ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈໍາປາສັກສະຫຼອງຄົບຮອບ 10 ປີ ທີ່ວັດພູໄດ້ເປັນສະຖານທີ່ ມໍລະດົກໂລກ ແຫ່ງທີ່ 2 ຂອງລາວ


ວັດພູຈໍາປາສັກ ສະຖານທີ່ມໍລະດົກໂລກຂອງລາວແຫ່ງທີ່ 2
ວັດພູຈໍາປາສັກ ສະຖານທີ່ມໍລະດົກໂລກຂອງລາວແຫ່ງທີ່ 2

ເນື່ອງໃນວັນຄົບຮອບສະຫຼອງ 10 ປີ ຂອງສະຖານທີ່ມໍລະດົກໂລກແຫ່ງທີ່ 2 ຂອງລາວ
ກໍຄືວັດພູຈໍາປາສັກທີ່ເມືອງໂຂງ ອັນເປັນເມືອງປະວັດສາດເກົ່າແກ່ ທີ່ມີສະຖາປັດຕະຍະກໍາ
ຫີນແບບຂອມໂບຮານ ທີ່ຕັ້ງຢູ່ໃນແຂວງຈໍາປາສັກນັ້ນ ມື້ນີ້ທາງເຈົ້າແຂວງ ທ່ານສອນໄຊ
ສີພັນດອນ ໄດ້ໃຫ້ສຳພາດກັບ VOA ຜ່ານທາງໂທລະສັບໃນທ່າມກາງການສະເຫຼີມ
ສະຫຼອງບຸນວັດພູປະຈໍາປີ ທີ່ໄດ້ເລີ່ມມາຕັ້ງແຕ່ວັນທີ 14 ກຸມພາແລ້ວນັ້ນ ຊຶ່ງທ່ານເຈົ້າ
ແຂວງໄດ້ອະທິບາຍໃຫ້ຟັງເຖິງປະວັດຄວາມເປັນມາຂອງທ່ານ ພ້ອມທັງການສະຫຼອງ
ຄົບຮອບ 10 ຂອງວັດພູ ໃນຖານະສະຖານທີ່ມໍລະດົກໂລກ ຊຶ່ງທ່ານຈະໄດ້ຮັບຟັງການ
ສໍາພາດດັ່ງຕໍ່ໄປນີ້:

/ບົດສໍາພາດທ່ານແຈົ້າແຂວງ ທ່ານ ສອນໄຊ ສີພັນດອນ/

ແຂວງຈໍາປາສັກ ຖືວ່າເປັນອັນຍະມະນີອັນລໍ້າຄ່າຂອງລາວຕອນໃຕ້ທີ່ມີເກາະດອນ, ນໍ້າຕົກ,
ປ່າເຂົາລໍເນົາໄພ ແລະແຫລ່ງທໍາມະຊາດຕ່າງໆ ໄວ້ອວດອ້າງຄວາມງາມຂອງລາວທີ່ຍັງບໍລິ
ສຸດແບບທໍາມະຊາດຢູ່ ຊຶ່ງນັບວັນກໍນັບຫາຍາກ ວັດພູຈໍາປາສັກຖືວ່າໂດດເດັ່ນແລະໄດ້ຖືກ
ເລືອກໃຫ້ເປັນສະຖານທີ່ ຫຼືປູສະນິຍະສະຖານ ມໍລະດົກໂລກແຫ່ງທີ່ 2 ຂອງລາວໃນປີ
2001.

ວັດພູຈໍາປາສັກ ຕາມທີ່ມີຂໍ້ມູນເກັບກໍາໄວ້ນັ້ນ ແມ່ນເປັນສະຖານທີ່ທໍາພິທີທາງສາສະໜາ
ນັບຕັ້ງແຕ່ສັດຕະວັດທີ່ 5 ຄືໄດ້ສ້າງຂຶ້ນເພື່ອເປັນການຈໍາລອງເມືອງສະຫວັນ ຊຶ່ງມີໂຄງ
ລ່າງ, ຜັງເມືອງຄົບຖ້ວນທີ່ໜ້າສຶກສາ ແລະມີປະວັດສາດຄວາມເປັນມາ ທີ່ເຊື່ອມໂຍງໄປ
ເຖິງສະຖາປັດຕະຍະກໍາຂອມ ທີ່ປະເທດກໍາປູເຈຍນໍາດ້ວຍ.

