ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຸດເພັ່ງເລັງຂອງວໍຊິງຕັນ ອາທິດນີ້ ຍັງຢູ່ທີ່ ເລື້ອງການປະຕິຮູບ ລະບົບຄົນເຂົ້າເມືອງ (ວີດິໂອ)


ຜູ້ແທນ Bob Goodlatte, ປະທານຄະນະກໍາມະການດ້ານຕຸລາ ການຂອງສະພາຕໍ່າ ທີ່ກໍາກັບເບິ່ງບັນຫາຄົນເຂົ້າເມືອງສະຫະລັດ
ຜູ້ແທນ Bob Goodlatte, ປະທານຄະນະກໍາມະການດ້ານຕຸລາ ການຂອງສະພາຕໍ່າ ທີ່ກໍາກັບເບິ່ງບັນຫາຄົນເຂົ້າເມືອງສະຫະລັດ
ການປະຕິຮູບດ້ານຄົນເຂົ້າເມືອງ ຍັງເປັນຈຸດເດັ່ນທາງການ
ເມືອງຂອງກຸງວໍຊິງ ຕັນໃນອາທິດນີ້. ຄວາມສົນໃຈກໍ​ແມ່ນຈະ​
ແນ​ໄປໃສ່ສະພາຕໍ່າ ​ເພື່ອ​ເບິ່ງ​ວ່າ​ຄະນະ​ຜູ້​ແທນ​ສະພາ​ຕໍ່າ ຈະ
ດໍາເນີນການປ່ຽນແປງລະບົບກົດໝາຍຄົນເຂົ້າເມືອງຂອງລັດ
ຖະບານກາງຢ່າງຮອບດ້ານ ຫລືບໍ່ ແລະຈະດໍາເນີນການປ່ຽນ
ແປງ ແນວໃດ.

ລັດຖະສະພາສະຫະລັດໄດ້ກັບຄືນມາເຮັດວຽກ ລຸນຫລັງທີ່ຢຸດ
ພັກໄດ້ອາທິດນຶ່ງ ​ເນື່ອງ​ໃນໂອ​ການດສະຫລອງ​ວັນຊາດ ຫລື​
ວັນ​ເອກະລາດ. ໃນໄລຍະນັ້ນ ຜູ້ແທນຫລາຍຄົນໄດ້ຍິນສຽງ​ຮຽກ
ຮ້ອງ​ແລະ​ຕໍ່​ວ່າຢ່າງ​ແຮງ​ກ້າ ຂອງປະຊາຊົນຢູ່ໃນເຂດ ​ເລືອກ​ຕັ້ງຂອງພວກທ່ານ ກ່ຽວກັບການປະຕິຮູບດ້ານຄົນເຂົ້າເມືອງ.

ໃນເດືອນແລ້ວນີ້ ສະພາສູງທີ່ຄອບຄຸມໂດຍພັກ Democrat ນັ້ນ ໄດ້ຮັບຜ່ານຮ່າງກົດໝາຍ
ທີ່ຈະເພີ້ມການຮັກສາຄວາມປອດໄພ ຢູ່ຕາມຊາຍແດນຂອງ ສະຫະລັດຂຶ້ນ, ເຮັດໃຫ້ຂັ້ນ
ຕອນດໍາເນີນກົດໝາຍຄົນເຂົ້າເມືອງສັ້ນເຂົ້າ ແລະ ເປີດຊ່ອງທາງໃນການໄດ້ເປັນພົນລະ
ເມືອງສະຫະລັດ ໃຫ້ແກ່ພວກຄົນງານທີ່ບໍ່ມີເອກະສານຖືກຕ້ອງຫລາຍລ້ານຄົນຢູ່ໃນສະ
ຫະລັດ. ​ແຕ່​ການ​ເຄື່ອນ​ໄຫວ​ໃນ​ທໍານອງ​ດຽວ​ກັນ ຢູ່ໃນສະພາຕໍ່າ ທີ່ຄອບງໍາໂດຍພັກ Republican ນັ້ນ ​ແມ່ນຮັບປະກັນ​ໄດ້​ຍາກ ວ່າຈະມີ​ຂຶ້ນ.

ຜູ້ແທນ Bob Goodlatte ຊຶ່ງເປັນປະທານຂອງຄະນະກໍາມະການດ້ານຕຸລາ ການຂອງສະ
ພາຕໍ່າ ທີ່ກໍາກັບເບິ່ງບັນຫາຄົນເຂົ້າເມືອງນັ້ນເວົ້າວ່າ:

“ຂ້າພະເຈົ້າບໍ່ຄິດວ່າ ຄວນ​ຈະ​ສະໜອງຊ່ອງທາງພິເສດໃນການເປັນພົນລະ ເມືອງສະຫະລັດ ໃຫ້ແກ່ທຸກຄົນ.”

ກົງກັນຂ້າມ ພວກຜູ້​ແທນພັກ Republican ຢາກເພັ່ງເລັງໃສ່ ການຮັກສາຄວາມປອດ
ໄພຢູ່ຕາມຊາຍແດນກ່ອນ​ເລື້ອງ​ອື່ນ​ໃດໝົດ. ແຕ່ວ່າ ວິທີການທີ່ໃຊ້ແຕ່ການປະຕິບັດກົດ​
ໝາຍພຽງ​ຢ່າງ​ດຽວ ​ແຕ່ບໍ່ໄດ້ແກ້ໄຂເລື້ອງສະຖານະພາບທາງກົດໝາຍຂອງພວກທີ່ບໍ່ມີ
ເອກະສານຖືກຕ້ອງ ເປັນສິ່ງທີ່ພວກຜູ້​ແທນພັກ Democrat ລວມທັງປະທານາທິບໍດີ ບາຣັກ ໂອບາມາ ຮັບເອົາບໍ່ໄດ້.

ມີແຕ່ວ່າ ທັງສອງສະພາຂອງລັດຖະສະພາ ຮັບຜ່ານຮ່າງກົດໝາຍປະຕິຮູບດ້ານຄົນເຂົ້າ
ເມືອງ ທີ່ຄືກັນເທົ່ານັ້ນ ຈຶ່ງຈະສາມາດເອົາຮ່າງກົດໝາຍດັ່ງກ່າວ ຍື່ນໄປຫາທໍານຽບຂາວ
ເພື່ອໃຫ້ທ່ານໂອບາມາລົງເຊັນຮັບຮອງ​ເອົາ​ເປັນ​ກົດ​ໝາຍໄດ້.

ປະທານສະພາຕໍ່າ ທ່ານ John Boehner ບໍ່ໄດ້ສະແດງຮ່ອງຮອຍ​ໃດໆໃຫ້ເຫັນວ່າ ທ່ານ
ຈະຈັດໃຫ້ມີການລົງຄະແນນສຽງຮັບ​ຜ່ານຮ່າງກົດໝາຍດັ່ງກ່າວນີ້ ແຕ່ຢ່າງໃດ​ເລີຍ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


XS
SM
MD
LG