ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ວ່າ ​ຕົນຈະບໍ່ ທຳການໂຈມຕີ ທາງພາກພື້ນດິນ ຕໍ່ກຸ່ມລັດອີສລາມ ຕາມລຳພັງ


Obama Assesses Campaign Against IS
please wait

No media source currently available

0:00 0:01:54 0:00

ປະທານາທິບໍດີ ໂອບາມາ ໄປຍັງທຳນຽບຫ້າແຈ ເພື່ອຕີລາຄາຜົນ ການປະຕິບັດງານ ຕ້ານພວກກຸ່ມລັດອິສລາມ, ວັນທີ 8 ຕຸລາ 2014.

ເທີກີ ກ່າວວ່າ ປະ​ເທດ​ອື່ນໆ​ຈະຄາດຫວັງ ​ໃຫ້​ຕົນທຳການໂຈມຕີ
ທາງພາກພື້ນດິນ ຕໍ່ພວກຫົວຮຸນແຮງກຸ່ມລັດອີສລາມ ໃນຊີເຣຍ
ດ້ວຍຕົວເອງຕາມລຳພັງ ບໍ່​ໄດ້.

ທ່ານ Mevlut Cavusoglu ລັດຖະມົນຕີການຕ່າງປະເທດເທີກີ
ໄດ້ກ່າວໃນກອງປະຊຸມຖະ​ແຫລ​ງຂ່າວ ຮ່ວມກັບເລຂາທິການໃຫຍ່
ອົງການ NATO ​ທ່ານ Jens Stoltenberg ໃນວັນພະຫັດມື້ນີ້ ວ່າ
ກຳລັງ​ມີ​ການ​ໂຈດ​ຂານ​ກັນ​ຢ່າງ​ໃຫຍ່ ກ່ຽວ​ກັບ​ການ​ປະກ​ອບສ່ວນ​
ຂອງເທີກີ ​ໃນການສູ້ລົບກັບພວກຫົວຮຸນແຮງນັ້ນ.

ເທີກີ ກຳລັງປະເຊີນໜ້າກັບການກົດດັນ ​ໃຫ້ເຂົ້າແຊກແຊງ ຢູ່ໃນ
ເມືອງ Kobani ຂອງ​ຊີ​ເຣຍ ທີ່ມີ​ອີກຊື່ນຶ່ງວ່າ Ayn al-Arab ຕັ້ງຢູ່ຕົງຂ້າມກັບຊາຍແດນ
ເທີກີ ບ່ອນທີ່ພວກກຸ່ມລັດອີສລາມ ໄດ້ສູ້​ລົບກັບພວກນັກ​ລົບ​ຂອງຊາວເຄີດເປັນເວລາ
ຫຼາຍໆອາທິດແລ້ວ.

ສະພາ​ແຫ່ງ​ຊາດຂອງເທີກີ ໄດ້ອະນຸມັດ​ໃຫ້​ທຳການໂຈມຕີທາງທະຫານ ໃນຊີເຣຍແລະ ອີຣັກ ແຕ່ວ່າກອງກຳລັງຂອງເທີກີ ຍັງບໍ່ທັນໄດ້ເອົາບາດກ້າວດັ່ງກ່າວ ຕໍ່ພວກຫົວຮຸນ​ແຮງເທື່ອ.

Islamic State VOSOTVO
please wait
Embed

No media source currently available

0:00 0:01:21 0:00

ທ່ານ Stoltenberg ໄດ້ກ່າວວ່າ ພວກກຸ່ມລັດອີສລາມນັ້ນ ເປັນໄພຂົ່ມຂູ່ຕໍ່ ຊີເຣຍ ອີຣັກ ເທີກີ ແລະ ບັນດາປະເທດສະມາຊິກອົງການ NATO.

ທ່ານ Stoltenberg ກ່າວວ່າ: “ສະ​ນັ້ນ ມັນຈຶ່ງ​ສຳຄັນທີ່ປະຊາຄົມນາໆຊາດ ຈະ​ຕ້ອງ
ສາມັກຄີກັນ ໃນຄວາມພະຍາຍາມ​ໄລຍະຍາວນານອັນນີ້. ຂ້າພະເຈົ້າຍິນດີກັບການ ເອົາບາດກ້າວຢາງ​ເດັດດ່ຽວ ຂອງສະຫະລັດ ກັບຫລາຍໆ​ພັນທະ​ມິດ​ແລະພາຄີ
ແລະ ຂ້າພະເຈົ້າຍິນດີ ກັບການລົງມະຕິ​ເມື່ອ​ໄວໆ​ມາ​ນີ້ ຂອງສະພາ​ແຫ່ງ​ຊາດເທີກີ ທີ່ອະນຸມັດ​ໃຫ້​ເທີ​ກີ​ເອົາ​ບົດບາດ ທີ່ແຂງຂັນຂຶ້ນ ຕໍ່ວິກິດການນີ້.”

ໃນຂະນະດຽວກັນນີ້ ການໂຈມຕີທາງອາກາດທີ່​ນຳພາ​ໂດຍສະຫະລັດນັ້ນ ກໍດຳ​ເນີນສືບຕໍ່
​ໄປໃນວັນພະຫັດມື້ນີ້ ທີ່ເມືອງ Kobani. ແຕ່ເຖິງແມ່ນວ່າ ມີການ​ໂຈມ​ຕີດັ່ງກ່າວນັ້ນກໍ​ຕາມ
ແຕ່ກຸ່ມສິ້ງຊອມສິດທິມະນຸດຊີເຣຍ ທີ່ມີສຳນັກງານຢູ່ອັງກິດ ກໍກ່າວວ່າ ບັດ​ນີ້ ພວກຫົວຮຸນ
ແຮງກຸ່ມລັດອີສລາມ ໄດ້ຄອບຄອງຫຼາຍກວ່າ ນຶ່ງສ່ວນສາມຂອງເມືອງແລ້ວ.

Islamic State CNPK
please wait
Embed

No media source currently available

0:00 0:01:46 0:00

XS
SM
MD
LG