ຈໍາປາສັກສະຫຼອງຄົບຮອບ 10 ປີ ທີ່ວັດພູໄດ້ເປັນສະຖານທີ່ ມໍລະດົກໂລກ ແຫ່ງທີ່ 2 ຂອງລາວ
ຈໍາປາສັກສະຫຼອງຄົບຮອບ 10 ປີ ທີ່ວັດພູໄດ້ເປັນສະຖານທີ່ ມໍລະດົກໂລກ ແຫ່ງທີ່ 2 ຂອງລາວ

ທ່ານສອນໄຊໄດ້ເຂົ້າຮັບຕໍາແໝ່ງເປັນເຈົ້າແຂວງມາໄດ້ 6 ປີນີ້ແລ້ວ. ວັດພູຈໍປາສັກກໍໄດ້
ຮັບການພັດທະນາຢູ່ເລື້ອຍໆ ເພື່ອໃຫ້ສອດຄ່ອງກັບໂຄງການ ທັງໄລຍະສັ້ນແລະຍາວ ເພື່ອສືບທອດແລະຄົງໄວ້ຊຶ່ງສະຖານະພາບການເປັນມໍລະດົກໂລກຂອງລາວ. ທ່ານສອນ
ໄຊບອກວ່າ ໄດ້ມີການເປີດຕົວຢ່າງເປັນທາງການເປັນທີ່ຮຽບຮ້ອຍໄປແລ້ວ ໂດຍມີສະມາ
ຊິກຈາກບັນດາປະເທດເມືອງມໍລະດົກໂລກມາຮ່ວມດ້ວຍ ຢ່າງມາກໜ້າຫຼາຍຕາ. ນອກ
ຈາກຫຼວງພະບາງ, ວັດພູຈໍປາສັກ ທີ່ໄດ້ຖືກເລືອກໃຫ້ເປັນມູນມໍລະດົກໂລກແລ້ວ ປ່າຫີນ
ໃນແຂວງຄໍາມວນ ກໍຈະເປັນສະຖານທີ່ແຫ່ງທີ່ 3 ແລະຕິດຕາມມາດ້ວຍ ທົ່ງໄຫຫີນທີ່
ແຂວງຊຽງແຂວງ ແລະຫຼາຍໆທີ່ໃນລາວນໍາ ທີ່ທາງການລາວສະເໜີໃຫ້ທາງອົງການ
UNESCO ຮັບພິຈາລະນາ ເປັນມໍລະດົກໂລກອີກນໍາ.

ອາທິດໜ້າ ລາຍການຊີວິດຊາວລາວໃນຕ່າງແດນກໍຈະນໍາສະເໜີກ່ຽວກັບອີກເມືອງນຶ່ງ
ທີ່ຂຶ້ນຊື່ ລືນາມຂອງລາວ ທີ່ເປັນເມືອງໜ້າຢູ່, ໜ້າທ່ຽວແລະໜ້າສຶກສາ ຊຶ່ງໄດ້ຮັບລາງ
ວັນທີ່ 1 ມາຕິດຕໍ່ກັນ 6 ປີແລ້ວນັ້ນ. ສ່ວນວ່າຈະເປັນສະຖານທີ່ໃດຂອງລາວນັ້ນ ຢ່າ
ລືມຄອຍຕິດຕາມຮັບຟັງໃຫ້ໄດ້ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ VOA
ໃນສັບປະດາໜ້າ.

ຂໍເຊີນທ່ານຕິດຕາມຮັບຟັງບົດສໍາພາດດັ່ງກ່າວ ໂດຍການຄລິກຮູບໂທລະໂຄ່ງຂ້າງເທິງ
ເບື້ອງຂວາມື.

XS
SM
MD
LG