ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະນາຄານໂລກຄາດວ່າ ​​ເສດຖະກິດ​ລາວ ​ປີນີ້ ​ຈະ​ຂະ​ຫຍາ​ຍຕົວ ໃນອັດຕາສູງ​ເຖິງ 8.2%


ຜູ້ຕາງໜ້າທະນາຄານໂລກມອບເງິນຊ່ວຍເຫລືອ ຈໍາວນ 20 ລ້ານໂດລາ ເພື່ອຫລຸດຜ່ອນຄວາມທຸກຈົນແກ່ລາວ
ຜູ້ຕາງໜ້າທະນາຄານໂລກມອບເງິນຊ່ວຍເຫລືອ ຈໍາວນ 20 ລ້ານໂດລາ ເພື່ອຫລຸດຜ່ອນຄວາມທຸກຈົນແກ່ລາວ
ທະນາຄານ​ໂລກ​ຄາດໝາຍ​ວ່າ​ເສດຖະກິດ​ຂອງ​ລາວ​ໃນ​ແຜນ
ການ​ປີ 2011-2012 ນີ້​ຈະ​ຂະ​ຫຍາ​ຍຕົວ​ເພີ່ມ​ຂຶ້ນ​ເຖິງ 8.2% ​
ໂດຍ​ມີ​ປັດ​ໄຈ​ຊຸກຍູ້​ຈາກ​ການ​ຜະລິດ​ໃນ​ພາກ​ອຸດສາຫະກໍາ​ຂຸດ​
ຄົ້ນ​ບໍ່​ແຮ່​ ແລະ​ການ​ກໍ່ສ້າງ.

ທະ​ນາຄາ​ນ​ໂລກ​ໄດ້​ສະ​ເໜີ​ລາຍ​ງານ​ກ່ຽວ​ກັບ​ການ​ພັດທະນາ​
ທາງ​ເສ​ດຖະກິດ​ໃນ​ພູມິ ພາກ​ເອ​ເຊຍ​ຕາ​ເວັນ​ອອກ​ ແລະແປ​ຊິ​ຟິກ
ປະ​ຈໍາປີ 2012 ​ໃນ​ອາທິດ​ນີ້​ວ່າ​ສະ​ເພາະ​ການ​ພັດທະນາ​ທາງ
​ເສດຖະກິດ​ຂອງ​ລາວ​ໃນ​ຕະຫຼອດ​ໄລຍະ 1 ປີ​ທີ່​ຜ່ານ​ມາ​ນີ້ ​ເຮັດ​
ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ ​ມູນ​ຄ່າ​ຜະລິດ​ພັນ​ລວມພາຍ​ໃນ ຫຼື
GDP ຂອງລາວ​ຈະ​ຂະຫຍາຍຕົວເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍບໍ່​ຕໍ່າ​
ກວ່າ 8.2% ​ເມື່ອ​ທຽບ​ກັບ​ປີ 2011 ທີ​ຜ່ານ​ມາ.

ປັດໄຈສໍາຄັນທີ່ເຮັດໃຫ້ທະນາຄານໂລກໄດ້ຄາດໝາຍດັ່ງກ່າວ ກໍຍ້ອນວ່າມີ ປັດໄຈໃນ ຫຼາຍໆດ້ານ ທີ່ສົ່ງຜົນຕໍ່ການພັດທະນາທາງເສດຖະກິດໃນລາວ ໂດຍສະເພາະແມ່ນ ການຂະຫຍາຍຕົວຂອງການຜະລິດໃນພາກອຸດສາຫະກໍາຂຸດຄົ້ນແຮ່ທາດໃນລາວນັ້ນ ນັບເປັນປັດໄຈທີ່ມີສ່ວນຢ່າງສໍາຄັນ ທີ່ສົມທົບດ້ວຍການຜະລິດໃນພາກພະລັງງານ ຊຶ່ງ ກໍາລັງມີການກໍ່ສ້າງເຂື່ອນຜະລິດໄຟຟ້າໃນຫຼາຍໂຄງການໃນເວລານີ້.

ນອກຈາກນັ້ນ ກໍແມ່ນປັດໄຈດ້ານກະສິກໍາທີ່ລາວສາມາດເພີ່ມຜົນຜະລິດໄດ້ຫຼາຍກວ່າ
ໃນປີຜ່ານມາ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພທໍາມະຊາດ ສ່ວນໃນພາກບໍລິການ ການທ່ອງທ່ຽວ ການຄ້າ ການຂົນສົ່ງ ແລະໂທລະຄົມມະນາຄົມກໍມີທ່າອ່ຽງຂະຫຍາຍຕົວ ເພີ່ມຂຶ້ນຢ່າງຕໍເນື່ອງ ຊຶ່ງກໍເຊັ່ນດຽວກັນກັບໃນພາກການກໍ່ສ້າງ ທີ່ໄດ້ຮັບຜົນໃນດ້ານບວກ ຈາກການກໍ່ສ້າງສູນການປະຊຸມ ເຮືອນພັກ ໂຮງແຮມ ການຂະຫຍາຍສະໜາມບິນວັດໄຕ ແລະສິ່ງອໍານວຍຄວາມສະດອກຕ່າງໆຢ່າງຄົບຊຸດ ເພື່ອຮອງຮັບການປະຊຸມສຸດຍອດ ເອ ເຊຍ-ຢູໂຣບຄັ້ງທີ່ 9 ໃນເດືອນພະຈິກທີ່ ຜ່ານມາຢູ່ນະຄອນວຽງຈັນ.

