ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມປະກອບອາວຸດ ໃນຊູດານໃຕ້ ພາກັນ ຍ່າງໄປເມືອງ Bor ເພື່ອຈະຍຶດເອົາຄືນ (ວີດີໂອ/ສະໄລດ໌)


ທະຫານກອງທັບຊູດານໃຕ້ຈຸນຶ່ງ
ທະຫານກອງທັບຊູດານໃຕ້ຈຸນຶ່ງ
ກອງທັບ​ຊູ​ດານ​ໃຕ້​ເວົ້າ​ວ່າ ພວກ​ເຍົາວະ​ຊົນ​ປະກອບ​ອາວຸດ​ຫຼາຍພັນ​ຄົນ ທີ່ ຈົ່ງ​ຮັກ​ພັກດີ​ຕໍ່ ທ່ານ Riek Machar ຮອງ​ປະທານາທິບໍດີ​ທີ່​ຖືກ​ໂຄ່ນ​ລົ້ມ ກໍາລັງ​ພາກັນ​ຍ່າງ​ໄປ​ຍັງ​ເມືອງ Bor ທີ່ຢູ່ໃຕ້ການຄອບຄຸມຂອງລັດຖະບານ ນັ້ນ ​ໃນຂະນະ​ທີ່​ປະຊາ​ຄົມ​ໂລກ ກົດດັນ​ໃຫ້​ມີ​ການ​ຢຸດ​ຍິງ.

ທ່ານ Phillip Aguer ​ໂຄສົກ​ກອງທັບ ​ບອກ​ວີ​ໂອ​ເອ ​ເມື່ອ​ວັນ​ເສົາ​ວານ​ນີ້ ວ່າ ກໍາລັງ​ປະ ກອບ​ອາ​ວຸດ​ດັ່ງກ່າວ​ທີ່​ໜຸນຫຼັງ​ໂດຍ ທ່ານ Marchar ທີ່​ເອີ້ນ ກັນ​ວ່າ ກອງທັບ​ຂາວ ນັ້ນ ວາງ​ແຜນ​ຈະ​ໂຈມ​ຕີ​ເມືອງດັ່ງກ່າວ ທີ່ຕັ້ງຢູ່ພາກ ກາງຂອງປະເທດ ແລະ​ກໍາລັງ​ຂອງ​ລັດ ຖະບານຍຶດເອົາຄືນ​ໄດ້​ ເມື່ອອາທິດ ຜ່ານ​ມາ​ນີ້. ກຸ່ມ​ເຍົາວະ​ຊົນ​ດັ່ງກ່າວ​ເປັນ​ຊົນ​ເຜົ່າ Nuers ​ຄື​ກັນ​ກັບ​ທ່ານ Machar ໃນ​ຂະນະ​ທີ່ ປະທານາທິບໍດີ Salva Kiir ​ແລະ​ພວກ​ຈົ່ງ​ຮັກ​ພັກດີ​ຕໍ່ທ່ານ ​ເປັນ​ຊົນ​ເຜົ່າ Dinka.

​ໂຄສົກ Aguer ​ເວົ້າ​ວ່າ​ ທະຫານ​ຂອງ​ກອງທັບ​ທີ່​ເມືອງ Bor ສາມາດ​ຕ້ານ​ຢັນທຸກການ​ໂຈມ​ຕີໄດ້.

​ເຫດການ​ຮຸນ​ແຮງ​ລະຫວ່າງສອງ​ເຜົ່ານີ້ ​ໄດ້​ລະ​ເບີດ​ຂຶ້ນເມື່ອ​ຕົ້ນ​ເດືອນ​ນີ້ ຫຼັງຈາກ​ປະທານາ
ທິບໍດີ​ກ່າວ​ຫາ ທ່ານ Marchar ວ່າ ພະຍາຍາມ​ກໍ່​ລັດຖະປະຫານ.

ຢູ​ເອັນ ​ເວົ້າ​ວ່າ ການ​ສູ້​ລົບ​ກັນ ໄດ້ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ ຫຼາຍກວ່ານຶ່ງ​ພັນ​ຄົນ ​ແລະ​ພັດ​ພາກ​ຖິ່ນ​ຢູ່​ອາ​ໄສ ​ອີກຫຼາຍພັນ​ຄົນ.


ເພື່ອ​ຊອກ​ຫາ​ວິທີ​ຍຸຕິ​ວິ​ກິດ​ການ​ທີ່​ຍືດ​ເຍື້ອມາ​ໄດ້​ເກືອບ​ສອງ​ອາທິດແລ້ວ​ນີ້ ບັນດາ​ຜູ້​ນໍາ​ເຂດ​
ອາ​ຟຣິກາ​ຕາ​ເວັນ​ອອກ​ກຸ່ມ​ນຶ່ງ ປະກາດ​ເມື່ອ​ວັນ​ສຸກຜ່ານ​ມາ​ນີ້ ວ່າຊູ​ດານ​ໃຕ້ ໄດ້ຕົກລົງທີ່
​ຈະ​ຍຸຕິ​ການ​ສູ້ລົບ ​ແລະ​ເລີ່​ມ​ເຈລະຈາ​ສັນຕິພາບ​ກັນ. ນອກ​ນີ້​ ລັດຖະບານ​ຍັງ​ໄດ້ຕົກລົງ​ທີ່
ຈະ​ປ່ອຍ​ຕົວ​ນັກໂທດ​ການ​ເມືອງ 8 ຄົນໃນຈໍານວນ 11 ຄົນ ທີ່​ຕ້ອງ​ສົງ​ໄສ​ວ່າ​ ເປັນ​ຜູ້​ວາງ
ແຜນ​ກໍ່​ລັດຖະປະຫານ​ນັ້ນ.

ແຕ່ວ່າ ໃນວັນເສົາວານນີ້ ທາງຝ່າຍທ່ານ Marchar ເວົ້າວ່າ ກໍາລັງຂອງຕົນຈະບໍ່ຕົກລົງ
ຮັບເອົາເງື່ອນໄຂການຍຸດຍິງໃດໆ ຈົນກ່ວານັກໂທດທັງ ໝົດ 11 ຄົນນັ້ນ ໄດ້ຖືກປ່ອຍເປັນ
ອິດສະລະ.

South Sudan
please wait
Embed

No media source currently available

0:00 0:01:34 0:00
XS
SM
MD
LG