ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຄົມນັກຂ່າວ ປະຈຳ ທຳນຽບຂາວ ໄດ້ຮັບ ລາງວັນ ​ເສລີພາບ ໃນ​ການ​ປາກ​ເວົ້າ


ທ່ານ Glenn Thrush (ຊ້າຍ), ຫົວໜ້າຂ່າວດ້ານການເມືອງ ປະຈຳທຳນຽບຂາວ ຈາກໜັງສືພິມ The New York Times, ກຳລັງເຮັດວຽກ ໃນຫ້ອງກອງປະຊຸມຖະແຫລງຂ່າວ ຂອງທຳນຽບຂາວ ທີ່ວໍຊິງຕັນ, ວັນທີ 24 ກຸມພາ 2017.
ທ່ານ Glenn Thrush (ຊ້າຍ), ຫົວໜ້າຂ່າວດ້ານການເມືອງ ປະຈຳທຳນຽບຂາວ ຈາກໜັງສືພິມ The New York Times, ກຳລັງເຮັດວຽກ ໃນຫ້ອງກອງປະຊຸມຖະແຫລງຂ່າວ ຂອງທຳນຽບຂາວ ທີ່ວໍຊິງຕັນ, ວັນທີ 24 ກຸມພາ 2017.

ອົງການຂ່າວ ມະຫາຊົນ Deutsche Welle ຫຼື DW ຂອງເຢຍຣະມັນ ໄດ້ປະກາດ ໃຫ້ ສະມາຄົມນັກຂ່າວປະຈຳທຳ ນຽບຂາວ ຫຼື WHCA ເປັນຜູ້ຊະນະເລີດ ລາງວັນ​ເສລີພາບ
​ ໃນ​ການ​ປາກ​ເວົ້າ ຫລື Freedom of Speech ປະຈຳປີ 2017.

ອົງການຂ່າວ Deutsche Welle ໄດ້ກ່າວວ່າ ກຸ່ມນັກຂ່າວປະຈຳທຳນຽບຂາວ ແມ່ນ
ໄດ້ “ສ້າງຂີດໝາຍໃໝ່ຂຶ້ນ ໃນການລາຍງານ ກ່ຽວກັບ ນະໂຍບາຍຕ່າງໆ ຂອງ
ລັດຖະບານຊຸດໃໝ່”
ເຖິງແມ່ນວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະປະຕິເສດ
ຄວາມໜ້າເຊື່ອຖືຂອງພວກເຂົາເຈົ້າ ແລະບາງຄັ້ງບາງຄາວໃຊ້ການໂຈມຕີ ເລື່ອງ
ສ່ວນຕົວ ກໍຕາມ.

“ພວກເຮົາ ມີຄວາມເຊື່ອໝັ້ນທີ່ສຸດ ໃນລະບອບປະຊາທິປະໄຕ ໃນ ສະຫະລັດ
ອາເມຣິກາ”
ນັ້ນແມ່ນຄຳເວົ້າຂອງ ຜູ້ອຳນວຍການໃຫຍ່ ອົງການຂ່າວ DW ທ່ານ
Peter Limbourg ທີ່ໄດ້ກ່າວໄປ ແລະທ່ານກ່າວຕື່ມວ່າ “ອັນນີ້ ພົວພັນກັບ ອັນທີ່
ພວກເຮົາເພິ່ງພາສື່ມວນຊົນທີ່ເຂັ້ມແຂງ. ສະມາຄົມນັກຂ່າວ ຂອງທຳ ນຽບຂາວ
ເປັນຜູ້ຮັບປະກັນ ສຳລັບການຄວບຄຸມ ພວກຜູ້ທີ່ມີອຳນາດທັງຫຼາຍ.”

ລາງວັນດັ່ງກ່າວ ຈະຖືກນຳ​ໄປມອບ ຢູ່ທີ່ກອງປະຊຸມ ສື່ມວນຊົນທົ່ວໂລກ ຂອງອົງການ
ຂ່າວ Deutsche Welle ໃນນະຄອນ Bonn ຂອງເຢຍຣະມັນ ໃນເດືອນມິ​ຖຸນາ ນີ້.

ປະທານ ຂອງ WHCA ທ່ານ Jeff Mason ໄດ້ກ່າວວ່າ ກຸ່ມນີ້ ແມ່ນ “ຮູ້ສຶກຖ່ອມໂຕ
ແລະ ຮູ້ສຶກເປັນກຽດ​ທີ່​ສຸດ”
ທີ່ໄດ້ຖືກຄັດເລືອກ.

ທ່ານ ເມຊັນ ໄດ້ກ່າວວ່າ “ເສລີພາບດ້ານການຂ່າວ ໃນສະຫະລັດ ບໍ່ແມ່ນໄດ້ມາຊື່ໆ
ເຖິງແມ່ນວ່າ ການຄຸ້ມຄອງ ໄດ້ສະໜອງໃຫ້ ໂດຍລັດຖະທຳມະນູນ. ພວກເຮົາຕ້ອງ
ລະມັດລະວັງຢູ່ສະເໝີ ເພື່ອຮັບປະກັນວ່າ ເສລີພາບເຫຼົ່ານັ້ນ ຍັງມີຢູ່ຕໍ່ໄປ ບໍ່ວ່າຜູ້ໃດ
ກຳອຳນາດ ຢູ່ໃນວໍຊິງຕັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG