ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ຈະອະພິປາຍ ຮ່າງກົດໝາຍ ຄົນເຂົ້າເມືອງ ແລະການຄວບຄຸມປືນ (ວີດິໂອ/ສະໄລດ໌)


Obama Pushes For Stronger Gun Laws
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ

ທ່ານໂອບາມາ ຜັກດັນໃຫ້ມີກົດໝາຍ ຄວບຄຸມປືນໃໝ່ ທີ່ເພີ້ມການກວດຊີຫວະປະຫວັດ ຂອງຄົນທີ່ຈະຊື້ປືນໃຫ້ລະອຽດຂຶ້ນ.

ສອງບັນຫາທີ່ຫຍຸ້ງຍາກທີ່ສຸດຂອງສະຫະລັດກໍຄື ການປະ
ຕິຮູບດ້ານຄົນເຂົ້າເມືອງ ແລະການຄວບຄຸມປືນ ຈະເປັນ ຈຸດເພັ່ງເລັງຂອງການອະພິປາຍ ຢູ່ໃນສະພາສູງສະຫະລັດ
ໃນອາທິດນີ້. ຜູ້ສື່ຂ່າວວີໂອເອ Michael Bowman ລາຍ
ງານວ່າ ການເຫັນພ້ອມນໍາກັນທີ່ບໍ່ຄ່ອຍສູ້​ມີ ລະຫວ່າງສອງ
ພັກການ​ເມືອງໃຫຍ່ ໄດ້ໂຜ່ຕົວຂຶ້ນມາ ກ່ຽວກັບທັງສອງບັນ
ຫາ​ນີ້ ຊຶ່ງໄດ້ເຮັດໃຫ້​ໂອກາດ​ທີ່​ຈະ​ມີ​ການ​ຮັບ​ຜ່ານກົດໝາຍ
ນັ້ນ ເປັນໄປໄດ້ຫລາຍຂຶ້ນ.

ການເຈລະຈາກັນລະຫວ່າງຜູ້ແທນຈາກພັກ Democrat
ແລະ Republican ທີ່ດໍາເນີນມາເປັນເວລາຫລາຍເດືອນ ໄດ້ພາໃຫ້ເກີດມີຮ່າງກົດໝາຍປະຕິຮູບດ້ານຄົນເຂົ້າເມືອງ
ທີ່​ໄດ້​ຮັບ​ການເຫັນດີນໍາກັນ ຈາກທັງສອງພັກ ​ແລະຄາດວ່າ ຈະນໍາອອກມາເຜີຍແຜ່ພາຍໃນທ້າຍອາທິດນີ້. ລາຍງານ
ເວົ້າວ່າ ຮ່າງ​ກົດໝາຍ​ທີ່​ຖືກສະເໜີຂຶ້ນ​ມາ​ນັ້ນ ຈະອໍານວຍ
​ໂອກາດ​ໄປສູ່ການເປັນພົນລະເມືອງຂອງສະຫະລັດ ໃຫ້
ແກ່ພວກຄົນເຂົ້າເມືອງທີ່ບໍ່ມີເອກະສານຖືກຕ້ອ​ແຕ່ມີເງື່ອນ
ໄຂ​ເກາະ​ຕິດວ່າ ຕ້ອງມີການເພີ້ມການຮັກສາການຢູ່ຕາມຊາຍແດນສະຫະລັດຂຶ້ນ ​ເພື່ອ​
ປ້ອງ​ກັນ​ຄົນ​ເຂົ້າ​ເມືອງ​ຕື່ມ​ອີກ.

ໃນອາທິດແລ້ວນີ້ ມີການໂຮມຊຸມນຸມກັນ ນັບແຕ່ນະຄອນວໍຊິງຕັນໄປຈົນຮອດ Los
Angeles ຮຽກຮ້ອງໃຫ້ມີການປະຕິບັດການ.

ພວກເດີນຂະບວນປະທ້ວງຮ້ອງອອກມາວ່າ “ພວກເຮົາຕ້ອງການມັນດຽວນີ້. ການ
ປະຕິຮູບດ້ານຄົນເຂົ້າເມືອງສໍາລັບ 11 ລ້ານຄົນ ຢູ່ທີ່ນີ້ໃນສະຫະລັດ ທີ່ເຮັດວຽກ
ແບບຖືກປິດບັງຢູ່. ການເຮັດແນວນັ້ນແມ່ນບໍ່ມີມະນຸດສະທໍາ.”


ພວກຕ້ານການປະຕິຮູບດັ່ງກ່າວ ຢາກໃຫ້ຊາຍແດນຂອງປະເທດໄດ້ຮັບການປ້ອງກັນ
ໃຫ້ດີ ກ່ອນຈະມີການປ່ຽນແປງກົດໝາຍ.

ບັນຫາສໍາຄັນອີກບັນຫານຶ່ງກໍຄື ສະພາສູງສະຫະລັດ ໄດ້ລົງຄະແນນສຽງໃນອາທິດ ແລ້ວ ນີ້ ເພື່ອພິຈາລະນາການປະຕິຮູບ ດ້ານຄວບຄຸມປືນ.

ມີ​ການສະ​ເໜີຮ່າງກົດໝາຍຕ່າງໆ ລວມທັງຄໍາສະເໜີທີ່ເຫັນພ້ອມນໍາກັນຂອງສອງພັກ ​
ໃຫ້ເພີ້ມການກວດຊີຫວະປະຫວັດຂອງຄົນທີ່ຈະຊື້ປືນ ໃຫ້ລະອຽດຂຶ້ນ. ທ່ານ Joe Manchin ຜູ້ແທນສະພາສູງສັງກັດພັກ Democrat ເວົ້າວ່າ:

“ພວກເຮົາ​ໄດ້ເຫັນພ້ອມນໍາກັນ ກ່ຽວ​ກັບ​ບົດດັດແກ້ບົດ​ນຶ່ງ ເພື່ອປ້ອງກັນບໍ່ໃຫ້ ພວກກໍ່ອາຊະຍາກໍາ, ພວກໂຣກຈິດ ແລະເສຍສະຕິ ສາມາດ​ຊື້ປືນ ​ເອົາທໍາ ຮ້າຍຜູ້ຄົນໄດ້.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ການອະພິປາຍ​ກ່ຽວ​ກັບ​ເລື້ອງ​ນີ້ ​ແມ່ນມີຂຶ້ນໃນ 4 ເດືອນ ລຸນຫລັງທີ່ມີການຍິງສັງຫານໝູ່
ຢູ່ໃນໂຮງຮຽນປະຖົມແຫ່ງນຶ່ງໃນລັດ Connecticut. ໃນວັນອາທິດ ວານນີ້ ແມ່ຂອງເດັກ
ຄົນນຶ່ງທີ່ຖືກຍິງຕາຍໃນເຫດການຍິງດັ່ງກ່າວ ໄດ້ມາກ່າວຄໍາເຫັນ ຢູ່ໃນຄໍາປາໄສປະຈໍາ
ອາທິດຂອງທ່ານບາຣັກ ໂອບາມາ ວ່າ:

“ກະລຸນາຊ່ວຍພວກເຮົາເຮັດສິ່ງໃດສິ່ງນຶ່ງຈັກຢ່າງ ກ່ອນໂສກນາດຕະກໍາຂອງ
ພວກເຮົາ ຈະກາຍເປັນໂສກນາດຕະກໍາຂອງທ່ານ.”


ເບິ່ງສະໄລດ໌ກ່ຽວກັບການປະທ້ວງ ຮຽກຮ້ອງການປະຕິຮູບດ້ານຄົນເຂົ້າເມືອງ:

ກ່ຽວຂ້ອງກັນ

XS
SM
MD
LG