ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທຳນຽບຂາວ ເປີດເດີ່ນຫຍ້າ ໃຫ້ເດັກນ້ອຍ ຫຼາຍພັນຄົນ ສະຫລອງບຸນປ່ອຍຜີ ຮາໂລວີນ


ປະທານາທິບໍດີ Barack Obama ກຳລັງຢາຍເຂົ້າໜົມ ໃຫ້ແກ່ ເດັກນ້ອຍຄົນນຶ່ງ ທີ່ນຸ່ງເຄື່ອງເປັນ Superman.
ປະທານາທິບໍດີ Barack Obama ກຳລັງຢາຍເຂົ້າໜົມ ໃຫ້ແກ່ ເດັກນ້ອຍຄົນນຶ່ງ ທີ່ນຸ່ງເຄື່ອງເປັນ Superman.

ທຳນຽບຂາວ​ໄດ້​ເປີດ​ເດີ່ນ​ຫຍ້າຂອງຕົນ ​ໃຫ້​ພວກເດັກນ້ອຍ
ຫລາຍພັນຄົນ ທີ່ພາກັນໄປຫລອກຫລອນຂໍເຂົ້າໝົມ ຫຼື
trick-or-treat ໃນຂະນະທີ່ປະທານາທິບໍດີ ສະຫະລັດ
ທ່ານ Barack Obama ​ໄດ້​ສ​ະຫລອງ​ບຸນ​ປ່ອຍຜີ ຮາ​ໂລ​ວີນ
ກັບ​ບັນດາ ເດັກນ້ອຍ​ນັກຮຽນທ້ອງ​ຖິ່ນ ​ໃນ​ວັນ​ສຸກ​ວານ​ນີ້.

ປະທານາທິບໍດີ ​ແລະ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ
Michelle Obama ​ໄດ້​ຢາຍ​ເຂົ້າໜົມ butter cookies,
licorice ​ແລະເຂົ້າໜົມ chocolate ຕ່າງໆ ຢູ່​ເດີ່ນ​ຫຍ້າ
ທາງ​ທິດ​ໃຕ້າຂອງທຳນຽບຂາວ.

ລາຍ​ຊື່ບັນດາ​ແຂກທີ່ໄປຮ່ວມ ແມ່ນ​ຮວມທັງພວກ​ນັກຮຽນ ​ຈາກບັນດາໂຮງຮຽນ​ປະຖົມ
ທ້ອງ​ຖິ່ນ ​ແລະ​ບັນດາ​ຄອບຄົວ​ທະຫານ ທີ່ນຸ່ງເຄື່ອງ ຕາມປະເພນີ ທີ່ມີສີ ສັນຕ່າງໆ ຮວມ
ທັງຊຸດພະເອກຊູເປີ້ຮີໂຣ່ ທີ່ເຂົາເຈົ້າມັກ ແລະພວກ​ຜີ​ສາງຕ່າງໆ.

ໝາກ​ອຶ ສູ​ບລົມ​ຍັກໃຫຍ່ ​ໄດ້​ເອ້​ຍ້ອງເດີ່ນ​ທຳນຽບຂາວ ພ້ອມ​ດ້ວຍ​ໝາກອຶ​ສົດໆ ທີ່​ໄດ້​ແກະ​ສະ​ລັກໂດຍພວກ​ອາສາ​ສະມັກ. ສຽງ​ດົນຕີ ຮາ​ໂລ​ວີນ ​ໄດ້​ດັງ​ກ້ອງ​ຈາກ​ທໍລະໂຄ່ງຫຼືເຄື່ອງ
ກະຈາຍ​ສຽງ ​ໃນ​ຂະນະ​ທີ່​ນັກ​ຫລີ້ນ​ກົນ ​ແລະ​ນັກ​ກາຍຍະ ກຳ ​ໄດ້ພາກັນ​ສະ​ແດງ.

ໃນຄືນສຸດທ້າຍຂອງເດືອນຕຸລາທຸກໆປີ ພວກເດັກນ້ອຍຢູ່ໃນສະຫະລັດຈະພາກັນນຸ່ງເຄື່ອງ
ແຕ່ງຕົວຊຸດຕ່າງໆແບບແປກໆ ເພື່ອສະຫຼອງບຸນຮາໂລວີນ ແລະໄປເຄາະປະຕູຕາມບ້ານ
ເຮືອນ ເພື່ອຂໍເຂົ້າໜົມ ຈາກເພື່ອນບ້ານໃກ້ຄຽງ.

OBAMA HALLOWEEN VO
please wait
Embed

No media source currently available

0:00 0:00:44 0:00

ວີດີໂອ: ເຮືອນຜີສິງປອມ ທີ່ສ້າງຂຶ້ນເພື່ອໃຫ້ຄົນຊີ້ປີ້ ເຂົ້າໄປເບິ່ງ ໃນຍາມບຸນປ່ອຍຜີ ໃນລັດເວີຈີເນຍ ນອກນະຄອນຫລວງວໍຊິງຕັນ ດີຊີ:

Haunted House Attraction in Virginia Brings Out Screams
please wait

No media source currently available

0:00 0:03:01 0:00

XS
SM
MD
LG