ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ປະຕິເສດວ່າ ປ. ທຣຳ ບໍ່ໄດ້ ເປີດເຜີຍ ຂໍ້ມູນລັບ ໃຫ້ເຈົ້າໜ້າທີ່ ຣັດເຊຍ


ປະທານາທິບໍດີ ດໍໂນລ ທຣຳ ​ພົບ​ປະ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ ​ຣັດ​ເຊຍ ທ່ານ Sergey Lavrov, ຊ້າຍ, ຂ້າງໆ​ທ່ານ Lavrov ແມ່ນເອກອັກຄະລັດຖະທູດ Sergei Kislyak ທີ່ທຳນຽບຂາວ ໃນວໍຊີງຕັນ, 10 ພຶດສະພາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ​ພົບ​ປະ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ ​ຣັດ​ເຊຍ ທ່ານ Sergey Lavrov, ຊ້າຍ, ຂ້າງໆ​ທ່ານ Lavrov ແມ່ນເອກອັກຄະລັດຖະທູດ Sergei Kislyak ທີ່ທຳນຽບຂາວ ໃນວໍຊີງຕັນ, 10 ພຶດສະພາ, 2017.

ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະຫະລັດ ທ່ານ H.R. McMaster ​ແລະ​ສະມາ
ຊິກອື່ນ​ໆ ຂອງ​ລັດຖະບານ​ທ່ານ​ທຣຳ ​ໄດ້​ປະຕິ​ເສດ ຕໍ່​ການ​ຖືກຕ້ອງຂອງ​ລາຍ​ງານຂ່າວ
ທີ່​ກ່າວ​ວ່າ ປະທານາທິບໍດີ ​ໄດ້​ເປີດ​ເຜີຍ​ຂໍ້​ມູນ ​ທີ່​ຖື​ວ່າເປັນຄວາມ​ລັບ​ລະດັບ​ສູງ​ ຕໍ່ຣັດ​ເຊຍ ທີ່ຫ້ອງການ Oval Office ​ໃນ​ທຳນຽບຂາວ.

​ທ່ານ McMaster ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ ​ທີ່​ເດີ່ນທຳນຽບຂາວ ​ໃນແລງ​ວັນ​ຈັນ​ວານ​ນີ້
ວ່າ ເລື່ອ​ງຕົ້ນຕໍ​ ທີ່​ພິມ​ເຜີຍ​ແຜ່ ໂດຍໜັງສືພິມ Washington Post ນັ້ນ“​ແມ່ນ​ຜິດ,”
ທ່ານ​ກ່າວ​ຕື່ມ​ວ່າ ​“ບໍ່​ວ່າ​ໃນ​ເວລາ​ໃດທີ່​ແຫ​ລ່ງຂ່າວ​ຫລື​ວິທີ​ໃນ​ການ​ສືບລັບໄດ້​ຖືກ​ຍົກ​ຂຶ້ນ
ມາ​ສົນທະນາ ​ແລ​ະປະທານາ​ທິບໍດີ ບໍ່​ໄດ້ເປີດ​ເຜີຍ ກ່ຽວ​ກັບການ​ປະຕິ​ບັດ​ງານ​ທາງ​
ທະ​ຫານ​ໃດໆ ທີ່​ສາທາ​ລະນາຊົນຍັງບໍ່ຮູ້​ເທື່ອ​ນັ້ນ.”

“ຂ້າພະ​ເຈົ້າ​ຢູ່​ທີ່​ນັ້ນ. ມັນ​ບໍ່​ໄດ້​ເກີດ​ຂຶ້ນ,” ທ່ານ McMaster ​ໄດ້​ກ່າວ​ສະຫຼຸບ​ເຊັ່ນ​ນັ້ນ ​ແລະ
​ໄດ້​ຍ່າງ​ກັບ​ເຂົ້າ​ໄປ​ໃນ​ຫ້ອງການ​ ​West Wing ​ໂດຍ​ທີ່​ບໍ່​ໄດ້​ຕອບ​ຄຳ​ຖາມ​ໃດໆ ຈາກ​ພວກ​
ນັກ​ຂ່າວ​ເລີຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ຜູ້​ຊຶ່ງ​ໄດ້​ກ່າວ​ວ່າ
ທ່ານ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ ຄັ້ງ​ວັນ​ທີ 10 ພຶດສະພາ ກັບລັດຖະມົນຕີ​ການ​ຕ່າງ
ປະ​ເທດ​ ​ແລະ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ​ໃຫ້ການ​ສະໜັບສະໜູນ ​ຕໍ່​ອັນ​ທີ່​ທ່ານ
McMaster ​ໄດ້​ກ່າວ​ອະທິບາຍເຖິງ​ການ​ສົນທະນາ​ນັ້ນ ​ໂດຍ​ໄດ້​ກ່າວ​ເພີ່ມ​ຕື່ມໃນຖະແຫຼງ
ການ​ສະບັບ​ນຶ່ງ​ວ່າ “​ເລື່ອງ​ລາວ​ໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ​ ​ໄດ້ມີ​ການ​ສົນທະນາ​ກັນ
ຊຶ່ງ​ສ່ວນ​ໃຫຍ່ແມ່ນ​ເລື່ອງ​ຄວາມ​ພະຍາຍາມ​ທີ່​ດຳ​ເນີນ​ຮ່ວມ​ກັນ ​ແລະ​ການ​ຂົ່ມຂູ່​ກ່ຽວ​ກັບ
​ເລື່ອງ​ການ​ຮັບ​ມື​ກັບ​ພວກ​ກໍ່​ການ​ຮ້າຍ.”

