ກ່າວໃນການອອກດຳລັດຝ່າຍບໍລິຫານ ກ່ຽວກັບຂໍ້ຕົກລົງ ການຄ້າເສລີ ທີ່ທຳນຽບຂາວ, 31 ມີນາ, 2017.

ຫຼັງ​ຈາ​ກມີ​ລາຍ​ງານວ່າ ປະທານາທິບໍດີດໍໂນ​ລ ທຣຳ ​ໄດ້​ພິຈາລະນາທີ່​ຈະ​ອອກ​ດຳລັດ
ຝ່າຍບໍລິຫານ ​ເພື່ອ​ຖອນ​ສະຫະລັດ ອອກ​ຈາກ ຂໍ້​ຕົກລົງການ​ແລກປ່ຽນການຄ້າ​ເສລີ ​
ໃນອາ​ເມຣິກາ​ເໜືອຫຼື NAFTA ທຳນຽບຂາວໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ທ່ານທຣຳ
​ໄດ້​ຕັດສິນ​ໃຈ​ທີ່​ຈະ​ບໍ່​ເ​ອົາບາດກ້າວ​ດັ່ງກ່າວຫຼັງ​ຈາກ​ໄດ້​ໂອ​ລົມ​ສົນທະນາ​ທາງ​ໂທລະສັບ​
ກັບ​ບັນດາ​ຜູ້ນຳ​ປະ​ເທດ​ກາ​ນາ​ດາ ​ແລະ​ Mexico ​ແລ້ວ.

ນັບ​ຕັ້ງ​ແຕ່ ​ໄດ້​ເລີ້ມການ​ໂຄສະນາ​ຫາ​ສຽງ​ເປັນ​ປະທານາທິບໍດີ ທ່ານ ທຣຳ ​ໄດ້​ຕຳ​ນິຕິ​ຕຽນ
​ຂໍ້​ຕົກລົງການ​ຄ້າຂອງ​ສະຫະລັດ ​ໂດຍ​ສະ​ເພາະຂໍ້​ຕົກລົງ NAFTA ​ໂດຍ​ກ່າວ​ວ່າ ຂໍ້​ຕົກ​ລົງ
ທີ່​ເຊັນ​ກັນ ​ໃນ​ປີ 1994 ນັ້ນ ​ແມ່ນ​ “​ໄພຫາຍຍະນະ” ​ແລະ​ອະ​ນຸຍາດ​ໃຫ້ມີ ການ​ຍ້າຍວຽກ​
ທັງຫຼາຍ​ຂອງ​ສະຫະລັດ ​ໄປ​ຍັງ Mexico.

ທຳນຽບຂາວ​ໄດ້​ກ່າວວ່າ “ປະທານາທິບໍດີ ທຣຳ ​ໄດ້​ຕົກລົງ​ທີ່​ຈະ​ບໍ່​ຖອນ​ອອກ​ຈາກ
NAFTA ໃນ​ຂະນະ​ນີ້ ​ແລະ​ບັນດາ​ຜູ້ນຳ​ທັງ​ຫຼາຍ ​ໄດ້​ຕົກລົງ​ທີ່​ຈະ​ດຳ​ເນີນ​ຂັ້ນ​ຕອນໃນ
ທັນທີ ອິງ​ຕາມລະບຽບ​ການພາຍ​ໃນ ​ເພື່ອ​ຊຸກຍູ້​ໃຫ້​ມີ​ການ​ເຈລະຈາ​ກັນ​ຄືນ​ໃໝ່ກ່ຽວ​ກັບ
ຂໍ້​ຕົກລົງ NAFTA ​ເພື່ອ​ຜົນ​ປະ​ໂຫຍ​ດຂອງທັງສາມປະ​ເທດນັ້ນ.”

ລາຍ​ງານ​ຍັງ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ ທ່ານ ທຣຳ ​ແມ່ນ​ຖື​ເປັນກຽດທີ່​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ນາຍົກລັດຖະມົນຕີການາດາ ທ່ານ Justin Trudeau ​ແລະ​ປະທານາທິບໍດີ​ Mexico
ທ່ານ Enrique Pena Nieto ​ແລະ​ທ່ານ ກໍ​ເຊື່ອ​ວ່າ ຂັ້ນ​ຕອນ​ການ​ເຈລະຈາ​ຄືນ​ໃໝ່
ຈະ​ເຮັດ​ໃຫ້ປະ​ເທດທັງ​ສາມ ​ເຂັ້ມ​ແຂງຕື່ມ​ຂຶ້ນ.

ຖະ​ແຫຼງການຂອງລັດຖະບານ Mexico ສະບັບ​ນຶ່ງ ​ໄດ້ຢືນຢັນ​ກ່ຽວ​ກັບ​ການ​ໂອ້​ລົມ​
ສົນທະນາ​ທາງ​ໂທລະສັບ​ລະຫວ່າງ ທ່ານ ທຣຳ ກັບ​ທ່ານ Pena Nieto ​ໂດຍ​ກ່າວ​ວ່າ
​ຜູ້ນຳທັງ​ສອງ ​ໄດ້​ຕົກລົງກັນ ອີງ​ຕາມ​ຄວາມ​ສະດວກ ​ໃນ​ການບຳລຸງ ​ຂໍ້​ຕົກລົງ NAFTA
​ແລະ​ຈະ​ປະສານ​ງານ​ກັບ​ກາ​ນາ​ດາ​ເພື່ອໃຫ້​ມີ​ການ​ເຈລະຈາ​ກັນ​ແບບ​ສຳ​ເລັດຜົນ
ທີ່​ຈະ​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້ທັງສາມ​ປະ​ເທດ.

​ເຊົ້າ​ວັນພຸດວານ​ນີ້ ​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ກາ​ນາ​ດາ ​ໄດ້​ກ່າວ​ວ່າ
“ກາ​ນາ​ດາ​ແມ່ນພ້ອມ​ແລ້ວ ​ທີ່​ຈະເຂົ້າຮ່ວມ​ການ​ເຈລະຈາ ​ໄດ້​ທຸກ​ເມື່ອ.”

ທ່ານທຣຳ ໄດ້ເ​ເນ​ເປົ້າໝາຍ​ໃສ່​ກາ​ນາ​ດາໃນ​ສັບປະ​ດານີ້ ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ
ເປັນ​ການ​ແລກປ່ຽນທາງ​ການຄ້າ​ທີ່​ບໍ່ເປັນທຳ ​ແລະ​ສັ່ງ​ໃຫ້​ເພີ່ມ​ພາສີ 20 ​ເປີ​ເຊັນ
ຕໍ່​ການ​ສົ່ງ​ອອກ​ໄມ້​ຂອງ​ກາ​ນາ​ດາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG