ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອຊົມ ປາວານ ຫລົ້ມ ຢູ່ນອກຝັ່ງ ຂອງການາດາ ຢ່າງໜ້ອຍ 5 ຄົນ ເສຍຊີວິດ


ຫາງປາວານ ສີຂີ້ເຖົ່າ ທີ່ພົບເຫັນ ຢູ່ເລື້ອຍໆ ໃນເຂດທະເລຝັ່ງຕາເວັນຕົກ ຂອງປາຊີຟິກ.
ຫາງປາວານ ສີຂີ້ເຖົ່າ ທີ່ພົບເຫັນ ຢູ່ເລື້ອຍໆ ໃນເຂດທະເລຝັ່ງຕາເວັນຕົກ ຂອງປາຊີຟິກ.

ຢ່າງໜ້ອຍ 5 ຄົນ ໄດ້ເສຍຊີວິດ ຫຼັງຈາກເຮືອທ່ຽວຊົມ ປາວານ
ຂວ້ຳຈົມ ເມື່ອຕອນທ່ຽງ ວັນອາທິດວານນີ້ ຢູ່ນອກຝັ່ງ ທາງຕາເວັນ
ຕົກຂອງການາດາ.

ຍັງບໍ່ຈະແຈ້ງເທື່ອວ່າ ສາເຫດຫຍັງ ທີ່ເຮັດໃຫ້ເຮືອດັ່ງກ່າວ ຫລົ້ມ
ຈົມລົງ ຢູ່ໃກ້ໆເມືອງແຄມຝັ່ງ Tofino ຂອງລັດ British
Columbia ທີ່ມີ ຈຳນວນ 27 ຄົນ ຢູ່ໃນເຮືອນັ້ນ.

ສູນປະສານງານການກູ້ໄພຮ່ວມ ກ່າວວ່າ 21 ຄົນ ຖືກຊ່ວຍເຫຼືອ
ຂຶ້ນມາໄດ້ ແລະ ນຶ່ງຄົນຍັງຫາຍສາບສູນຢູ່. ພວກຄົນທີ່ຖືກຊ່ວຍ
ເຫຼືອຂຶ້ນມາໄດ້ນັ້ນ ສ່ວນໃຫຍ່ ໄດ້ຖືກນຳສົ່ງໄປຮັກສາຢູ່ທີ່ໂຮງ
ໝໍຕ່າງໆ. ໂຄສົກຍິງ ສຳຫລັບສາທາລະນະສຸກຂອງເກາະ ກ່າວວ່າ ຄົນນຶ່ງແມ່ນຢູ່ໃນ
ອາການ ໜ້າເປັນຫ່ວງ ແຕ່ກໍມີຄວາມທຸ່ນທ່ຽງ.

ເຮືອລຳດັ່ງກ່າວ ບໍລິຫານໂດຍບໍລິສັດ Jamie’s Whaling Station ຊຶ່ງນຳເອົາພວກຄົນ
ຂຶ້ນເຮືອອອກໄປທ່ຽວຊົມ ພວກປາວານສີຂີ້ເຖົ່າ ແລະ ພວກປາວານຫລັງກົ່ງ ໃນບໍລິເວນ
ອ້ອມແອ້ມ Vancouver Island ອີງຕາມເວັບໄຊ້ຂອງບໍລິສັດ.

ບໍລິສັດນັ້ນ ໄດ້ກ່າວຖະແຫລງ ເມື່ອຕອນແລງ ວັນອາທິດວານນີ້ ວ່າ ຕົນຈະເປີດເຜີຍຂໍ້ມູນ
ຕື່ມອີກ ກ່ຽວກັບເຫດການທີ່ເກີດຂຶ້ນ ຕາມພາຍຫລັງ ຫຼັງຈາກໄດ້ເພັ່ງເລັງໃສ່ ຄວາມພະຍາ
ຍາມຊ່ວຍເຫຼືອກູ້ເອົາຊີວິດພວກຜູ້ໂດຍສານ ແລະ ລູກເຮືອ ເສຍກ່ອນ.

Canada Boat Capsize
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG