ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕໍາຫລວດຈັບ ຜູ້ຕ້ອງສົງໃສ ຍິງປືນໃສ່ທໍານຽບຂາວ


ນາຍ Oscar Ramiro Ortega-Hernandez ຜູ້ຕ້ອງສົງໃສລອບສັງ ຫານປະທານາທິບໍດີໂອບາມາ
ນາຍ Oscar Ramiro Ortega-Hernandez ຜູ້ຕ້ອງສົງໃສລອບສັງ ຫານປະທານາທິບໍດີໂອບາມາ

ຊາຍ​ອາຍຸ 21 ປີ​ຄົນ​ນຶ່ງ​ທີ່​ຖືກ​ກ່າວ​ຫາ​ວ່າ​ຍິງ​ປືນ​ໃສ່​ທໍານຽບຂາວ​ເມື່ອ​ອາທິດຜ່ານ​ມານັ້ນ
ໄດ້​ຖືກ​ຟ້ອງ​ໃນຂໍ້​ຫາ​ລອບ​ສັງຫານ​ປະທາ​ນາ​ທິບໍດີ​ສະຫະລັດ​ ທ່ານ​ບາຣັກ ​ໂອ​ບາ​ມາ ຫລື​
ເຈົ້າໜ້າ​ທີ່​ທໍານຽບຂາວ​ຂອງ​ທ່ານ.

ນາຍ Oscar Ramiro Ortega-Hernandez ​ໄດ້​ໄປ​ປາກົດ​ຕົວ​ທີ່ສານ​ລັດຖະບານ​ກາງໃນ​
ວັນ​ພະຫັດ​ວານ​ນີ້​ ທີ່​ລັດ Pennsylvania ພາກຕາ​ເວັນ​ອອກ​ຂອງ​ສະຫະລັດ. ຜູ້ກ່ຽວ​ຖືກ​
ຈັບ​ໄດ້​ຢູ່​ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ລັດ​ດັ່ງກ່າວໃນ​ມື້ກ່ອນຫລັງ​ຈາກມີ​ຄົນຈື່ຜູ້ກ່ຽວ​ໄດ້ຫລັງ​ຈາກ​
ໄດ້​ເຫັນ​ຮູບທາງ​ໂທລະພາບ.

ຜູ້​ຕ້ອງ​ສົງ​ໃສ ຊຶ່ງ​ມາ​ຈາກລັດ​ໄອ​ດາ​ໂຮ ຈະ​ຖືກ​ສົ່ງ​ກັບ​ຄືນໄປ​ຍັງ​ວໍ​ຊິງ​ຕັນ​ດີ​ຊີ ​ເພື່ອ​ດໍາ​ເນີນ​
ຄະດີ. ຖ້າ​ສານ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ຜູ້ກ່ຽວ​ອາດຖືກ​ຈໍາ​ຄຸກ​ຕະຫລອດ​ຊີວິດ.

ລາຍ​ງານ​ຂ່າວຊີ້​ແນະ​ວ່າ ນາຍ Oretega Hernandez ອາດ​ໄດ້​ມີ​ຄວາມຄຽດ​ຊັງ ​ປະທານາ
ທິບໍດີ​ໂອ​ບາ​ມາ ຢ່າງ​ເລິກ​ເຊິ່ງ.

ພະ​ແນ​ກຕໍາຫລວດ​ອາລັກ​ຂາຂອງ​ສະຫະລັດ ທີ່​ປົກ​ປ້ອງ​ປະທານາທິບໍດີ​ແລະ​ພວກ​ເຈົ້າໜ້າ​ທີ່
ລະດັບ​ສູງ​ອື່ນໆ ກ່າວ​ວ່າລູກປືນ​ສອງ​ລູກ​ຍິງ​ໄປ​ຖືກ​ທໍານຽບຂາວ ​ໂຮມ​ທັງ​ອີກ​ລູກ​ນຶ່ງທີ່​ພວກ
ເຂົາ​ເຈົ້າ​ເວົ້າວ່າ ​ເຮັດ​ໃຫ້​ແກ້ວ​ປ່ອງຢ້ຽມ​ແຕກ ​ແຕ່​ລູກປືນ​ຜ່ານ​ເຂົ້າ​ໄປ​ບໍ່​ໄດ້​ ​ເພາະ​ມີແກ້ວ​ຊັ້ນ​ທີ
ສອງ​ທີ່ກັນ​ລູກປືນ

ປະທານາທິບໍດີ​ໂອ​ບາ​ມາ ​ແລະ​ພັນ​ລະຍາ​ຂອງ​ທ່ານ Michelle ບໍ່​ໄດ້​ພັກ​ຢູ່ ທີ່​ທໍານຽບຂາວ
ໃນ​ລະ​ຫວ່າງ​ເກີດ​ເຫດ​ເມື່ອ​ວັນ​ສຸ​ກຜ່ານ​ມາ. ​ເວລາ​ນັ້ນ​ທັງ​ທ່ານ​ໂອ​ບາ​ມາ​ແລະ​ພັນ​ລະ​ຍາ​ຢູ່​ທີ່​
ລັດ​ແຄ​ລິ​ຟໍ​ເນຍ ກ່ອນ​ອອກ​ເດີນທາງ​ໄປ ຮາ​ວາຍ ບ່ອນ​ທີ່​ທ່ານ​ໂອ​ບາ​ມາ​ເປັນ​ເ​ຈົ້າພາບ​ກອງ
ປະຊຸມ​ສຸດ​ຍອດ​ເອ​ເພັກ.

ພວກ​ເຈົ້າໜ້າ​ທີ່ໄດ້​ເລິ່ມອອກ​ຕາມ​ລ່າ​ນາຍ Oretega-Hernandez ຫລັງ​ຈາກ​ເຊື່ອມ​ໂຍງ​ຜູ້
ກ່ຽວ​ໃສ່​ກັບ​ລົດ​ທີ່​ປະ​ຖິ້ມ​ໄວ້​ຄັນ​ນຶ່ງ ​ທີ່​ພົບ​ເຫັນ​ເມື່ອ​ວັນ​ສຸກ ພ້ອມກັບມີ​ອາວຸດ​ຢູ່​ໃນ​ລົດ. ຜູ້
ຕ້ອງ​ສົງ​ໃສເປັນ​ຊາຍຊາວສະ​ແປ​ນີສ ທີ່​ມີ​ປະວັດ​ຖືກ​ຈັບ​ກຸມ​ມາ​ແລ້ວຢູ່ໃນ​ສາມ​ລັດ​ ​ແລະ​ມີສັກ
ລາຍ​ຫລາຍແຫ່ງ​ຕາມ​ຮ່າງກາຍ ​ໂຮມ​ທັງ​ມີສັກ​ລາຍຄໍາວ່າ Israel ຢູ່​ທີ່​ຄໍ. ຄອບຄົວ​ຂອງຜູ້
ກ່ຽວ​ໄດ້​ລາຍ​ງານ​ວ່າ ​ຜູ້ກ່ຽວ​ຫາຍ​ສາບ​ສູນ​ເມື່ອ​ວັນ​ທີ່ 31 ​ເດືອນ​ຕຸລາ​ຜ່ານມາ.

XS
SM
MD
LG