ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳນຽບຂາວ ພະຍາຍາມກີດກັນ ການຮຽກຮ້ອງຄັ້ງໃໝ່ ເພື່ອກວດສອບການເຂົ້າແຊກແຊງຂອງຣັດເຊຍ


Bipartisan Calls Grow for Independent Probe of Russian Hacking
please wait

No media source currently available

0:00 0:01:48 0:00

ສອງພັກການເມືອງໃຫຍ່ ຮຽກຮ້ອງໃຫ້ມີການກວດສອບອິດສະຫຼະ ສຳລັບການລັກເຈາະຂໍ້ມູນໂດຍ ຣັດເຊຍ.

ໃນຂະນະທີ່ປະທານາທິບໍດີ ທ່ານ Donald Trump ກະກຽມ ເພື່ອກ່າວຄຳປາໄສຕໍ່ລັດ ຖະສະພາ ສະຫະລັດ ເປັນຄັ້ງທຳອິດຢູ່ນັ້ນ, ໃນວັນອາທິດວານນີ້ ທຳນຽບຂາວ ກໍປະ ກົດວ່າໄດ້ປ້ອງກັນ ການຮຽກຮ້ອງສຳລັບການກວດສອບໃນຄວາມເປັນອິດສະຫຼະເພື່ອ ພະຍາຍາມສ້າງຜົນກະທົບໃນການເລືອກຕັ້ງຂອງ ສະຫະລັດ ໃນປີກາຍນີ້ໃນ ທຸກໆ ສາຍພົວພັນລະຫວ່າງ ມົສກູ ກັບ ວົງໃນຂອງທ່ານປະທານາທິບໍດີ.

ໂຄສົກ ທຳນຽບຂາວ ທ່ານນາງ Sarah Sanders ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ “ພວກເຮົາມີຄວາມໝັ້ນໃຈຢ່າງແຮງວ່າ, ບໍ່ວ່າພວກເຂົາເຈົ້າ ຈະມີການທົບທວນແນວໃດກໍຕາມ, ພວກເຂົາເຈົ້າທຸກຄົນກໍຈະມີຜົນສະຫຼຸບອອກມາ ແບບດຽວກັນວ່າພວກເຮົາບໍ່ໄດ້ມີສ່ວນຮ່ວມໃນເລື່ອງນີ້.”

ກ່ອນໜ້ານັ້ນ, ສະມາຊິກສະພາພັກຣີພັບບລີກັນ ທ່ານ Darrell Issa ຈາກລັດ ຄາລິຟໍ ເນຍ ໄດ້ ລວມຕົວກັບພັກເດໂມແຄຣັດ ໃນການຮຽກຮ້ອງໃຫ້ມີໄອຍະການພິເສດບໍ່ຂຶ້ນ ກັບລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Seesions ຜູ້ທີ່ເປັນຄົນໄວ້ເນື້ອເຊື່ອໃຈທີ່ ສຸດຂອງທ່ານ ທຣຳ.

ທ່ານ Issa ໄດ້ກ່າວໃນລາຍການ Real Time ຂອງໂທລະພາບ HBO ກັບ ທ່ານ Bill Maher ວ່າ “ທ່ານ Sessions ໄດ້ຢູ່ໃນການໂຄສະນາຫາສຽງ ແລະ ແມ່ນຜູ້ຖືກສະເໜີຊື່. ເຈົ້າຕ້ອງໄດ້ໃຊ້ຂໍ້ບັງຄັບໄອຍະການພິເສດ ແລະ ໜ່ວຍງານຂອງລັດ ເພື່ອບໍ່ພຽງແຕ່ປະ ຕິເສດທ່ານ Sessions ເທົ່ານັ້ນ, ແຕ່ເຈົ້າກໍບໍ່ຄວນຖືເອົາມັນແທນຕົວເຈົ້າດ້ວຍ.

ທ່ານສະມາຊິກສະພາໄດ້ກ່າວເພີ່ມເຕີມວ່າ “ພວກເຮົາຕ້ອງສືບສວນສອບສວນ ກິດຈະກຳຕ່າງໆກັບ ຣັດເຊຍ ຂອງພວກເຂົາເຈົ້າ ແລະ ພວກເຮົາຕ້ອງເຮັດຂຶ້ນ ຍ້ອນວ່າພວກເຂົາເປັນຄົນບໍ່ດີ.”

ທຳນຽບຂາວໄດ້ກ່າວວ່າ ປະຊາຊົນ ອາເມຣິກັນ ມີບັນຫາທີ່ສຳຄັນກວ່ານັ້ນຢູ່ແລ້ວ.

ທ່ານນາງ Sanders ໄດ້ກ່າວວ່າ “ໃນຈຸດໃດໜຶ່ງພວກເຮົາຈະໄປຮອດບ່ອນທີ່ພວກ ເຂົາເຮົາຕ້ອງເຄື່ອນໜ້າຕໍ່ໄປ ແລະ ເລີ່ມຕັ້ງເອິກຕັ້ງໃຈໃສ່ສິ່ງທີ່ປະຊາຊົນເປັນຫ່ວງ ນຳ. ແລະ ຂ້າພະເຈົ້າບໍ່ຄິດວ່າມັນມີພຽງເທົ່ານີ້. ພວກເຮົາໄດ້ເວົ້າ ກ່ຽວກັບ ມັນຫຼາຍ ແລະ ຫຼາຍຄັ້ງ. ໄດ້ຖາມ ແລະ ກໍໄດ້ຕອບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ສະມາຊິກລັດຖະສະພາຣີພັບບລີກັນ ຈາກລັດ ຄາລິຟໍເນຍ, ທ່ານ Darrell Issa.
ສະມາຊິກລັດຖະສະພາຣີພັບບລີກັນ ຈາກລັດ ຄາລິຟໍເນຍ, ທ່ານ Darrell Issa.

XS
SM
MD
LG