ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຕີໝາຍເລກນຶ່ງ ຮັບເອົາ ຕົ້ນຄຣິສມັສ ທີ່ ທຳນຽບຂາວ ເປັນເທື່ອສຸດທ້າຍ


ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະຫລານຊາຍ ຂອງທ່ານນາງສອງຄົນ ທ້າວ Aaron (ຊ້າຍ) ແລະ ທ້າວ Austin ຮັບເອົາຕົ້ນຄຣິສມັສ ທີ່ທຳນຽບຂາວ.
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະຫລານຊາຍ ຂອງທ່ານນາງສອງຄົນ ທ້າວ Aaron (ຊ້າຍ) ແລະ ທ້າວ Austin ຮັບເອົາຕົ້ນຄຣິສມັສ ທີ່ທຳນຽບຂາວ.

ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle Obama ​ໄດ້​ຮັບ​ເອົາ​ຕົ້ນຄຣິສມັສທີ່​ສົ່ງ​ໄປ​ໃຫ້ ທຳນຽບຂາວ​ ເປັນ​ເທື່ອ​ສຸດ​ທ້າຍ​ຂອງ​ທ່ານ​ນາງ.

​ໂດຍ​ພາກັນຢືນ​ຢູ່​ທາງໜ້າ​ດ້ານເໜືອຂອງ​ທຳນຽບຂາວ​ໃນ​ວັນ​ສຸກ​ວານ​ນີ້ ສະຕີີ​ໝາຍ​ເລກ​ນຶ່ງ ​ພ້ອມ​ກັບ​ຫລານ​ຊາຍ​ນ້ອຍ​ສອງ​ຄົນແລະພວກ​ໝາ​ຂອງ​ຄົວ​ຄອບໄດ້​ຕ້ອນຮັບ​ເອົາ​ຕົ້ນ​ຄຣິສມັສສູງທີ່ 19 ຟິດຫຼື 5 ​ແມັດ 79 ຊຶ່ງ​ເປັນຕົ້ນ​ແປກປະເພດ Balsam-Veitch ​ໃນ​ຂະ ນະ​ລົດ​ມ້າ​ແກ່​ມາ​ສົ່ງ​ໃຫ້.

“ບຸນຄຣິສມັສ​ເລີ້ມ​ແລ້ວ. ​ວັນ​ສະ​ຫລອງ​ບຸນ​ ແມ່ນເລີ້ມຂຶ້ນ​ແລ້ວ” ນັ້ນຄື​ຄຳ​ເວົ້າ ຂອງທ່ານ​ນາງ Obama ​ໄດ້​ກ່າວ ອີງ​ຕາມອົງການ​ຂ່າວ AP ຫຼັງ​ຈາກທ່ານ ນາງຮັບ​ເອົາ​ຕົ້ນ​ຄຣິສມັສ ​ຈາກ​ທ່ານ Dave ​ແລະຍານາງ Mary ​Vander Velden ເຈົ້າ​ຂອງຟາມ Oconto ຈາກ​ລັດ Wisconsin ບ່ອນ​ຕົ້ນ​ໄມ້​ນີ້ໄດ້​ເຕີບ​ໃຫຍ່ຂຶ້ນມາ. “ພວກ​ເຮົາ​ພ້ອມ​ແລ້ວ. ​ນີ້ເປັນເທື່ອ​ສຸດ​ທ້າຍ​ຂອງ​ພວກ​ເ​ຮົາ. ພວກ​ເຮົາແມ່ນ​ຕື່ນ​ເຕັ້ນ​ກ່ຽວກັບເລື້ອງ​ນີ້."

ຄົບ​ຄົວ Vander Veldens ​ໄດ້ຊະນະ​ການ​ປະ​ກວດສະມາຄົມຕົ້ນຄຣິສມັສ​ແຫ່ງ​ຊາດ ປະຈຳ​ປິ. ​ຜູ້ທີ່​ຊະນະ​ເລີດ​ໃນ​ການ​ປະ​ກວດ ຕ້ອງ​ໄດ້ນຳ​ສົ່ງ​ເຄື່ອງ​ເອ້​ ພ້ອມ​ດ້ວຍ​ຕົ້ນຄຣິສ​ມັສທີ່​ເປັນ​ທາງ​ການ​ມາ​ໃຫ້​ທຳນຽບຂາວ ນັບແຕ່​ປີ 1966 ​ເປັນຕົ້ນມາ.

ຈົນ​ເຖິງ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ພວກລູກ​ສາວ ຂອງ​ທ່ານ​ນາງ Obama ຄືນາງ Malia ​ແລະ ນາງ Sasha ​ໄດ້​ຢູ່​ຄຽງ​ຂ້າງ​ເພື່ອຮັບ​ເອົາ​ຕົ້ນ​ຄຣິສ​ມັສ. ​ແຕ່​ວ່າໃນ​ປີ​ນີ້ ພວກ​ຍິງ​ສາວທັງ​ສອງ​ໄດ້​ມີ​ທຸລະ​ກິດ​ແນວ​ອື່ນເຮັດ ​ເພາະສະ​ນັ້ນ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າທ້າວ Austin ​ແລະ​ທ້າວ Aaron Robinson ​ຈຶ່ງ​ມາ​ແທນ​ໂດຍ ນຸ່ງ​ເຄື່ອງ​ທີ່​ສ​ະ​ແດງ​ອອກ​ໃຫ້​ເຫັນ​ເຖິງ​ຄວາມ​ຕື່ນ​ເຕັ້ນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ແລ່ນຢູ່​ນຳ​ໝາ​ ​ແລະໃຫ້​ຄຳ​ແນະນຳ​ແກ່​ສະຕີ​ໝາຍ​ເລກ​ນຶ່ງ.
ເດັກນ້ອຍ​ຜູ້​ຊາຍ​ທັງ​ສອງ​ເປັນ​ລູກ​ຂອງ​ອ້າຍສະຕີໝາຍ​ເລກ​ນຶ່ງ ທ່ານ Craig Robinson.

ຕົ້ນຄຣິສມັສປະຈຳທຳນຽບຂາວ ຖືກສົ່ງໄປໃຫ້ ໃນວັນສຸກວານນີ້.
ຕົ້ນຄຣິສມັສປະຈຳທຳນຽບຂາວ ຖືກສົ່ງໄປໃຫ້ ໃນວັນສຸກວານນີ້.

ທ່ານ​ນາງ Obama ​ໄດ້​ບອກ​ກັບ​ທ້າວ Austin ອາຍຸ 6 ປີ​ວ່າ "ມັນ​ງາມ​ຫຼາຍ. ພວກ​ເຮົາ​ຄວນ​ຮັບ​ເອົາ​ບໍ່?

“ຮັບ​ເອົາ!" ລາວ​ໄດ້​ຕອບ ອີງ​ຕາມອົງການຂ່າວ AP.

ຕົ້ນຄຣິສມັສນີ້ຈະ​ຕັ້ງ​ໄວ້​ຢູ່່​ຫ້ອງສີຟ້າ ຊຶ່ງ​ຈະ​ເປັນ​ໃຈກາງກ່ຽວ​ກັບການ​ສະຫລອງ​ບຸນຄຣິສ ມັສຂອງ​ທຳນຽບຂາວ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

White House Christmas Tree
please wait

No media source currently available

0:00 0:03:06 0:00

XS
SM
MD
LG