ການຄາດໝາຍຂອງທະນາຄານໂລກໃນຄັ້ງຫລາສຸດນີ້ ກໍວ່າໃກ້ຄຽງກັບແຜນການຂອງ ລັດຖະບານລາວທີ່ໄດ້ວາງຄາດໝາຍໄວ້ວ່າ GDP ໃນແຜນການປີ 2011- 2012 ນີ້ຈະ ມີມູນຄ່າລວມເຖິງ 70,000 ຕື້ກີບ ຫຼືຄິດເປັນອັດຕາສະເລ່ຍທີ່ເພີ່ມຂຶ້ນຈາກແຜນການປີ 2010-2011 ເຖິງ 8.3% ນັ້ນເອງ. ຍິ່ງໄປກວ່ານັ້ນ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະ ຊາຊົນປະຕິວັດລາວ ກໍໄດ້ວາງເປົ້າໝາຍທີ່ຈະພັດທະນາເສດຖະກິດໃນໄລຍະຈາກປີ 2011-2015 ໃຫ້ຂະຫຍາຍຕົວໃນອັດຕາສະເລ່ຍບໍ່ຫລຸດ 8% ຕໍ່ປີ ຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມໂດຍສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 1.700 ໂດລາຕໍ່ຄົນ ແລະເຮັດໃຫ້ອັດຕາຄວາມທຸກຍາກລົດລົງບໍ່ເກີນ 10% ຂອງປະຊາກອນໃນປີ 2015 ເພື່ອກ້າວໄປສູ່ການຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ພາຍໃນ ປີ 2020 ດັ່ງທີ່ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານທາງດ້ານເສດ ຖະກິດຂອງລັດຖະບານລາວ ໄດ້ໃຫ້ການຢືນຢັນວ່າ:

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ

ພວກເຮົາວາງຈຸດໝາຍລວມຂອງແຜນພັດທະນາເສດ
ຖະກິດ-ສັງຄົມ 5 ປີ ຄັ້ງທີ່ 7 ດັ່ງນີ້ ເຮັດໃຫ້ເສດຖະກິດ
ແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງແລະໝັ້ນທ່ຽງ ເຖິງ
ປີ 2015 ລວມຍອດມູນຄ່າຜະລິດຕະພັນລວມພາຍໃນ
ຄິດສະເລ່ຍຕໍ່ຫົວຄົນ ໄດ້ 1,700 ໂດລາ ບັນລຸເປົ້າໝາຍ
ເພື່ອເອົາປະເທດເຮົາຫລຸດພົ້ນອອກຈາກສະຖານະພາບ
ປະເທດດ້ອຍພັດທະນາໃນປີ 2020.”


ແຕ່ຢ່າງໃດກໍຕາມ ທະນາຄານໂລກກໍໄດ້ເຕືອນວ່າປັດໄຈທີ່
ຈະສົ່ງຜົນດ້ານລົບຕໍ່ເສດຖະ ກິດມະຫະພາກໃນລາວໄດ້ເຊັ່ນກັນ ກໍຄືການຂາດດຸນທາງ ດ້ານ
ການຄ້າຕ່າງປະເທດ ໂດຍຄາດວ່າລາວຈະນໍາເຂົ້າສິນຄ້າຈາກຕ່າງປະເທດຄິດເປັນມູນ ຄ່າ ລວມເກີນກວ່າ 4,160 ລ້ານໂດ ລາ ໃນຂະນະທີ່ການສົ່ງສິນຄ້າໄປຕ່າງ ປະເທດນັ້ນ ຈະມີມູນຄ່າລວມກັນ ບໍ່ເກີນ 2,845 ລ້ານໂດລາ ຊຶ່ງຈະເຮັດໃຫ້ລາວຕ້ອງຂາດດຸນການຄ້າ
ເກີນກວ່າ 1,300 ລ້ານໂດລາ.

ຍິ່ງໄປກວ່ານັ້ນ ທະນາຄານໂລກຍັງລາຍງານອີກດ້ວຍວ່າ ການຂາດດຸນການຄ້າຕ່າງປະ ເທດ ດັ່ງກ່າວຍັງໄດ້ສົ່ງຜົນກະທົບຕໍ່ສະຖານະທາງດ້ານທຶນສໍາຮອງເງິນຕາຕ່າງ ປະເທດ ຂອງລັດຖະບານລາວດ້ວຍ. ໂດຍເຖິງແມ່ນວ່າລັດຖະບານລາວຈະມີທຶນສໍາຮອງເພີ່ມຂຶ້ນ
ຈາກ 679 ລ້ານໂດລາ ໃນປີ 2011 ເປັນ 681 ລ້ານໂດລາໃນ ປີນີ້ກໍຕາມ ຫາກແຕ່ກໍທຽບ ໄດ້ກັບການນໍາເຂົ້າສິນຄ້າຈາກຕ່າງປະເທດພຽງ 1.9 ເດືອນເທົ່ານັ້ນ.
XS
SM
MD
LG