​ເຈົ້າໜ້າ​ທີ່​ທັງ​ສອງຕ່າງ​ກໍ​ບໍ່​ໄດ້​ປະຕິ​ເສດ​ວ່າ ບໍ່​ໄດ້​ມີ​ການ​ເປີດ​ເຜີຍ​ຂໍ້​ມູນ​ລັບ.

​ໂຄສົກ​ຂອງ​ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ໃນ​ວັນ​ອັງຄານ​ມື້ນີ້ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ
ຕໍ່​ລາຍ​ງານ​ຂ່າວ​ນີ້ ​ໂດຍ​ເອີ້ນວ່າ “​ເປັນ​ຂ່າວ​ປອມ.”

ອົງການ​ຂ່າວ ຫຼາຍ​ແຫ່ງຂອງສະຫະລັດ ​ໄດ້​ລາຍ​ງານ​ວ່າ ປະທານາທິບໍດີໃນ​ຫ້ອງການ
Oval Office ​ໄດ້​ພົບ​ປະ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ ​ຣັດ​ເຊຍ ທ່ານ Sergey
Lavrov ແລະ​ເອກ​ອັກຄະ​ລັດຖະທູດ Sergey Kislyak ​ໄດ້​ເປີ​ດ​ເຜີຍ​ຂໍ້​ມູນທີ່​ຖືວ່າ
​ເປັນຄວາມ​ລັບ​ສູງ.


ທ່ານ​ທຣຳ ​ປາກົດ​ວ່າ ຢາກ​ອວດໃນຄວາມ​ຮູ້​ພາຍ​ໃນ ກ່ຽວ​ກັບ​ໄພ​ຂົ່ມຂູ່ ທີ່​ອາດ​ເກີດ​ຂຶ້ນ
ຕໍ່​ດ້ານ​ການບິນ ອີງ​ຕາມ​ລາຍ​ງານ​ຂອງໜັງສືພິມ Washington Post.

ໜັງສືພິມ New York Times ໄດ້ລາ​ຍງານ​ກ່ຽວ​ກັບຂໍ້​ມູນນີ້​ວ່າ ​ແມ່ນ​ເປັນ​ເລື່ອງ​ຫຼໍ່​ແຫຼມ
ຫຼາຍທີ່​ຍັງ​ບໍ່​ທັນ​ໄດ້​ມີ​ການ​ແບ່ງປັນ​ໃຫ້​ເປັນ​ທີ່​ຮູ້​ກັນ​ພາຍ​ໃນ​ລັດຖະບານສະຫະລັດ
ຢ່າງ​ກວ້າງ​ຂວາງ​ເທື່ອ ຫຼື​ແບ່ງ​ປັນ​ຂໍ້​ມູນ​ກັບ​ບັນດາ​ປະ​ເທດພັນທະ​ມິດ​ຕ່າງໆ​ເທື່ອ.

ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະຫະລັດ ທ່ານ H.R. McMaster ກ່າວຕໍ່ສື່ ໃນຫ້ອງການ West Wing ທຳນຽບຂາວໃນວໍຊີງຕັນ, 15 ພຶດສະພາ, 2017.
ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສະຫະລັດ ທ່ານ H.R. McMaster ກ່າວຕໍ່ສື່ ໃນຫ້ອງການ West Wing ທຳນຽບຂາວໃນວໍຊີງຕັນ, 15 ພຶດສະພາ, 2017.


ໜັງສືພິມ​ທັງ​ສອງ​ສະບັບ ​ແລະອື່ນໆ ຍັງ​ໄດ້​ກ່າວ​ຕື່ມວ່າ ​ຂໍ້​ມູນ​ທີ່​ວ່າ​ນີ້ ອາດ​ສາມາດເປັນ
ອັນຕະລາຍ​ຕໍ່​ແຫຼ່ງຂ່າວສື​ບລັບກ່ຽວ​ກັບກຸ່ມ​ລັດ​ອິສລາມ ໃນ​ທາງ​ທີ່ຂໍ້​ມູນ​ໄດ້​ເກັບ​ກຳມາ​ນັ້ນ.

ປະທານາທິບໍດີ​ສະຫະລັດ ມີ​ສິດອຳນາດ ທີ່​ຈະ​ເປີ​ດ​ເຜີຍ​ໄດ້ ​ເກືອບ​ວ່າທຸກຂໍ້​ມູນ ​
ເພາະສະ​ນັ້ນ ສິ່ງ​ທີ່ທ່ານ​ທຣຳ ​ໄດ້​ກະທຳ​ລົງ​ໄປ​ນັ້ນ ​ເບິ່ງ​ຄື​ວ່າ ບໍ່​ຜິດ​ກົດໝາຍ. ​ແຕ່​ວ່າ
​ເຈົ້າໜ້າ​ທີ່​ສືບ​ລັບທີ່​ອ້າງ​ຄຳ​ເວົ້າໂດຍໜັງສືພິມ​ທັງຫຼາຍ​ນັ້ນ​ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​
ທີ່ວ່າ ຂໍ້​ມູນ​ດັ່ງກ່າວທີ່​ໄດ້ສະໜອງ​ໂດຍ​ລັດຖະບານ​ທີ່​ເປັນຄູ່ພາຄີ​ກັບ​ສະຫະລັດ ອາດ​ຈະ​
ສ້າງຄວາມ​ເສຍ​ຫາຍຕໍ່ສາຍ​ພົວພັນ​ທີ່​ສຳຄັນ​ນີ້​ໄດ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Trump Russia
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG