ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຂໍໃຫ້ຊາວອາເມຣິກັນ ຈົ່ງສະຫຼອງ ວັນທີ 4 ກໍລະກົດ ດ້ວຍຄວາມປອດໄພ ແລະ ມ່ວນຊື່ນ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ໃນຄຳປາໄສ ປະຈຳສັບປະດາ ໃນວັນເສົາມື້ນີ້ ປະທານາທິບໍດີ
ສະຫະລັດ ທ່ານບາຣັກ ໂອບາມາ ຂໍໃຫ້ທຸກໆຄົນຈົ່ງສະເຫລີມ
ສະຫລອງວັນທີ 4 ກໍລະກົດ ດ້ວຍຄວາມມ່ວນຊື່ນ.

ປະທານາທິບໍດີ ໄດ້ສະແດງຄວາມຄຳນັບຕໍ່ສ່ວນບຸກຄົນຜູ້ທີ່ໃນ
ປະຫວັດສາດຜ່ານມາຂອງສະຫະລັດໄດ້ສູ້ຊົນແລະເສຍສະຫຼະ
ເພື່ອເຮັດໃຫ້ປະເທດນີ້ ເປັນບ່ອນທີ່ດີຂຶ້ນ ນັບຕັ້ງແຕ່ພວກບິດາ
ຜູ້ກໍ່ຕັ້ງ ຕະຫລອດເຖິງພວກ ຜູ້ຊາຍ ແລະແມ່ຍິງ ທີ່ຮັບໃຊ້ຢູ່ໃນ
ເຄື່ອງແບບ ທັງຢູ່ພາຍໃນແລະຢູ່ໃນຕ່າງປະເທດ.

ປະທານາທິບໍດີໂອບາມາໄດ້ຮ້ອງຂໍໃຫ້ຊາວອາເມຣິກັນ ເນື່ອງໃນໂອກາດວັນພັກ ໃຫ້ພວກ ເຮົາຈົ່ງຈົດຈຳຄຳເວົ້າຂອງບັນດາຜູ້ກໍ່ຕັ້ງປະເທດຊາດ ເວລາພວກທ່ານໄດ້ປະກາດເອກກະ ລາດຂອງພວກເຮົາ ແລະວ່າທຸກໆຄົນ ໄດ້ຖືກສ້າງມາ ໂດຍເທົ່າທຽມກັນ ແລະພວກເຮົາຈະ ສືບຕໍ່ໃຫ້ການປົກປ້ອງຫລັກຄວາມເຊື່ອນັ້ນ ແລະເຮັດໃຫ້ເປັນທີ່ແນ່ໃຈວ່າໄດ້ມີການນຳໃຊ້ ຕໍ່ຊາວອາເມຣິກັນທຸກໆຄົນ.

ແລະ ໃນທີ່ສຸດ ປະທານາທິບໍດີກ່າວວ່າ ທ່ານຂໍອວຍໄຊ ໃຫ້ຄະນະເຕະບານທີມຊາດແມ່ ຍິງຂອງສະຫະລັດ ທີ່ພວມແຂ່ງຂັນຊິງແຊ້ມເຕະບານໂລກ ຫລື World Cup ໃນທ້າຍສັບ ປະດານີ້ ຈົ່ງໂຊກດີ.

Weekly Address: Have a Safe and Happy Fourth of July

WASHINGTON, DC — In this week's address, the President wished everyone a happy Fourth of July.He honored the individuals who, throughout the history of America, have struggled and sacrificed to make this country a better place, from our Founding Fathers, to the men and women in uniform serving at home and overseas.The President asked that on this most American of holidays we remember the words of our founders, when they declared our independence and that all are created equal, and that we continue to protect that creed and make sure it applies to every single American.And finally, he wished good luck to the U.S. Women's National Team competing in the World Cup Final this weekend.

XS
SM
MD
LG